ອິນເດຍ ຈະສັ່ງຊື້ເຮືອບິນໃໝ່ ຈາກແອບັສ 250 ລຳ

42

ສຳນັກຂ່າວ ຊິນຫົວລາຍງານວ່າ ແອອິນເດຍ ( AI ) ເປັນບໍລິສັດ ສາຍການບິນເອກະຊົນ ຂອງ ອິນເດຍ ຈະສັ່ງຊື້ເຮືອບິນໃໝ່ ຈາກບໍລິສັດແອບັສ ( Airbus ) ຈຳນວນ 250 ລຳ, ໃນນັ້ນເຮືອບິນລຸ້ນ A 350 ຈຳນວນ 40 ລຳ ແລະ ເຮືອບິນລຸ້ນອື່ນໆຈຳນວນ 210 ລຳ.

อาจเป็นรูปภาพของ 1 คน และ เครื่องบิน

ກ່ອນໜ້ານີ້ ແອອິນເດຍ ໄດ້ປະກາດແຜນການລົງທຶນເພີ່ມຕື່ມ ຈຳນວນ 400 ລ້ານໂດລາ ສະຫະລັດ ເພື່ອປະດັບປະດາໃນເຮືອບິນ A 350 ຄືນໃໝ່ ລວມເຖິງການຕິດຕັ້ງບ່ອນນັ່ງລຸ້ນໃໝ່ຫຼ້າສຸດ ແລະ ລະບົບຄວາມບັນເທີງຢູ່ໃນຖ້ຽວບິນໃຫ້ດີທີ່ສຸດ.

อาจเป็นรูปภาพของ เครื่องบิน

ຂໍ້ຕົກລົງການສັ່ງຊື້ເຮືອບິນຈາກບໍລິສັດແອບັສຄັ້ງນີ້ ເປັນສ່ວນໜຶ່ງໃນແຜນການຂອງ ແອ ອິນເດຍ ທີ່ຈະສັ່ງຊື້ເຮືອບິນໃໝ່ທັງໝົດ 470 ລຳ, ໃນນັ້ນ ມີໂບອິງ ( Boeing ) ຈຳນວນ 220  ລຳ.