1 ປີຜ່ານມາ ຄະນະສະມາຊິກສະພາປະຊາຊົນ ເຂດເລືອກຕັ້ງເມືອງຫາດຊາຍຟອງ ໄດ້ຮັບຄຳສະເໜີຈາກປະຊາຊົນ 65 ບັນຫາ

64

1 ປີຜ່ານມາ ຄະນະສະມາຊິກສະພາປະຊາຊົນ ເຂດເລືອກຕັ້ງເມືອງຫາດຊາຍຟອງ ໄດ້ຮັບຄຳສະເໜີ 65 ບັນຫາ ພົ້ນກວ່າໝູ່ແມ່ນການຕັ້ງໜ້າລໍຄອຍຮັບເອົາຄ່າຊົດເຊີຍໂຄງການພັດທະນາຂອງລັດ, ບັນຫາລາຄາສິນຄ້າສູງ ແລະ ອື່ນໆ

ກອງປະຊຸມສະຫຼູບວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງຄະນະສະມາຊິກສະພາປະ ຊາຊົນ ເຂດເລືອກຕັ້ງປະຈຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 15 ກຸມພາ 2023 ທີ່ສະໂມສອນປົກຄອງເມືອງດັ່ງກ່າວ ເຊີ່ງເຂົ້າຮ່ວມຂອງ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ສຸກສະຫວັນ ບຸດຕະວົງ ຫົວໜ້າຄະນະສະມາຊິກສະພາປະຊາ ຊົນນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງຫາດຊາຍຟອງ ມີ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ເຂດເລືອກຕັ້ງ ເມືອງຫາດຊາຍຟອງ ບັນດາການນຳເມືອງ ຫົວໜ້າຫ້ອງການ ແລະ ນາຍບ້ານພາຍໃນເມືອງ

ໂອກາດດັ່ງກ່າວນີ້ ທ່ານເຈົ້າເມືອງຫາດຊາຍຟອງ ໄດ້ຂຶ້ນລາຍງານກ່ຽວກັບສະພາບລວມທາງດ້ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2022 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປີ 2023 ແມ່ນໄລຍະການສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິ X ຂອງສູນກາງພັກ ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ຂອງອົງຄະນະພັກເມືອງ ແລະ ເຄິ່ງສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລັດຖະບານ ໃນປີ 2022 ໄດ້ອະນຸມັດໂຄງການລົງທຶນຂອງລັດມີ 35 ໂຄງການມູນຄ່າລວມ 142 ຕື້ກວ່າກີບ, ສຳເລັດ 26 ໂຄງການ, ສືບຕໍ່ 10 ໂຄງການ, ຊຳລະໜີ້ສິນ 20 ໂຄງການ ໂຄງລ່າງພື້ນຖານການຄົມມະນາຄົມໄດ້ຮັບການພັດທະນາດ້ວຍທຶນຂອງປະຊາຊົນມູນຄ່າ 2.471 ຕື້ກີບ ເຊິ່ງມີບ້ານສະຫວ່າງຈອມທອງ ຖິ່ນເພຍ ແລະ ທ່ານາ-ດອນດູ່ ການລົງທຶນພາຍໃນ ແລະ ຕ່າງປະເທດ ມີ 3 ໂຄງການຄື: ໂຄງການພັດທະນາບຶງໜອງແວງ ຂອງບໍລິສັດ ລີນຊີ້ນ ບໍລິການ ຈຳກັດຜູ້ດຽວ, ໂຄງການພັດທະນາໜອງພົງ ຂອງບໍລິສັດ ເຮືອງຮຸ່ງ ຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ແລະ ໂຄງການປູກຝັງລ້ຽງສັດຕິດພັນກັບການທ່ອງທ່ຽວ ບໍລິເວນບຸ່ງຫົວຫ້າ ແລະ ໜອງທອງ ຂອງບໍລິສັດ ຊັບສົມບູນກໍ່ສ້າງຂົວທາງ ແມ່ນໄດ້ເຊັນສັນຍາ MOU ແລ້ວ. ນອກນັ້ນ, ກໍຍັງໄດ້ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມຂົງເຂດວຽກງານອື່ນໃນດ້ານການຜະລິດ ກະສິກຳ-ປ່າໄມ້ ປູກຝັງລ້ຽງສັດ, ອຸດສາຫະກຳ ແລະ ຫັດຖະກຳ ສິນຄ້າປຸງ ແຕ່ງ ແລະ ຜະລິດຕະພັນອື່ນໆ ປັດຈຸບັນສິນຄ້າທີ່ມີກາໝາຍໂອດ໋ອບ ທັງໝົດ 6 ຜະລິດຕະພັນ ແລະ ນອກນັ້ນ ກໍຍັງມີວຽກ ງານອື່ນໆທີ່ໄດ້ຮັບການຈັດຕັ້ງປະຕິບັດ.

ພ້ອມດຽວກັນນີ້, ກໍໄດ້ຮັບຟັງການລາຍງານທາງດ້ານຂອງຄະນະສະມາ ຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງເມືອງຫາດຊາຍຟອງ ຍົກໃຫ້ເຫັນການເຄື່ອໄຫວວຽກງານ ຂອງຄະນະດັ່ງກ່າວ ໃນໜື່ງປີທີ່ພົບການລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງທາງດ້ານເສດຖະກິດການເງິນທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍລວມ ແລະ ກະທົບຕໍ່ການປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນປະ ຈຳເມືອງຫາດຊາຍຟອງ ແຕ່ຄຽງຄູ່ກັບຄວາມຫຍຸ້ງຍາກດັ່ງກ່າວ ສະມາຊິກສະພາປະຊາຊົນ ກໍໄດ້ພ້ອມກັນສູ້ຊົນປະຕິບັດໜ້າທີ່ ຢ່າງ ຕັ້ງໜ້າ ແລະ ເຮັດໃຫ້ສາມາດຍາດໄດ້ຜົນງານ, ດ້ານນິຕິບັນຍັດ ແລະ ນິຕິກຳລຸ່ມກົດໝາຍແມ່ນໄດ້ຮ່ວຄົ້ນຄ້ວາປະກອບ ຄຳເຫັນໃສ່ຮ່າງກົດໝາຍ 12 ສະບັບ, ສຳມະນາຄົ້ນຄ້ວາທາບທາມຄໍາຄິດເຫັນຕໍ່ບັນດາຮ່າງນິຕິກຳທີ່ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ສະເໜີເພື່ອນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາປະຊາຊົນ ຈຳນວນ 4 ສະບັບ.

ນອກຈາກນີ້, ຍັງໄດ້ຮັບຄຳຮ້ອງທຸກ ຂອງປະຊາຊົນຄຳສະເໜີເພື່ອໃຫ້ແກ້ໄຂທັງໝົດ 65 ບັນຫາ ໃນນັ້ນແມ່ນໄດ້ພົວເຖິງພາລະບົດບາດຂອງອົງການປົກຄອງເມືອງ 34 ຂໍ້ ນະຄອນຫຼວງ 14 ຂໍ້ ແລະ ສູນກາງ 17 ຂໍ້ ແລະ ສຳລັບຂໍ້ຄວາມທີ່ເປັນໜ້າ ສົນໃຈພົ້ນກວ່າໝູ່ກໍ່ແມ່ນການຕັ້ງໜ້າລໍຄອຍຮັບເອົາຄ່າຊົດເຊີຍໂຄງການພັດທະນາຂອງລັດຄື: ທ່າບົກ-ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ໂຄງການທາງລົດໄຟ ລາວ-ຈີນ, ບັນຫາລາຄາສິນຄ້າສູງ ແລະ ບັນຫາອື່ນໆ. ພ້ອມນີ້ກອງປະຊຸມກໍໄດ້ສຸມໃສ່ຄົ້ນຄ້ວາປະກອບຄຳຄິດເຫັນໃນແຕ່ລະດ້ານ ເພື່ອໃຫ້ມີການຕິດຕາກວດໃນການຈັດຕັ້ງປະຕິບັດ ສອດຄ່ອງ ເປັນເອກະພາບ ໂດຍລົງເລິກວຽກງານປະຕິບັດວາລະແຫ່ງຊາດເພື່ອແກ້ໄຂບັນຫາຢາເສບຕິດ ແລະ ເສດຖະກິດເພື່ອການຈັດ ເກັບລາຍຮັບປີ 2023 ເປັນໄປຕາມທິດທີ່ກຳນົດໄວ້.