ອັຟການິດສະຖານ ກຽມປ່ຽນຖານທັບຕ່າງຊາດ ເປັນເຂດເສດຖະກິດພິເສດ

65

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ມູນເລາະ ອັບດູລ ການີ ບາຣາດາ ຮັກສາການນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງເສດຖະກິດຂອງອັຟການິດສະຖານ ເປີດເຜີຍເມື່ອວັນທີ 19 ກຸມພາຜ່ານມາວ່າ ລັດຖະບານ ກຳລັງປ່ຽນຖານທັບທະຫານຕ່າງຊາດໃນອະດີດ ໃຫ້ເປັນເຂດເສດຖະກິດພິເສດ.

“ ລັດຖະບານ ໄດ້ປຶກສາຫາລືຢ່າງຖີ່ຖ້ວນແລ້ວ ແລະ ໄດ້ຂໍ້ສະຫຼຸບວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ຄວນເຂົ້າມາຄວບຄຸມຄ້າຍທະຫານເກົ່າຂອງສະຫະລັດ ແລະ ພັນທະມິດ ເພື່ອພັດທະນາໃຫ້ກາຍເປັນເຂດເສດຖະກິດພິເສດ ໂດຍເລີ່ມຈາກຄ້າຍທະຫານເກົ່າໃນນະຄອນຫຼວງກາບູລ ແລະ ບາງແຂວງທາງພາກເໜືອຂອງປະເທດ, ຮັກສາການນາຍົກລັດຖະມົນຕີ ອັຟການິດສະຖານ ກ່າວ ”.

ທັງນີ້, ເສດຖະກິດອັຟການິດສະຖານ ກຳລັງປະເຊີນກັບ ຄວາມຫຍຸ້ງຍາກລຳບາກ ນັບແຕ່ກຸ່ມຕາລີບັນ ເຂົ້າມາບໍລິຫານປະເທດ ເມື່ອປີ 2021 ຜ່ານມາ, ຫຼັງຈາກກອງທັບສະຫະລັດ ແລະ ພັນທະມິດຖອນອອກຈາກອັຟການິດສະຖານ ຖືວ່າເປັນການຢຸດຕິສົງຄາມທີ່ແກ່ຍາວເປັນເວລາ 20 ປີ.