ປະກາດ! ໃຜຢາກໄປເຮັດວຽກຢູ່ເກົາຫຼີ ຄົນຫາດຊາຍຟອງ, ໄຊທານີກຽມພ້ອມ

20 Feb 2023

ຄລິກແຊຣ໌ 0 Facebook WhatsApp

ຄວາມຝັນຂອງໃຜຫຼາຍຄົນທີ່ຢາກໄປເຮັດວຽກຢູ່ເກົາຫຼີ ທີ່ຜ່ານມາປະກາດໃຫ້ຄົນທົ່ວໄປໄດ້ມາສະໝັກແຕ່ສັບສົນຫຼາຍ ຕອນນີ້ເພິ່ນລົງໄປແຕ່ລະເມືອງທີ່ມີພື້ນຖານ ໂດຍສະເພາະເຮັດກະສິກຳ ຊຶ່ງຊຸດໃໝ່ນີ້ແມ່ນເພິ່ນຈະລົງໄປຮັບສະໝັກແຮງງານຢູ່ເມືອງ ຫາດຊາຍຟອງ ແລະ ເມືອງ ໄຊທານີນະຄອນຫຼວງວຽງຈັນ ເພື່ອໄປເຮັດວຽກຕາມລະດູການທີ່ເມືອງ ຈອງຊອນ, ສ.ເກົາຫຼີ.

May be an image of 8 people
ອີງຕາມ ໜັງສືແຈ້ງເຈດນໍານົງ ການນໍາໃຊ້ແຮງງານຕາມລະດູການຂອງ ສປປ ລາວ ຈາກເມືອງ ຈອງຊອນ ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງວ່າ ເມືອງ ຈອງຊອນຈະຕ້ອງການແຮງງານໄປເຮັດວຽກ ຈຳນວນທັງໝົດ 300 ຄົນ ໃນກາງເດືອນ ເມສາ 2023.

May be an image of 8 people, people standing and indoor

ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ຫ້ອງການ ກະຊວງແຮງງານ ແລະສະຫວັດີການສັງຄົມແມ່ນມີແຜນຈະຮັບສະໝັກ ແລະ ຂຶ້ນທະບຽນ
ແຮງງານ ດັ່ງລາຍລະອຽດລຸ່ມນີ້:

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง
1. ໃຫ້ພະແນກ ຮສສ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການ ຮສສ ເມືອງ ໄຊທານີ ເພື່ອຂຶ້ນທະບຽນແຮງງານ ຂອງເມືອງ ໄຊທານີ ທີ່ມີຄວາມສົນໃຈໄປເຮັດວຽກຢູ່ ເມືອງ ຈອງຊອນ ຈຳນວນ 300 ຄົນ ໃນໄລຍະວັນທີ 13-17 ກຸມພາ 2023. ພາຍຫຼັງຂຶ້ນທະບຽນສຳເລັດແລ້ວ, ກົມການຈັດຫາງານ ພ້ອມດ້ວຍຄະນະ ຈະລົງໄປສຳພາດຄັດເລືອກ ເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງ ປະເທດ ສ.ເກົາຫຼີ ໃນລະຫວ່າງວັນທີ 20-21 ກຸມພາ 2022.

อาจเป็นรูปภาพของ 7 คน และ กลางแจ้ง
2. ໃຫ້ພະແນກ ຮສສ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການ ຮສສ ເມືອງ ຫາດຊາຍຟອງ ເພື່ອຂຶ້ນທະບຽນແຮງງານ ຂອງເມືອງ ຫາດຊາຍຟອງ ທີ່ມີຄວາມສົນໃຈໄປເຮັດວຽກຢູ່ ເມືອງ ຈອງຊອນ ຈຳນວນ 100 ຄົນ ໃນໄລຍະວັນທີ 13-21 ກຸມພາ 2023. ພາຍຫຼັງຂຶ້ນທະບຽນສຳເລັດແລ້ວ, ກົມການຈັດຫາງານພ້ອມດ້ວຍຄະນະ ຈະລົງໄປສຳພາດຄັດເລືອກ ເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງ ປະເທດ ສ.ເກົາຫຼີ ໃນລະຫວ່າງວັນທີ 22-23 ກຸມພາ 2022.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ