ຣັດເຊຍ ກຽມສົ່ງຍານອະວະກາດ ຊ່ວຍເຫຼືອນັກບິນອະວະກາດ 3 ຄົນ

56

ສຳນັກຂ່າວ AFP ລາຍງານວ່າ: ອົງການອະວະກາດແຫ່ງຊາດຣັດເຊຍ ( ROS COSMOS ) ເປີດເຜີຍວ່າ ຣັດເຊຍ ກຳລັງວາງແຜນສົ່ງຍານກູ້ໄພ ເພື່ອຊ່ວຍເຫຼືອນັກບິນອະວະກາດ 3 ຄົນໃນຍານ Soyuz MS-22 ກັບຄືນສູ່ໂລກ ເນື່ອງຈາກວ່າ ຍານອະວະກາດລຳດັ່ງກ່າວ ຖືກຫີນອຸກະບາດຂະໜາດນ້ອຍຕຳຈົນໄດ້ຮັບຄວາມເສຍຫາຍ.

อาจเป็นรูปภาพของ กลางแจ้ง

ລາຍງານລະບຸວ່າ: ໃນວັນທີ 24 ກຸມພາ 2023 ຈະເຖິງນີ້ ອົງການອະວະກາດຣັດເຊຍ ຈະສົ່ງຍານ Soyuz MS – 23 ຂຶ້ນໄປຊ່ວຍເຫຼືອນັກບິນອະວະກາດຣັດເຊຍ 2 ຄົນ ແລະ ນັກບິນອະວະກາດສະຫະລັດອາເມຣິກາ 1 ຄົນ ລວມເປັນ 3 ຄົນ ທີ່ໄດ້ເດີນທາງດ້ວຍຍານ Soyuz MS – 22 ເພື່ອປະຕິບັດພາລະກິດຢູ່ສະຖານີອະວະກາດນານາຊາດ ( ISS ) ຕັ້ງແຕ່ເດືອນກັນຍາ 2022. ທັງນີ້, ນັກບິນອະວະກາດທັງ 3 ຄົນ ມີກຳນົດກັບຄືນສູ່ໂລກດ້ວຍຍານ Soyuz MS – 22

อาจเป็นรูปภาพของ กลางแจ้ง

ແຕ່ຍານດັ່ງກ່າວ ມີບັນຫາມາຕັ້ງແຕ່ເດືອນທັນວາ 2022 ເປັນຕົ້ນມາ, ເຈົ້າໜ້າທີ່ອົງການອະວະກາດຂອງຣັດເຊຍ ແລະ ສະຫະລັດເຊື່ອວ່າ ເປັນເພາະອຸກະບາດຂະໜາດນ້ອຍຕຳໃສ່ຊ່ວງທ້າຍລຳຂອງຍານ ຈຶ່ງໄດ້ຮັບຄວາມເສຍຫາຍ ຈຶ່ງຈຳເປັນຕ້ອງນຳນັກບິນອະວະກາດກັບຄືນສູ່ໂລກກ່ອນກຳນົດເວລາ.