ສ້າງແຮງຂັບເຄື່ອນ ໃຫ້ທຸກຄົນມີສ່ວນຮ່ວມ ເພື່ອອົງກອນເຕີບໃຫຍ່ເຂັ້ມແຂງ

15

ຜູ້ບໍລິຫານອົງກອນ ຫຼື ເຈົ້າຂອງບໍລິສັດຈະຮູ້ດີວ່າ ພະນັກງານຄົນໃດເຮັດວຽກແບບເຕັມໃຈເພື່ອອົງກອນແທ້ໆ ຫຼື ຍ້ອນການຖືກບັງຄັບ? ຫຼື ເຮັດເພື່ອລໍຖ້າຊອກວຽກໃໝ່?. ຖ້າຫາກທ່ານເປັນຄົນໜຶ່ງທີ່ອຸທິດຕົນເພື່ອຄວາມຕ້ອງການຂອງອົງກອນໂດຍບໍ່ມີເງື່ອນໄຂໃດໆທັງສິ້ນແລ້ວ ອົງກອນກໍຈະຕອບແທນທ່ານຢ່າງເຕັມທີ່ເຊັ່ນກັນອາດຈະເປັນຜົນຕອບແທນ ເຊັ່ນ: ໂບນັດທ້າຍປີ, ການຍ້ອງຍໍ – ຊົມເຊີຍ, ການໃຫ້ສິດທິພິເສດ, ການເຊົ່າ – ຜ່ອນສິນຄ້າອື່ນໆ ຫຼື ການຂຶ້ນຂັ້ນ, ຂຶ້ນເງິນເດືອນຕ່າງໆ.

ບໍ່ວ່າຈະເປັນທຸລະກິດຫຍັງກໍຕາມ ຜູ້ທີ່ເປັນຫົວໜ້າເຂົາຈະມີວິທີສັງເກດເບິ່ງລູກນ້ອງທີ່ເຮັດວຽກພາຍໃນອົງກອນດຽວກັນໃນຫຼາຍໆຮູບແບບ; ສິ່ງສໍາຄັນແມ່ນຜົນປະໂຫຍດລວມຂອງອົງກອນເປັນຫຼັກ ເພື່ອເຮັດແນວໃດໃຫ້ທຸລະກິດຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ແຕ່ການຈະໄປເຖິງຈຸດນັ້ນກໍຕ້ອງໄດ້ສ້າງບັນຍາກາດການເຮັດວຽກພາຍໃນທີມງານໃຫ້ມີຄວາມເປັນມືອາຊີບ ແລະ ຊໍານານງານໃນໜ້າວຽກນັ້ນໆສາກ່ອນ ລວມໄປເຖິງການສ້າງສະພາບແວດລ້ອມທີ່ດີໃນບ່ອນເຮັດວຽກ ເຮັດໃຫ້ທີມງານຮູ້ສຶກມີຄວາມສຸກໃນທຸກໆມື້ກັບໜ້າວຽກທີ່ຖືກມອບໝາຍ ແຕ່ບໍ່ແມ່ນບັງຄັບໃຫ້ເຮັດໂດຍບໍ່ເຕັມໃຈທີ່ຈະເຮັດ.


ສະນັ້ນ, ຜູ້ນໍາທີ່ດີຕ້ອງມີທັດສະນະທີ່ຖືກຕ້ອງ ເພື່ອເຂົ້າຮ່ວມ ແລະ ສະໜັບສະໜູນທີມງານ ເຊິ່ງຈະຂໍຍົກຕົວຢ່າງ 6 ຂັ້ນຕອນໃນການສົ່ງເສີມການເຮັດວຽກ ແລະ ການມີສ່ວນຮ່ວມໃນອົງກອນ ທີ່ເຮົາຄວນປະຕິບັດເພື່ອສ້າງການພົວພັນ ແລະ ແຮງຈູງໃຈໃຫ້ວຽກງານໄດ້ຮັບຜົນສຳເລັດ ປະກອບມີ:

1). ການສື່ສານຢ່າງລະອຽດກ່ຽວກັບການເຊື່ອມໂຍງລະ ຫວ່າງການປະຕິບັດ ແລະ ຜົນຕອບແທນຂອງພະນັກງານ.
2). ຮັບປະກັນການປະເມີນຜົນໃນການປະຕິບັດໜ້າທີ່ ແລະ ສາມາດໄຈ້ແຍກໄດ້ຢ່າງລະອຽດຖີ່ຖ້ວນ.
3). ພະຍາຍາມບໍ່ໃຫ້ມີອຸປະສັກໃນການເຮັດວຽກເປັນອັນຂາດ ຫາກສາມາດແກ້ໄຂທັນທີໄດ້ແມ່ນໃຫ້ລົງມືປະຕິບັດເລີຍ ໂດຍບໍ່ຈໍາເປັນຕ້ອງເຖິງມືຫົວໜ້າ ແລະ ສຸດທ້າຍ ຫຼີກລ່ຽງທັດສະນະຄະຕິທາງລົບທີ່ມີຜົນຕໍ່ການເຮັດວຽກຂອງພະນັກງານ.
4). ເລືອກຄົນທີ່ເໝາະສົມສໍາລັບວຽກງານ, ພິຈາລະນາຄຸນລັກສະນະຂອງວຽກ ແລະ ຄວາມສາມາດຂອງຜູ້ທີ່ຈະຖືກມອບໝາຍວຽກ.
5). ການຕິດຕາມ ແລະ ພັດທະນາສະພາບແວດລ້ອມການເຮັດວຽກ ເຊິ່ງຜູ້ນໍາຕ້ອງມີ ຄວາມສາມາດ ແລະ ແບບການຄຸ້ມຄອງທີ່ເໝາະສົມ ເພື່ອຊຸກຍູ້ໃຫ້ກໍາລັງໃຈພະນັກງານຢູ່ຕະຫຼອດເວລາ.
6). ສຸມໃສ່ຜົນຕອບແທນທີ່ບໍ່ພຽງແຕ່ໃນຮູບແບບຂອງເງິນ ເຊັ່ນ: ໃຫ້ໂອກາດຮັບໜ້າວຽກເພີ່ມ, ຍົກລະດັບຄວາມຮູ້, ການໄປຝຶກອົບຮົມໃນຂົງເຂດຕ່າງໆ ແລະ ຍ້ອງຍໍສັນລະເສີນຜົນງານ. ຄຽງຄູ່ກັນນັ້ນ, ຍັງຕ້ອງມີການພົວພັນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງສະໝໍ່າສະເໝີ.

ເວລາໝູນໄປຢ່າງໄວວາ ເດືອນທຳອິດຂອງປີ 2023 ກໍຜ່ານພົ້ນໄປແລ້ວ, ຂະນະທີ່ເດືອນທີ 2 ທີ່ປີນີ້ມີພຽງ 28 ວັນ ກໍເຂົ້າສູ່ກາງເດືອນແລ້ວ. ເຮົາລອງມາສຳຫຼວດກວດກາຕົນເອງຄືນດີບໍ ວ່າໄດ້ເຮັດຫຍັງທີ່ມີອັນຕັ້ງໜ້າແດ່ໃນໜຶ່ງເດືອນຜ່ານ ເພື່ອປັບປຸງແກ້ໄຂສິ່ງທີ່ຍັງເປັນຈຸດອ່ອນ ເຮັດໃຫ້ປີ2023 ເປັນປີແຫ່ງໄຊຊະນະຂອງຕົນເອງໃນອາຊີບການງານ ກໍຄືທຸລະກິດ.