ບໍລິສັດ ສຸກໃຈ ສາລະວັນຈັບມືໂຮງຮຽນເຕັກນິກ-ວິຊາຊີບຈະຊ່ວຍສົ່ງເສີມດ້ານກະສິກຳຄູ-ນັກສຶກສາ 

51

ໃນວັນທີ 15 ກຸມພາ 2023 ຜ່ານມາ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ (ຮຕ.ສວ), ທີ່ເມືອງເລົ່າງາມ ແຂວງສາລະວັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງ ທ່ານ ສິດທິເດດ ຈັນທະບຸດດີ ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມແຂວງສາລະວັນ (ຮຕ.ສວ) ກັບ ທ່ານ ນາງ ວົງຈັນ ພັນທະວົງ ປະທານບໍລິສັດ ສຸກໃຈ ສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ. ໂດຍການເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ, ພ້ອມມີທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ທອງສາ ຕຸ່ນມະນີສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 2 people and people standing

ຈຸດປະສົງໃນການເຊັນສັນຍາຮ່ວມມືຄັ້ງນີ້ ເພື່ອເສີມຂະຫຍາຍການຮ່ວມມືທາງດ້ານກະສິກໍາ (ການປູກຝັງ ແລະ ລ້ຽງສັດ) ເປົ້າໝາຍແມ່ນເຮັດໃຫ້ຄູອາຈານ ແລະ ນັກຮຽນ ຂອງໂຮງຮຽນມີລາຍຮັບ ແລະ ນັກສຶກສາເວລາຮຽນຈົບມີວຽກເຮັດງານທຳ; ເພື່ອເພີ່ມທະວີການພົວພັນ ແລະ ການຮ່ວມມືໃນດ້ານທຸລະກິດໃຫ້ມີຄວາມໜັ້ນຄົງແບບຍືນຍົງ. ເຊິ່ງເນື້ອໃນການຮ່ວມມືທັງສອງຝ່າຍໄດ້ເປັນເອກະພາບແບ່ງໜ້າທີ່ຄວາມຮັບຜິດຊອບ ໂດຍທາງໂຮງຮຽນຕ້ອງຈັດຕັ້ງກອງປະຊຸມໃນໄລຍະ 6 ເດືອນ ຫາ 1 ປີ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນ, ກຳນົດ ແລະ ວາງແຜນການດໍາເນີນງານກັບຄູ່ຮ່ວມມື; ສ້າງສິ່ງອຳນວຍຄວາມສະດວກ ແລະ ຄວບຄຸມການເຄື່ອນໄຫວຂອງຄະນະຮັບຜິດຊອບ, ພະນັກງານປະສານງານ; ຕາມການຕົກລົງເຫັນດີກັນໃນການກ້າເບ້ຍໄມ້ທີ່ຈະເອົາມາສະໜອງໃຫ້ຄູ່ຮ່ວມມື 2 ຊະນິດຄື: ເບ້ຍໄມ້ປະດັບ ແລະ ເບ້ຍໄມ້ກິນໜາກ, ສ່ວນເບ້ຍໄມ້ກິນໜາກຕ້ອງໄດ້ລະບຸຈະແຈ້ງວ່າເບ້ຍເພາະພັນ ຫຼື ເບ້ຍຕອນຫງ່າ.

May be an image of 3 people, people sitting and indoor

ການກ້າເບ້ຍໄມ້ທັງສອງປະເພດແມ່ນຈະກ້າເບ້ຍໄມ້ຕາມຄວາມຕ້ອງການຂອງຕະຫຼາດ, ສະໜອງຝຸ່ນຊີວະພາບແບບຊະນິດນໍ້າ ແລະ ຊະນິດແຫ້ງ ໃຫ້ກັບຄູ່ຮ່ວມມື; ເຂົ້າຮ່ວມຂະບວນການຕ່າງໆ ທີ່ຄູ່ຮ່ວມມືຈັດຂື້ນຕາມຄວາມເໝາະສົມ. ສ່ວນທາງບໍລິສັດ ສຸກໃຈສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ສະໜັບສະໜູນດ້ານວຽກງານວິຊາການ ແລະ ໃຫ້ການຮ່ວມມືໃນການປະສານພົວພັນ, ການທັດສະນະສຶກສາ, ການຝຶກງານ ແລະ ການປະກອບອາຊີບໃຫ້ແກ່ຜູ້ຮຽນຈົບ ຕາມຄວາມເໝາະສົມ; ເກັບກຳຂໍ້ມູນຄວາມຕ້ອງການຂອງລູກຄ້າວ່າລູກຄ້າຕ້ອງການເບ້ຍໄມ້ປະເພດໃດ, ຊະນິດໃດແລ້ວປະສານຫາຄູ່ຮ່ວມມື ເພື່ອສະໜອງໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ; ເປັນເຈົ້າການໃນການເຂົ້າຮ່ວມປະຊຸມປຶກສາຫາລື, ແຜນການດຳເນີນງານຮ່ວມກັບໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງສາລະວັນ; ຊອກຫາແຫຼ່ງຕະຫຼາດສົ່ງອອກຜະລິດຕະພັນ ແລະ ການບໍລິການຂອງຄູ່ຮ່ວມມື. ເຊິ່ງໄລຍະເວລາຈັດຕັ້ງປະຕິບັດ ເລີ່ມປະຕິບັດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

May be an image of 12 people and people standing

ທ່ານ ນາງ ວົງຈັນ ພັນທະວົງ ປະທານບໍລິສັດ ສຸກໃຈ ສາລະວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ກ່າວບາງຕອນວ່າ: ການເຊັນສັນຍາຮ່ວມມືກັນລະຫວ່າງບໍລິສັດພວກເຮົາ ກັບ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນຄັ້ງນີ້ ຖືວ່າເປັນນິມິດໝາຍທີ່ດີໃນການຮ່ວມມມືກັນທີ່ຈະຂັບເຄື່ອນການພັດທະນາຊັບພະຍາກອນມະນຸດ ເວົ້າລວມເວົ້າສະເພາະແມ່ນເພື່ອສ້າງວິຊາຊີບດ້ານກະສິກຳ ໃຫ້ນັກຮຽນ-ຄູ ສະໜອງເບ້ຍໄມ້ປະດັບຢູ່ພາຍໃນແຂວງສາລະວັນໃຫ້ຢູ່ໃນລາຄາຈັບຕ້ອງໄດ້, ພ້ອມນີ້ຍັງເປັນການຊ່ວຍໃຫ້ນັກສຶກສາໄດ້ມີວຽກເຮັດງານທຳ ແລະ ນຳໄປຕໍ່ຍອດເປັນເຈົ້າຂອງທຸລະກິດ ຫຼື ເປັນຜູ້ປະກອບການຈຸນລະວິສາຫະກິດໃນຕໍ່ໜ້າ.

May be an image of 1 person, standing and indoor

ເຊິ່ງແຂວງສາລະວັນເປັນແຂວງທີ່ມີມູນເຊື້ອດ້ານກະສິກຳຢູ່ແລ້ວ ດັ່ງນັ້ນການສະໜອງເບ້ຍໄດ້ຕ່າງໆໃຫ້ແກ່ຜູ້ປູກ ຈຶ່ງມີຄວາມຈຳເປັນ ແລະ ມີຄວາມສຳຄັນ ບໍລິສັດຈຶ່ງຢາກພັກດັນໃຫ້ກາຍເປັນອາຊີບ ທີ່ຊ່ວຍສ້າງລາຍຮັບໃຫ້ແກ່ນັກຮຽນ ແລະ ຄູ ຢູ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນໃນອະນາຄົດ.

May be an image of 17 people and people standing