ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ ບໍລິສັດ ອາເດີລານສ໌ ທີ່ມີຜົນງານມອບໂຮງງານ ມູນຄ່າ 3,9​ ລ້ານໂດລາ ໃຫ້ລັດ

173

ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ ບໍລິສັດ ອາເດີລານສ໌ ທີ່ມີຜົນງານປະກອບສ່ວນມອບອາຄານໂຮງງານ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ລັດຖະບານ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ ມູນຄ່າ 3.999.314 ໂດລາ.

ໃນວັນທີ 17 ກຸມພາ 2023 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ບໍລິສັດ ອາເດີລານສ໌ (Aderans) ຈໍາກັດ ທີ່ມີຜົນງານໃນການປະກອບສ່ວນກໍຄື: ມອບອາຄານໂຮງງານ ແລະ ສິ່ງອໍານວຍຄວາມ ສະດວກອື່ນໆ ໃຫ້ຄະນະຄຸ້ມຄອງງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ (ຂສພ.ສຂ) ທີ່ເປັນຕາງໜ້າໃຫ້ ລັດຖະບານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ ຊຶ່ງລວມມູນຄ່າທັງໝົດ 3.999.314 ໂດລາສະຫະລັດ ໃຫ້ກຽດປະດັບ ແລະ ມອບໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຮັບໂດຍ ທ່ານ SENDO SHINICHI ຄະນະກໍາມະການປະຕິບັດ ຂອງກຸ່ມບໍລິສັດ ອາເດີລານສ໌ ແລະ ເປັນຜູ້ບໍລິຫານສູງສຸດຂອງໂຮງງານຕ່າງປະເທດ, ມີ ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມດ້ວຍພະນັກງານຫຼັກແຫຼ່ງສອງຝ່າຍເຂົ້າຮ່ວມ.

ສໍາລັບບໍລິສັດ ອາເດີລານ ລາວ ຈຳກັດ ເປັນບໍລິສັດທີ່ນອນຢູ່ໃນເຄືອຂ່າຍຂອງບໍລິສັດ ອາເດີລານ ຈຳກັດ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ໂຕກຽວ ປະເທດຍີ່ປຸ່ນ ທີ່ມີຊື່ສຽງດ້ານການດຳເນີນກິດຈະການກ່ຽວກັບການຜະລິດວິກຜົມແບບຫັດຖະກຳ, ຜະລິດຕະພັນປະເພດຕ່າງໆທີ່ນຳໃຊ້ ແລະ ບຳລູງຮັກສາກ່ຽວກັບເສັ້ນຜົມ, ສະໜອງໃຫ້ຫຼາຍປະເທດ ໂດຍມີສາຂາທີ່ເປັນໂຮງງານຜະລິດທັງໝົດ 3 ແຫ່ງຄື: ຢູ່ຟີລິບປິນ, ໄທ ແລະ ສປປ ລາວ (ນະຄອນຫລວງວຽງຈັນ-ສະຫວັນນະເຂດ), ຈຳນວນສາຂາຈຳໜ່າຍຜະລິດຕະພັນຂອງບໍລິສັດມີຢູ່ 68 ສາຂາ. ໃນນັ້ນ, ຢູ່ຍີ່ປຸ່ນ ມີ 60 ສາຂາ, ສະຫະລັດອາເມລິກາ 2ສາຂາ ແລະ ເອີຣົບ 6 ສາຂາ.

ໄລຍະຜ່ານມາບໍລິສັດໄດ້ເຂົ້າໄປ ລົງທຶນສ້າງຕັ້ງໂຮງງານ ຢູ່ ຈຸດ D ຂອງ ຂສພ.ສຂ ຕາມໃບອະນຸຍາດລົງທຶນສະບັບເລກທີ 096/ຄຂສພ.ຂສສຊ, ລົງວັນທີ 19 ພຶດສະພາ 2014, ເພື່ອດໍາເນີນທຸລະກິດດ້ານການຜະລິດວິກຜົມແບບຫັດຖະກໍາ ສົ່ງອອກໄປຕ່າງປະເທດ ມີການເຊົ່າເນື້ອທີ່ດິນທັງໝົດ 28,401 ຕາແມັດ ໃນໄລຍະ 15 ປີ ແລະ ມີທຶນຈົດທະບຽນ 5.600.000 ໂດລາ. ມາຮອດປີ 2019 ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍການບໍລິຫານຂອງບໍລິສັດ ບວກກັບການລະບາດຂອງພະຍາດໂຄວິດ-19 ບໍລິສັດໄດ້ຂໍຢຸດເຊົາກິດຈະການຢູ່ ຂສພ.ສຂ ແລ້ວກັບມາລວມຕົວເຂົ້າກັນກັບ ບໍລິສັດ ລາວ ຄວາ ລີຕີ ຈຳກັດ ທີ່ເປັນຄູ່ຮ່ວມທຶນກັນກ່ອນໜ້ານີ້ ແຕ່ປີ 2012 ເຊິ່ງຕັ້ງຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມທັງມອບອາຄານໂຮງງານ ຈໍານວນ 2 ຫລັງ ແລະ ອຸປະກອນຕ່າງໆ ລວມມູນຄ່າທັງໝົດ 3.999.314 ໂດລາ ເພື່ອນໍາໃຊ້ເປັນສະຖານທີ່ສາທາລະນະປະໂຫຍດດ້ານສັງຄົມ ແລະ ດ້ານອື່ນໆຂອງ ຂສພ.ສຂ. ນອກຈາກນີ້, ໄລຍະທີ່ລົງທຶນໃນ ຂສພ.ສຂ ພັນທະເຂົ້າງົບປະມານລັດ 643.952.457 ກີບ ແລະ ປະກອບສ່ວນຕຶກອາຄານໃຫ້ແຂວງນຳໃຊ້ເປັນສູນກັກກັນ ແລະ ປິ່ນປົວຜູ້ຕິດໂຄວິດ-19 ລວມມູນຄ່າ 600 ລ້ານກີບ.

ທ່ານ SENDO SHINICHI ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຕ້ອນຮັບ ໃຫ້ເຂົ້າຮ່ວມພິທີມອບຮັບຫຼຽນໄຊພັດທະນາ ຊັ້ນ I ຈາກລັດຖະບານລາວ ໃນການມອບອາຄານໂຮງງານຢູ່ສະຫວັນນະເຂດໃຫ້ແກ່ລັດຖະບານລາວ, ບໍລິສັດຂອງຂ້າພະເຈົ້າໄດ້ມີຄວາມຄິດທີ່ຈະສ້າງຜົນປະໂຫຍດຕໍ່ປະເທດລາວ ຈຶ່ງໄດ້ສ້າງຕັ້ງໂຮງງານໃນແຂວງສະຫວັນນະເຂດ ເພື່ອສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນລາວ ແຕ່ເນື່ອງຈາກວ່າມີສອງໂຮງງານ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ແມ່ນເຮັດໃຫ້ມີຄ່າໃຊ້ຈ່າຍຫຼາຍດ້ານ, ຝ່າຍບໍລິຫານເຫັນຄວາມຈໍາເປັນຕ້ອງປ່ຽນແນວທາງການບໍລິຫານ ໂດຍການຄວບລວມເອົາໂຮງງານທີ່ນະຄອນຫຼວງວຽງຈັນບ່ອນດຽວ ຈຶ່ງມີການຍ້າຍຈາກສະຫວັນນະເຂດ ມາຮ່ວມຢູ່ນະຄອນຫຼວງວຽງຈັນ.

ສ່ວນອາຄານສໍານັກງານຢູ່ແຂວງສະຫວັນນະເຂດ ແທນທີ່ຈະຂາຍ, ແຕ່ ທ່ານ TSUMURA YOSHIHIRO ປະທານກໍາມະການຂອງບໍລິສັດແມ່ ໄດ້ຕັດສິນໃຈວ່າ ເພື່ອເປັນປະໂຫຍດສໍາລັບປະເທດລາວ ເຫັນວ່າຄວນມອບທັງອາຄານ ແລະ ສິດທິໃນການເຊົ່າ ໃຫ້ແກ່ເຂດເສດຖະກິດພິເສດສະຫວັນນະເຂດ ເຊິ່ງເປັນຕົວແທນຂອງລັດຖະບານລາວ ແລະ ທາງບໍລິສັດ ອາເດີລານສ໌ ຂໍຂອບໃຈຕໍ່ລັດຖະບານລາວ ໃນການມອບຫຼຽນໄຊ ອັນຊົງກຽດ ແລະ ຂໍໃຫ້ປະເທດລາວ ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

ຂ່າວ-ພາບ: ສັນຕິ