ແຈ່ວນໍ້າຜັກຈາກຄໍາມ່ວນ ຂາຍດີທີ່ໄອເຕັກ

33

ງານວາງສະແດງສິນຄ້າ ຜະລິດຕະພັນລາວ ລະຫວ່າງວັນທີ 10 – 19 ກຸມພາ ທີ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ ມີສິນຄ້າເຄື່ອງຂາຍຫຼາກຫຼາຍຍີ່ຫໍ້ມາຈາກທົ່ວປະເທດ ແລະ ຕ່າງປະເທດຈໍານວນໜຶ່ງ; ໃນນັ້ນ ຜະລິດຕະພັນປະເພດແຈ່ວຈາກແຂວງຄໍາມ່ວນ ກໍແມ່ນໜຶ່ງໃນສິນຄ້າທີ່ຂາຍດີ.

ເປັນຜະລິດຕະພັນສໍາເລັດຮູບທີ່ຊື້ໄປແລ້ວບໍລິໂພກໄດ້ເລີຍ ສະດວກຕໍ່ຄວາມຈໍາເປັນເລັ່ງດ່ວນໃນການຮັບປະທານອາຫານ ເພື່ອຟ້າວໄປວຽກງານ ຫຼື ສາມາດເປັນລາຍການເສີມໃນຄາບເຂົ້າໄດ້ທຸກຄາບຕາມຕ້ອງການ.

ຜະລິດຕະພັນແມ່ພອນທິບ ແຈ່ວປາແດກແຊບ, ແຈ່ວນໍ້າຜັກ, ນໍ້າປູ… ຫຼາຍຄົນເຫັນແລ້ວກໍຢາກລອງຊີມ ເຮັດໃຫ້ຂາຍດີເປັນພິເສດໄດ້ຫຼາຍສິບກັບຕໍ່ມື້ ຖືວ່າເປັນສິນຄ້າຕອບໂຈດຄວາມຕ້ອງການຂອງຫຼາຍໆຄົນ.


ສ່ວນປະກອບຂອງແຈ່ວປາແດກແຊບ ມີ: ປາແດກ 50%, ຫອມແດງ 10%, ກະທຽມ 10% ແລະ ໝາກເຜັດ 20% ນໍາມາຕໍາປະສົມກັນ ແລະ ບັນຈຸກ່ອງ ທີ່ມີການຫຸ້ມຫໍ່ສວຍງາມ ພ້ອມລະບຸຂໍ້ມູນຫຼາຍຢ່າງແມ່ນກະທັງມື້ຜະລິດ ແລະ ວັນໝົດອາຍຸ.
ວິທີຮັບປະທານແມ່ນກິນກັບຜັກ, ກັບຊີ້ນ ຫຼື ກັບຈີ່ໜັງກໍໄດ້ ເປັນຜະລິດຕະພັນທີ່ນໍາວັດຖຸດິບພາຍໃນປະເທດລ້ວນ, ບໍ່ມີສານກັນບູດ ຫຼື ສ່ວນປະສົມທາງເຄມີຕ່າງໆ ຈຶ່ງຕ້ອງເກັບຮັກສາໃນສະຖານທີ່ເຢັນທຸກຄັ້ງຫຼັງໄຂກ່ອງມາຮັບປະທານ.

ເຈົ້າຂອງຜະລິດຕະພັນບອກວ່າ: ທີ່ຜ່ານມາເຄີຍນໍາໄປວາງສະແດງຂາຍຢູ່ປະເທດເພື່ອນບ້ານ ກໍມີຜົນຕອບຮັບດີ ເຊິ່ງກໍມີແຜນຈະປັບປຸງພັດທະນາກໍາມະວິທີການຜະລິດຕື່ມ ແລະ ກຽມພ້ອມດ້ານວັດຖຸດິບຮອງຮັບໄລຍະຍາວ ເຮັດແນວໃດຈະມີລັກສະນະຍືນຍົງຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ ຕໍ່ໆໄປ.

ປັດຈຸບັນ ນອກຈາກຈໍາໜ່າຍຢູ່ກັບບ່ອນຜະລິດ ແລະ ພາຍໃນແຂວງຄໍາມ່ວນແລ້ວ ກໍຍັງມີວາງຂາຍຕາມມິນິມາກຕ່າງໆ ພ້ອມມີແຜນຈະເຮັດໃຫ້ຫຼາຍຂຶ້ນ ແລະ ຂະຫຍາຍຕະຫຼາດຕື່ມອີກ ຫາກຍັງໄດ້ຮັບການສະໜັບສະໜູນທີ່ດີຈາກສັງຄົມກໍຄືຜູ້ບໍລິໂພກ.
ຜະລິດ ແລະ ຈໍາໜ່າຍໂດຍ: ໂຮງງານແຈ່ວປາແດກແຊບແມ່ພອນທິບ ບ້ານໂພນສະໜານ ເມືອງທ່າແຂກ ແຂວງຄໍາມ່ວນ.