ສຳນັກງານສະຖິຕິຂອງອົດສະຕຣາລີ ( Australian Bureau of Statistics: ABS ) ເປີດເຜີຍວ່າ: ອັດຕາການຈ້າງງານໃນອົດສະຕຣາລີ ຫຼຸດລົງ 11 ພັນຕຳແໜ່ງ ໃນເດືອນມັງກອນ 2023 ເຊິ່ງເປັນການຫຼຸດລົງ 2 ເດືອນຕິດຕໍ່ກັນແລ້ວ, ໃນຂະນະທີ່ຕົວເລກຜູ້ວ່າງງານເພີ່ມຂຶ້ນ 22 ພັນຄົນ ເຮັດໃຫ້ອັດຕາການວ່າງງານຂອງອົດສະຕຣາລີ ຢູ່ທີ່ 3,7%.
ລາຍງານລະບຸວ່າ: ອັດຕາການຈ້າງງານຕໍ່ປະຊາກອນຫຼຸດລົງຈາກ 64,2% ໃນເດືອນທັນວາ 2022 ມາເປັນ 60% ໃນເດືອນມັງກອນ 2023 ແຕ່ຍັງສູງກວ່າເດືອນມັງກອນ 2022 ແລະ ສູງກວ່າເດືອນມີນາ 2020 ( ເຊິ່ງເປັນເດືອນສຸດທ້າຍກ່ອນເກີດການລະບາດຂອງພະຍາດໂຄວິດ – 19 ) ເຊິ່ງຢູ່ທີ່ 62,4%.