ການປູກເຜືອກຫອມ

39

ເຜືອກຫອມ ເປັນພືດລົ້ມລຸກ ສາມາດນຳເອົາເຜືອກມາເຮັດເຂົ້າໜົມຫວານໄດ້ຫຼາຍຮູບແບບ, ຊາວກະສິກອນສາມາດປູກເປັນອາຊີບຫຼັກເພື່ອສ້າງລາຍໄດ້ ເນື່ອງຈາກເຜືອກຫອມຂາຍໄດ້ລາຄາດີ ຊາວກະສິກອນຈຶ່ງສົນໃຈປູກຫຼາຍກວ່າເຜືອກຊະນິດອື່ນໆ.

1. ພື້ນທີ່ ແລະ ລະດູການປູກ
ເຜືອກຫອມຈະເລີນເຕີບໂຕໄດ້ດີໃນດິນລ່ວນປົນຊາຍທີ່ມີການລະບາຍນໍ້າໄດ້ດີບໍ່ຖ້ວມຂັງເມື່ອຝົນຕົກຫຼາຍ. ຖ້າປູກໃນດິນໜຽວຫົວຈະນ້ອຍຍາວບໍ່ອວບງາມ. ຖ້າປູກເຜືອກຫອມຫຼັງຈາກການເຮັດນາ ຄວນປູກໃນເດືອນກຸມພາ ຫຼື ຊ້າກວ່ານີ້ເລັກໜ້ອຍກໍໄດ້.

2. ແນວພັນ
ເຜືອກທີ່ໃຊ້ສ່ວນໃຫຍ່ເປັນແນວພັນພື້ນບ້ານ.

3. ວິທີຊໍາຕົ້ນເຜືອກ
ເມື່ອໄດ້ຕົ້ນເຜືອກມາແລ້ວນໍາມາວາງເທິງດິນທີ່ປຽກຊຸ່ມໃນບ່ອນຮົ່ມ, ໃຫ້ວາງເປັນແຖວໆ ແລະ ໃຊ້ເຟືອງປົກຄຸມ, ຫົດນໍ້າໃຫ້ຊຸ່ມປະມານ 5 – 6 ວັນ ເຜືອກຈະເກີດເປັນໜໍ່ເຕີບໂຕເປັນຕົ້ນອ່ອນສູງປະມານ 10 – 20 ຊັງຕີແມັດ, ຖ້າຫົວເຜືອກແຕກໜໍ່ຫຼາຍຍອດ ຄວນເດັດໃຫ້ເຫຼືອພຽງຍອດດຽວແລ້ວຍ້າຍໄປປູກໄດ້.

4. ການກຽມດິນແປງປູກ
ຍົກຮ່ອງເຮັດແປງປູກກວ້າງປະມານ 5 ແມັດ ຍາວໄປຕາມພື້ນທີ່ດິນ, ໄລຍະຫ່າງຂອງຮ່ອງປະມານ 1 – 1/2 ແມັດ, ຂຸດຂຸມປູກກວ້າງ 50 ຊັງຕີແມັດ. ຫາກພື້ນທີ່ດິນມີສະພາບເປັນກົດສູງ ຄວນແກ້ໄຂດ້ວຍການໃສ່ປູນຂາວລົງໃນເວລາໄຖດິນໃສ່ປະມານໄຮ່ລະ 500 ກິໂລ ຫຼື ປະສົມປະມານ 1 ກະປອງນົມຂຸ້ນໃນຂຸມປູກຫາກປູກບໍ່ຫຼາຍສາມາດໃຊ້ຂີ້ເທົ່າແທນປູນຂາວໄດ້.


5. ວິທີການປູກເຜືອກຫອມ
ວາງຫົວເຜືອກລຽງເປັນແຖວເອົາຕາຂຶ້ນຂ້າງເທິງ, ຖົມດ້ວຍດິນລະອຽດພໍປົກຫົວເຜືອກ ແລ້ວປົກຄຸມດ້ວຍເຟືອງໜາປະມານ 2 – 5 ຊັງຕີແມັດ, ຫົດນໍ້າໃຫ້ຊຸ່ມທຸກວັນ ປະມານ 10 – 15 ວັນ ເມື່ອແຕກຍອດຍາວປະມານ 10 – 15 ຊັງຕີແມັດ ໃຫ້ຍ້າຍລົງປູກໃນໜານທີ່ກຽມໄວ້ ປູກໂດຍວາງຫົວນ້ອຍໆ ຫຼື ຍອດຂອງຫົວລົງໃນຂຸມທີ່ກຽມໄວ້ເລິກປະມານ 10 – 15 ຊັງຕີແມັດ ຂຸມລະ 1 – 2 ຫົວ, ຖ້າປູກໃນນາຄວນໃຊ້ຍອດ ແລະ ປູກເລິກ 17 – 25 ຊັງຕີແມັດ ໂດຍທົ່ວໄປໃຊ້ໄລຍະປູກ 60 x 60 ຊັງຕີແມັດ, ຈະຖີ່ ຫຼື ຫ່າງກວ່ານີ້ກໍໄດ້ເຊັ່ນ: ໄລຍະແຖວ 60 – 120 ຊັງຕີແມັດ, ໄລຍະຂຸມ 40 – 60 ຊັງຕີແມັດ.

6. ການໃສ່ຝຸ່ນ
ກ່ອນປູກໃຫ້ໃສ່ຝຸ່ນຄອກຮອງກົ້ນຂຸມ ຫຼື ປະສົມໃນຂຸມປູກຂຸມລະ 2 – 3 ກຳມື. ໃສ່ເດືອນລະ 1 ຄັ້ງ ຫຼັງຈາກປູກເຜືອກແລ້ວ ຄວນໃສ່ຝຸ່ນຄອກ ແລະ ຝຸ່ນວິທະຍາສາດ, ໃສ່ຕົ້ນລະ 1 ບ່ວງແກງ, ຝຸ່ນຄອກໃສ່ຕົ້ນລະ 1 ກຳມື ໂດຍປະສົມຝຸ່ນທັງສອງຊະນິດໃຫ້ເຂົ້າກັນ, ຂຸດຮ່ອງອ້ອມຕົ້ນ ໃຫ້ຫ່າງຕົ້ນລະ 1 ຝາມື, ໂຮຍຝຸ່ນລົງໄປ ຖົມດິນ ແລະ ຫົດນໍ້າໃຫ້ຊຸ່ມ.
ໃສ່ຝຸ່ນບຳລຸງຫົວທີ່ມີສ່ວນປະສົມຂອງທາດໂປແຕສຊຽມ ເມື່ອເຜືອກອາຍຸໄດ້ 2 – 4 ເດືອນ ໃຊ້ບຳລຸງຫົວ ໂຮຍໃສ່ອ້ອມຕົ້ນ ຕົ້ນລະ 1 ບ່ວງແກງ ແລ້ວພູນດິນຖົມ ແລະ ຫົດນໍ້າໃຫ້ຊຸ່ມ.

7. ການເກັບກ່ຽວເຜືອກຫອມ
ເມື່ອເຜືອກອາຍຸໃກ້ຈະເກັບກ່ຽວໄດ້ ໃບຈະຄ່ອຍໆເປັນສີເຫຼືອງ ຕັ້ງແຕ່ໃບລຸ່ມຂຶ້ນໄປຈົນເຫຼືອແຕ່ສ່ວນຍອດ 2 – 3 ໃບ ສະແດງວ່າຫົວເຜືອກແກ່ຫຼາຍ ສາມາດຂຸດໄດ້ແລ້ວ, ນັບແຕ່ມື້ປູກຈົນເຖິງວັນເກັບກ່ຽວປະມານ 7 ເດືອນ.

8. ວິທີຂຸດຫົວເຜືອກ
ເຜືອກຫອມມີອາຍຸປະມານ 6 ເດືອນ ການເກັບໃຊ້ສຽມ ຫຼື ຈົກຂຸດ, ຂຸດຂຶ້ນມາແລ້ວຕັດໃບ ຫຼື ຮາກອອກເຫຼືອແຕ່ຫົວໄວ້, ລ້າງໃຫ້ສະອາດ ຫຼື ອາດສົ່ງຂາຍໃຫ້ຕະຫຼາດໄດ້ເລີຍ. ຖ້າຕ້ອງການເກັບຮັກສາຫົວເຜືອກໃຫ້ດົນບໍ່ຄວນຕັດຍອດຖິ້ມຈະຕ້ອງເກັບໃນບ່ອນທີ່ແຫ້ງ ອາກາດຖ່າຍເທສະດວກ, ອາດເກັບຮັກສາໄດ້ດົນ 4 – 6 ເດືອນ, ການເກັບໃນຫ້ອງເຢັນ 10 ອົງສາ ສາມາດເກັບໄດ້ດົນເຖິງ 6 ເດືອນ.

[ ຂໍ້ມູນ: ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ]