7 ວິທີປ້ອງກັນ ແລະ ຫຼຸດບັນຫາໜ້າມັນດ້ວຍຕົນເອງ

68

ເມື່ອອາກາດຮ້ອນສິ່ງທີ່ມັກເກີດຂຶ້ນກັບຫຼາຍຄົນກໍຄືບັນຫາໜ້າມັນ ເປັນບັນຫາທີ່ສ້າງຄວາມລໍາຄານໃຈໃຜຫຼາຍໆຄົນ ໂດຍສະເພາະແມ່ນສາວໆ ນອກຈາກຈະເຮັດໃຫ້ໜ້າມັນແລ້ວບັນຫາທີ່ຕາມມາກໍຄື ເກີດເປັນສິວ, ຝ້າ, ໜ້າໝອງຄໍ້າ, ແຕ່ງໜ້າບໍ່ງາມ ແລະ ບັນຫາອື່ນໆ ເນື່ອງຈາກອາກາດຮ້ອນເຮັດໃຫ້ຜິວຂອງເຮົາຖ່າຍເທໄຂມັນອອກມາຫຼາຍກວ່າປົກກະຕິ. ໃຜທີ່ພົບກັບບັນຫາໜ້າມັນຄວນຮູ້ວິທີຮັບມື ແລະ ປ້ອງກັນດັ່ງນີ້:


1. ເລືອກຮັບປະທານອາຫານ: ສໍາລັບຄົນຜິວມັນສານອາຫານທີ່ຄວນໄດ້ຮັບຢ່າງພຽງພໍກໍຄື ວິຕາມິນເອ ແລະ ວິຕາມິນບີ 2 ເນື່ອງການຂາດວິຕາມິນ ບີ 2 ມີສ່ວນເຮັດໃຫ້ໜ້າມັນໄດ້, ດັ່ງນັ້ນເຮົາຄວນຮັບປະທານອາຫານທີ່ມີວິຕາມິນບີ 2 ໃຫ້ຫຼາຍ ເປັນຕົ້ນແມ່ນໝາກຖົ່ວ ແລະ ທັນຍາພືດຕ່າງໆ. ສ່ວນອາຫານທີ່ປະກອບດ້ວຍວິຕາມິນເອ ກໍມີຄວາມສໍາຄັນເປັນຕົ້ນແມ່ນຫົວກາຣົດ, ໝາກແຕງລາຍ, ຜັກຫົມ… ນອກຈາກນີ້ເຮົາຄວນຮັບປະທານອາຫານປະເພດຜັກ ແລະ ໝາກໝາກໄມ້ໃຫ້ຫຼາຍ. ຄວນຫຼີກລ່ຽງອາຫານປະເພດຈືນ ແລະ ອາຫານມັນ ເພາະຖ້າກິນຫຼາຍຈະເຮັດໃຫ້ຕ່ອມໄຂມັນຜະລິດນໍ້າມັນຫຼາຍຂຶ້ນ, ນອກຈາກນັ້ນກໍມີອາຫານປະເພດນໍ້າຕານ ແລະ ອາຫານທີ່ບໍ່ມີປະໂຫຍດຕ່າງໆເຊັ່ນ: ອາຫານທີ່ມີລົດຊາດເຜັດຈັດ ເພາະຈະເຮັດໃຫ້ຫຼອດເລືອດຂະຫຍາຍຕົວ, ຮ່າງກາຍຖ່າຍເທເຫື່ອອອກມາຫຼາຍຜິດປົກກະຕິ ແລະ ເຮັດໃຫ້ຮ່າງກາຍຂາດນໍ້າ.

2. ດື່ມນໍ້າສະອາດໃຫ້ຫຼາຍໆ: ການດື່ມນໍ້າເປັນອີກວິທີໜຶ່ງທີ່ຊ່ວຍຫຼຸດຄວາມມັນຂອງໜ້າໄດ້ເປັນຢ່າງດີ ພຽງແຕ່ເຮົາດື່ມນໍ້າເລື້ອຍໆຕິດຕໍ່ກັນຫຼາຍຄັ້ງ ບໍ່ຄວນດື່ມນໍ້າຫຼາຍໆພຽງຄັ້ງດຽວ ເພາະຮ່າງກາຍຈະໄດ້ຮັບພຽງເລັກໜ້ອຍສ່ວນທີ່ເຫຼືອຈະຖືກຖ່າຍເທອອກເປັນປັດສະວະ ແຕ່ການຄ່ອຍໆດື່ມຈະເຮັດໃຫ້ຮ່າງກາຍນໍາເອົາແຮ່ທາດຈາກນໍ້າໄປຫຼໍ່ລ້ຽງຮ່າງກາຍໄດ້ຢ່າງມີປະສິດທິພາບຫຼາຍກວ່າ ເຮັດໃຫ້ຜິວນຸ່ມຊຸ່ມຊື່ນ, ຊ່ວຍຂັບຖ່າຍສິ່ງເສດເຫຼືອອອກຈາກຮ່າງກາຍໄດ້ສະດວກຂຶ້ນ.
3. ຫຼີກລ່ຽງການປົກປິດໜ້າ: ການປ່ອຍຜົມປົກປິດໜ້າເກີນໄປ ຈະເຮັດໃຫ້ຄວາມເປື້ອນສະສົມຢູ່ໜ້າ ແລະ ເພີ່ມຄວາມອັບຊຸ່ມເຮັດໃຫ້ໜ້າມັນ ໂດຍສະເພາະໃນລະດູຮ້ອນ ເວລານອນກໍຄວນທໍາ ຄວາມສະອາດໝອນ ແລະ ຜ້າຫົ່ມເປັນປະຈໍາ.

4. ຫຼີກລ່ຽງແສງແດດ: ໃຊ້ຄຣີມກັນແດດ ລະວັງຢ່າໃຫ້ຖືກແດດຫຼາຍເກີນໄປ ເພາະແດດຈະເຮັດໃຫ້ຜິວແຫ້ງ ແລະ ຂາດ ຄວາມສົມດຸນ ກະຕຸ້ນໃຫ້ຮ່າງກາຍຜະລິດນໍ້າມັນຫຼາຍຂຶ້ນ ເຮັດໃຫ້ໜ້າມັນຂຶ້ນຫຼາຍກວ່າເກົ່າ ແລະ ຄວນໃຊ້ຄຣີມກັນແດດສູດບາງເບົາ ຫຼື ຄຣີມກັນແດດທີ່ຊ່ວຍດູດຊຶມຄວາມມັນ ( ຄຣີມກັນແດດສໍາລັັບຄົນໜ້າມັນ ) ຖ້າບໍ່ແພ້ແອວກໍຮໍກໍຄວນເລືອກຜະລິດຕະພັນທີ່ມີສ່ວນປະສົມຂອງແອວກໍຮໍ ເຊິ່ງຈະມີຄວາມບາງເບົາ ແລະ ຊຶມຊັບໄດ້ໄວກວ່າສູດອື່ນໆ ແລະ ຄວນທາປະຈໍາໃນທຸກໆເຊົ້າ.
5. ທໍາຄວາມສະອາດໜ້າ: ການທີ່ຜິວໜ້າມີຄວາມມັນຍິ່ງສະສົມຄວາມເປື້ອນສູ່ໜ້າ, ສະນັ້ນເຮົາຄວນທໍາຄວາມສະອາດຜິວໜ້າດ້ວຍການໝັ່ນລ້າງທຸກເຊົ້າ – ແລງ ຫຼື ລ້າງສະເພາະຕອນທີ່ຕົນເອງຮູ້ສຶກວ່າໜ້າມັນເກີນໄປ ເນື່ອງຈາກການລ້າງໜ້າເລື້ອຍໆຈະເປັນການເລັ່ງຜິວໃຫ້ຜະລິດນໍ້າມັນຫຼາຍຂຶ້ນກວ່າເກົ່າ.
6. ເລືອກຜະລິດຕະພັນລ້າງໜ້າ: ຄວນເລືອກໂຟມລ້າງໜ້າທີ່ມີຄ່າ pH ເປັນກາງ ຫຼື ອ່ອນໄປທາງກົດເລັກໜ້ອຍ ສະເພາະທີ່ເປັນກົດຈະຊ່ວຍຫຼຸດການຈະເລີນເຕີບໃຫຍ່ຂອງແບັກທີເຣຍໄດ້ດີ.
[ ຂໍ້ມູນຈາກ:Source ]