ສາເຫດ ແລະ ວິທີແກ້ໄຂບັນຫາລູກເບື່ອອາຫານ

61

ພໍ່ແມ່ຫຼາຍຄົນມັກຈະພົບບັນຫາລູກນ້ອຍບໍ່ມັກກິນເຂົ້າ ເຊິ່ງຈະພາໃຫ້ເກີດຄວາມກັງວົນວ່າລູກຈະຈ່ອຍຜອມ ແລະ ຂາດສານອາຫານ ເພື່ອແກ້ໄຂບັນຫາເຫຼົ່ານີ້ ພໍ່ແມ່ຄວນຮູ້ສາເຫດ ແລະ ເຕັກນິກການແກ້ໄຂບັນຫາລູກເບື່ອອາຫານ.
ສາເຫດທີ່ພາໃຫ້ເດັກນ້ອຍເບື່ອອາຫານເກີດຈາກຫຼາຍປັດໄຈ ເຊັ່ນ: ລູກອາດເກີດການເຈັບປ່ວຍ, ເປັນໄຂ້ ຫຼື ມີ ຄວາມຜິດປົກກະຕິຂອງລະບົບທາງເດີນອາຫານ; ຖືກຜູ້ປົກຄອງບັງຄັບໃຫ້ກິນຫຼາຍເກີນໄປ ດ້ວຍຄວາມຫວັງດີຂອງພໍ່ແມ່ຢາກໃຫ້ລູກກິນຫຼາຍໆ ໂດຍທີ່ລືມຄິດວ່າລູກອາດຈະອີ່ມແລ້ວ ແຕ່ຍັງບັງຄັບໃຫ້ລູກກິນຕໍ່ ຈຶ່ງເປັນສາເຫດເຮັດໃຫ້ລູກເບື່ອອາຫານໄດ້ ເຊິ່ງ ຄວາມຢາກອາຫານຂອງເດັກນ້ອຍແຕ່ລະຄົນຈະຕ່າງກັນ ຈຶ່ງເຮັດໃຫ້ຄວາມຕ້ອງການອາຫານຫຼາຍ – ໜ້ອຍຕ່າງກັນ.
■ ບັນຫາເດັກນ້ອຍເບື່ອອາຫານມີວິທີແກ້ໄຂດັ່ງນີ້:

1. ເມື່ອເດັກນ້ອຍເບື່ອອາຫານ ຜູ້ໃຫຍ່ຕ້ອງທໍາຄວາມເຂົ້າໃຈໃນທໍາມະຊາດຂອງເດັກນ້ອຍ ໂດຍການບໍ່ບັງຄັບເກີນໄປ.
2. ໃຫ້ລູກຮ່ວມກິດຈະກໍາໃນການເຮັດອາຫານ ເຊັ່ນ: ເດັດຜັກ ຫຼື ຕີໄຂ່ຊ່ວຍ ເພາະການມີສ່ວນຮ່ວມໃນການເຮັດອາຫານຈະເຮັດໃຫ້ເດັກນ້ອຍມ່ວນໄປນໍາ.
3. ໝັ່ນສັງເກດລົດຊາດຂອງອາຫານທີ່ເດັກນ້ອຍມັກ ແລະ ຄວນໃຫ້ອາຫານລູກໃນປະລິມານທີ່ພໍດີ ຖ້າບໍ່ພໍຈຶ່ງຕັກໃຫ້ໃໝ່.
4. ຫາກິດຈະກໍາໃຫ້ລູກເຮັດ ເພື່ອຈະໄດ້ໃຊ້ພະລັງງານຫຼາຍຂຶ້ນ ເມື່ອໃຊ້ພະລັງງານຫຼາຍກໍຈະເກີດຄວາມຮູ້ສຶກຫິວເພີ່ມຂຶ້ນ.
5. ຫຼຸດປະລິມານເຂົ້າໜົມ ຫຼື ຂອງກິນຫຼິ້ນ ແລ້ວປ່ຽນມາກິນຜັກ, ໝາກໄມ້ ສາມາດແກະສະຫຼັກເປັນຮູບລັກສະນະຕ່າງໆທີ່ໜ້າສົນໃຈ ເພື່ອເພີ່ມສີສັນ ແລະ ເພີ່ມຄວາມສົນໃຈໃຫ້ຢາກກິນອາຫານນັ້ນ.

6. ບໍ່ຄວນຍົວະເຍົ້າດ້ວຍການໃຫ້ລາງວັນ ເພື່ອແລກກັບການກິນອາຫານ ເປັນຕົ້ນແມ່ນການປ່ອຍໃຫ້ລູກຫຼິ້ນໂທລະສັບ ຫຼື ໃຫ້ສິ່ງຂອງທີ່ບໍ່ມີປະໂຫຍດແກ່ລູກນ້ອຍ ເພາະຈະເປັນການເຄີຍຕົວ.
7. ກິນອາຫານໄປພ້ອມກັນກັບລູກ ຫຼື ກິນຮ່ວມກັບເດັກນ້ອຍຄົນອື່ນໆ ເພື່ອເພີ່ມບັນຍາກາດ ແລະ ຄວາມສຸກໃນການຮັບປະທານອາຫານ.
8. ຊື່ນຊົມ ແລະ ໃຫ້ກໍາລັງໃຈເມື່ອລູກກິນໄດ້.
ຢ່າງໃດກໍຕາມ, ການປັບທັດສະນະຄະຕິຂອງຜູ້ປົກຄອງຮ່ວມກັບລູກ ຈະຊ່ວຍໃຫ້ພຶດຕິກໍາການກິນອາຫານດີຂຶ້ນໄດ້ ເຊິ່ງຈໍາເປັນຕ້ອງໃຊ້ເວລາ ແລະ ຄວາມອົດທົນຫຼາຍ ຈຶ່ງຈະສໍາເລັດ ແຕ່ກໍເປັນສິ່ງທີ່ຜູ້ປົກຄອງຄວນເຮັດ ເພື່ອປູກຝັງພຶດຕິກໍາການກິນອາຫານຂອງລູກນ້ອຍໃຫ້ດີຂຶ້ນ.
[ ຂໍ້ມູນຈາກ: PAOLO ]