ຕຳໝາກຟົດ ລົດຊາດຈີດຈາດ ແກ້ງ່ວງນອນ

18

ໝາກຟົດ ເປັນໝາກໄມ້ຊະນິດໜຶ່ງທີ່ມີລົດຊາດສົ້ມ ( ສົ້ມແບບສຸດໆ ເຊິ່ງຄຳໂຕ່ງໂຕຍ ເຖົ້າເພິ່ນມັກເວົ້າວ່າ ສົ້ມຈິດລິດ ) ເຊິ່ງມີຢູ່ແຄມປ່າເຂດ ແຂວງພາກກາງ ຫາ ພາກເໜືອຈະມີຫຼາຍ; ຕົ້ນມັນ ແລະ ໃບ ມີລັກສະນະຄືກັບຕົ້ນໝາກແຄ່ນ, ເປັນພວງຄືກັນ. ຕອນດິບຈະຂຽວ, ພໍເລີ່ມສຸກຈະອອກສີເຫຼືອງ – ແດງ ແລະ ຈະມີໂໝກຂາວໆຕິດຢູ່ ຖ້າແກ່ເຕັມທີ່ ຈະມີສີກໍ່າດຳ ແລະ ມື້ນີ້ເຮົາຈະມາແນະນຳຕຳສົ້ມໝາກຟົດ ເພື່ອຫຼາຍຄົນຢາກລອງ.

▶ ວັດຖຸດິບ: ໝາກຟົດ ( ສາມາດຊື້ໄດ້ຢູ່ໃນຕະຫຼາດໃຫຍ່ ຖ້າຢູ່ນະຄອນຫຼວງວຽງຈັນແມ່ນຈະມີຂາຍຢູ່ຕະຫຼາດໂນນຄໍ້, ຕະຫຼາດບຶງທາດຫຼວງ, ຕະຫຼາດຂົວດິນຕອນເຊົ້າໆ, ຕະຫຼາດລາວ – ອົດຊີ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງກໍໄດ້, ເກືອ, ແປ້ງນົວ, ນໍ້າຕານ, ຫົວຜັກທຽມ, ຂີງ, ນໍ້າປາແດກສຸກ ຫຼື ດິບກໍໄດ້, .

▶ ຂັ້ນຕອນເຮັດ: ກ່ອນອື່ນຕຳໝາກເຜັດ, ຜັກທຽມ 1 – 2 ກີບ ( ບໍ່ມັກບໍ່ໃສ່ກໍໄດ້ ) ຕາມດ້ວຍຂີງ 2 ຂໍ້ມື, ເກືອ, ແປ້ງນົວ, ໝາກຟົດ ຕຳໃຫ້ແລກ ຫຼື ຖ້າໃຜມັກລະອຽດສາມາດໃຊ້ເຄື່ອງບົດກ່ອນແລ້ວ ຈຶ່ງມາຕຳກໍໄດ້. ຈາກນັ້ນກໍຕາມດ້ວຍນໍ້າຕານ, ນໍ້າປາແດກ ພ້ອມຕຳໃຫ້ເຂົ້າກັນອີກແລ້ວກໍຊີມລົດຊາດຕາມໃຈມັກ ຖ້າສົ້ມຫຼາຍກໍໃສ່ນໍ້າຕານອີກໄດ້. ເທົ່ານີ້ທ່ານກໍຈະໄດ້ຕຳສົ້ມໝາກຟົດແບບຈີດຈ໋າດກິນແກ້ງ່ວງນອນຕອນສວາຍໆແລ້ວ.