ສຶກສາຄວາມເປັນໄປໄດ້ ການລ້ຽງງົວ, ປູກເຫັດ ແລະ ໝາກເຜັດ ເພື່ອສົ່ງອອກ

130
sport and Lao today - 4

ກະຊວງກະສິກໍາ ແລະ ປ່າໄມ້ຕາງໜ້າໂດຍກົມລ້ຽງສັດ ແລະ ການປະມົງ ແລະ ກົມປູກຝັງ ຮ່ວມກັບ ບໍລິສັດຊັນຊາ ຢາງຫຼິງທຽນຊານ ກະສິກໍາເຕັກໂນໂລຢີຈໍາກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU)ແບບເຄິ່ງອອນລາຍ ວ່າດ້ວຍການດໍາເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາ 2 ໂຄງການຄື:ໂຄງການລ້ຽງງົວເປັນສິນຄ້າໃນເຂດເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ໂຄງການປູກເຫັດ, ປູກໝາກເຜັດຢູ່ເຂດທີ່ມີທ່າແຮງເພື່ອສົ່ງອອກໄປ ສປ ຈີນ.


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ກຸມພາ 2023 ທີ່ສະໂມສອນ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຫຼີຕວນ ຫ້ອງການຖານກະສິກໍາ ອົງການຮ່ວມມືຊຽງໄຮ້ (sco), ທ່ານເຊ້ຍກົ້ວຫົງ ປະທານ ແລະ ເລຂາຄະນະພັກກຸ່ມບໍລິສັດເຕັກໂນໂລຊີການພັດທະນາກະສິກໍາຈີນຈໍາກັດຜ່ານກອງປະຊມທາງໄກ.


ທ່ານ ພັນທະວົງ ວົງສໍາພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກ່າວວ່າ: ໂຄງການລ້ຽງງົວເປັນສິນຄ້າ ໃນເຂດເມືອງສັງທອງ ນະຄອນຫຼວງວຽງ ແມ່ນກົມລ້ຽງສັດ ແລະ ການປະມົງຮ່ວມກັບ ບໍລິສັດ ຈະໄດ້ຮ່ວມກັນສຶກສາສຳຫຼວດດ້ານພູມສາດ, ການນຳໃຊ້ທີ່ດິນ, ແຫຼ່ງນໍ້າ, ແຮງງານ, ທ່າແຮງທາງດ້ານການລ້ຽງງົວ, ແຫຼ່ງອາຫານສັດ, ແນວພັນສັດ, ພະຍາດສັດ, ການຕະຫຼາດ ເພື່ອມາວິເຄາະດ້ານເສດຖະກິດ,ສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການຊຸກຍູ້ສົ່ງເສີມ ນຳພາປະຊາຊົນລ້ຽງງົວເປັນສິນຄ້າ ໃນເຂດເປົ້າໝາຍຂອງໂຄງການ ເພື່ອເປັນບ່ອນອີງໃນການພັດທະນາໂຄງການລ້ຽງງົວເປັນສິນຄ້າ ເຊິ່ງຈະໃຊ້ເວລາບໍ່ເກີນ 18 ເດືອນໃຫ້ຮູ້ຜົນ.


ກ່ຽວກັບໂຄງການ ສຶກສາຄວາມເປັນໄປໄດ້ການປູກເຫັດ ແລະໝາກເຜັດເປັນສິນຄ້ານັ້ນ ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງກ່າວວ່າ: ຈະສຶກສາຕົວຈິງພື້ນທີ່ທີ່ມີເງື່ອນໄຂໃນລາວ ເພື່ອທໍາການປູກ ແລະ ຈັດສົ່ງໄປຍັງຕະຫຼາດ ສປ ຈີນ ເຊິ່ງນີ້ຖືເປັນນິມິດໝາຍສໍາຄັນ ໃຫ້ແກ່ ພາກລັດ ແລະ ເອກະກະຊົນ ກໍຄືກົມປູກຝັງໃນການສົ່ງເສີມປະຊາຊົນຊາວກະສິກອນ ໃຫ້ມີການຜະລິດຢ່າງມີເປົ້າໝາຍ ແລະສາມາດນຳລາຍຮັບມາສູ່ຄອບຄົວໃນອະນາຄົດໂດຍແທ້ຈິງ.


ຮ່ວມລົງນາມເຊັນສັນຍາໂຄງການລ້ຽງງົວມີຂຶ້ນລະຫວ່າງ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກັບ ທ່ານ ຫຍຽນຈີນເທິງ ຕາງໜ້າບໍລິສັດຊັນຊາ ຢາງຫຼິງທຽນຊານ ແລະ ໂຄງການໂຄງການປູກເຫັດ ແລະ ໝາກເຜັດ ເຊັນໂດຍ ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ກັບ ທ່ານ ຫຍຽນຈີນເທິງ ຊັນຊາ ຢາງຫຼິງທຽນຊານ.