ເປີດຫ້ອງຂາຍລົດ ບີວາຍດີ ໄຟຟ້າ ຢູ່ສູນການຄ້າວຽງຈັນເຊັນເຕີ

35

ໃນວັນທີ 11 ກຸມພາ 2023 ບໍລິສັດ ໂມກ ຈໍາກັດ ( MOK CO.LTD ) ໄດ້ເປີດຫ້ອງຂາຍລົດ BYD ໄຟຟ້າ ສາຂາ 2 ຢູ່ດ້ານໜ້າສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍລູກຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພາຍໃນງານ ທ່ານ ຄຳໝິງ ມິດປະສົງ ຜູ້ຖືຮຸ້ນ ບໍລິສັດ ໂມກ ຈຳກັດ ໄດ້ກ່າວວ່າ: ບໍລິສັດ ໂມກຈຳກັດ ເປັນຜູ້ນໍາເຂົ້າ ແລະ ຈຳໜ່າຍລົດໄຟຟ້າຍີ່ຫໍ້ BYD ຢູ່ ສປປ ລາວ ໂດຍນຳເຂົ້າຈາກ ສປ ຈີນ 100% ເຊິ່ງມີໂຮງງານໃຫຍ່ຕັ້ງຢູ່ເມືອງເຊີນເຈິນ ປະເທດຈີນ. ພວກເຮົາໄດ້ເປີດຫ້ອງຂາຍຈຳໜ່າຍແຫ່ງທຳອິດໃນປີ 2019 ຜ່ານມາ ທີ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໄດ້ມີຜົນຕອບຮັບເປັນຢ່າງດີ ຈາກລູກຄ້າ ແລະ ຜູ້ຊົມໃຊ້ເປັນຈຳນວນຫຼາຍ.

ທ່ານກ່າວວ່າ: ບໍລິສັດ ໂມກ ຈຳກັດ ມີຈຸດປະສົງເພື່ອນໍາເຕັກໂນໂລຊີໃໝ່ໆທີ່ຈະອຳນວຍ ຄວາມສະດວກ, ພ້ອມທັງປະຢັດຄ່າໃຊ້ຈ່າຍໃນຊີວິດປະຈໍາວັນຂອງປະຊາຊົນລາວ ແລະ ລົດໄຟຟ້າຍີ່ຫໍ້ BYD ຕິດຍອດຂາຍເປັນອັນດັບ 1 ໃນລາວ ແລະ ທົ່ວໂລກ, ພວກເຮົາມີຄວາມຕັ້ງໃຈ ແລະ ມີແຜນທີ່ຈະພັດທະນາເຄືອຂ່າຍການຂາຍ ແລະ ຫຼັງການຂາຍທົ່ວປະເທດລາວ ລວມເຖິງສະຖານີສາກລົດໄຟຟ້າ ເພື່ອສ້າງສາຍສຳພັນທີ່ແໜ້ນແຟ້ນກັບລູກຄ້າ ແລະ ໃນປີ 2025 ທີ່ຈະມາເຖິງ BYD ມີເປົ້າໝາຍທີ່ຈະຕິດຕັ້ງສະຖານນີສາກລົດໄຟຟ້າ ຈຳນວນ 200 ຈຸດ ແລະ ຈະເຜີຍແຜ່ຄວາມຮູ້ກ່ຽວກັບລະບົບກົນຈັກ ແລະ ເຕັກໂນໂລຊີກ່ຽວກັບລົດໄຟຟ້າ ເພື່ອຍົກລະດັບໃຫ້ຄົນລາວໃຫ້ຮູ້ກ່ຽວກັບລົດໄຟຟ້າ ພ້ອມທັງສ້າງໂອກາດທາງດ້ານອາຊີບໃຫ້ແກ່ໄວໜຸ່ມລາວຫຼາຍຂຶ້ນ, ໃນນີ້ພວກເຮົາຍັງເປີດຮັບບັນດານັກລົງທຶນຜູ້ທີ່ມີຄວາມສົນໃຈທີ່ຈະເປັນຕົວແທນຈໍາໜ່າຍລົດ ເພື່ອຮ່ວມກັນສ້າງຍອດຂາຍໃຫ້ໄດ້ຫຼາຍທີ່ສຸດ ໃນປີ 2023.

ໃນໂອກາດເປີດຫ້ອງຂາຍ ສາຂາ 2 ນີ້, ລູກຄ້າທ່ານໃດມີ ຄວາມສົນໃຈກໍສາມາດເຂົ້າໄປຕິດຕໍ່ພົວພັນໄດ້ທີ່ສູນໃຫຍ່ຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍຈະມີສ່ວນຫຼຸດ 5% ແລະ ແຜນການໃນຕໍ່ໜ້າຈະຂະຫຍາຍສາຂາຢູ່ນະຄອນຫຼວງວຽງຈັນ ແລະ 8 ສາຂາຢູ່ບັນດາແຂວງ ຄື: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ອື່ນໆຕື່ມອີກ.