ເປີດໂຕແພັດຟອມ ລະບົບຊື້ຂາຍຕະຫຼາດອອນລາຍ ຜະລິດຕະພັນລາວ ຢ່າງເປັນທາງການ

125

ເພື່ອສົ່ງເສີມຜູ້ປະກອບການໃຫ້ມີລະບົບການຊື້-ການຂາຍຜະລິດຕະພັນ ທີ່ສາມາດບໍລິການໄດ້ຄົບວົງຈອນ, ເຊື່ອມຕໍ່ລະບົບຊໍາລະ, ລະບົບຄຸ້ມຄອງການຂົນສົ່ງທີ່ທັນສະໄໝ ໃຫ້ສາມາດເຊື່ອມຈອດກັບຕະຫຼາດພາຍໃນ ແລະ ສາກົນໄດ້ງ່າຍຂຶ້ນ, ສະການຄ້າ ແລະ ອຸດສາຫະກຳແຫງຊາດລາວ (ສຄອຊ) ຮ່ວມກັບ ບໍລິສັດ ອາໂລເອກສ໌ ຈຶ່ງໄດ້ພັດທະນາແພັດຟອມ ລະບົບຊື້ຂາຍຕະຫຼາດອອນລາຍ ຜະລິດຕະພັນລາວ ຂຶ້ນ.

ພິທີເປີດໂຕແພັດຟອມລະບົບຊື້ຂາຍ ຕະຫຼາດອອນລາຍຜະລິດຕະພັນລາວ (Made in Laos e-MarketPlace) ຈັດຂຶ້ນໃນວັນທີ 17 ກຸມພາ 2023 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງ ອຸດສະຫະກໍາ ແລະ ການຄ້າ; ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ທະນູສອນ ພົນອາມາດ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ນາງ ສຸລິນດາ ມະໂນທໍາ ຮອງຜູ້ອໍານວຍການ ບໍລິສັດ ອາໂລເອກສ໌ ຈໍາກັດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ໂຄງການສ້າງ, ພັດທະນາ, ຄຸ້ມຄອງບໍລິຫານ ແລະ ບໍາລຸງຮັກສາລະບົບຊື້-ຂາຍອອນລາຍ ຂອງຜະລິດຕະພັນລາວ ຫຼື (Made in Laos e-Marketplace) ແມ່ນໂຄງການຫນຶ່ງທີ່ຈັດຕັ້ງປະຕິບັດໂດຍ ສຄອຊ ແລະ ບໍລິສັດ ອາໂລເອກສ໌ ເພື່ອແນ່ໃສ່ການສົ່ງເສີມຜູ້ປະກອບການ ກໍຄືຈຸນລະວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ມີລະບົບການຊື້-ການຂາຍຜະລິດຕະພັນ ທີ່ສາມາດບໍລິການໄດ້ຄົບວົງຈອນ ຊຶ່ງລວມມີການເຊື່ອມຕໍ່ລະບົບຊໍາລະ ແລະ ລະບົບຄຸ້ມຄອງການຂົນສົ່ງທີ່ທັນສະໄໝໃຫ້ສາມາດເຊື່ອມຈອດກັບຕະຫຼາດພາຍໃນ ແລະ ສາກົນໄດ້ງ່າຍຂຶ້ນ. ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ຜູ້ປະກອບການໃນທົ່ວປະເທດ ຊອກຫາຄູ່ຄ້າ ແລະ ເປັນບ່ອນໂຄສະນາໃຫ້ຜະລິດຕະພັນຂອງຕົນໃຫ້ແກ່ຜູ້ບໍລິໂພກທັງພາຍໃນ ແລະ ສາກົນອີກດ້ວຍ.

ຈຸດປະສົງຂອງງານເປີດໂຕໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ຂໍ້ມູນກ່ຽວກັບການໃຊ້ງານຂອງ ແພັດຟອມ, ຄຸນນະສົມບັດລວມ, ຄູ່ມືການນໍາໃຊ້, ລະບົບການຊື້-ຂາຍ ສິນຄ້າຜະລິດຕະພັນລາວ ໂດຍຈະໄດ້ລວບລວມເອົາບັດດາສິນຄ້າທຸກຂະແໜງການເຊັ່ນ: ອາຫານ, ເຄື່ອງດື່ມ, ເສື້ອຜ້າ, ເຄື່ອງແຕ່ງກາຍ, ເຄື່ອງໃຊ້, ອັນຍະມະນີ, ສິນຄ້າກະສິກໍາ, ສິນຄ້າຫັດຖະກໍາ, ສິນຄ້າ ອຸດສາຫະກໍາ, ສິນຄ້າດິຈິຕ໋ອນ ແລະ ສິນຄ້າອື່ນໆທີ່ກ່ຽວຂ້ອງເຂົ້າໃນແຟັດຟອມດຽວກັນ ກໍຄື “Made In Laos e-Marketplace” ເຊິ່ງທ່ານຈະສາມາດເຫັນໄດ້ຜະລິດຕະພັນຂອງຜູ້ຜະລິດຊາວລາວໃນທຸກແຂວງທົ່ວປະເທດ ແລະ ສາມາດຈັບຈ່າຍ ທີ່ມີຄວາມສະດວກ ແລະ ງ່າຍດາຍຂຶ້ນ ຄາດວ່າຈະເປັນອີກຊ່ອງທາງໜຶ່ງໃຫ້ແກ່ ຜູ້ປະກອບການສາມາດຂະຫຍາຍການຂາຍຜ່ານລະບົບອອນລາຍ ໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດໄດ້. ຂໍເຊີນຊວນບັນດາທ່ານຫັນມານໍາໃຊ້ແພັດຟອມ “Made In Laos e-Marketplace” ແລະ ເຊີນຊວນບັນດາຜູ້ປະກອບການທຸລະກິດ ມາສະໝັກລະບົບດັ່ງກ່າວດ້ວຍ ນາງ ຈັນທະຈອນ ວົງໄຊ ກ່າວ.

ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການພັດທະນາລະບົບຊື້-ຂາຍອອນລາຍນີ້ ແມ່ນເປັນບາດກ້າວທີ່ດີ ເພາະຈະເປັນຊ່ອງທາງໜຶ່ງໃຫ້ຜູ້ປະກອບການ ໂດຍສະເພາະທຸລະກິດ SMEs ທີ່ມີຜະລິດຕະພັນໃຫ້ສາມາດຂະຫຍາຍການຂາຍສິນຄ້າຂອງຕົນຜ່ານລະບົບອອນລາຍ e-Marketplace ໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ