ເສດຖະກິດຍີ່ປຸ່ນ ຂະຫຍາຍຕົວຊ້າລົງ

16

ສຳນັກຂ່າວ Nikkei Asia ລາຍງານວ່າ: ໃນປີ 2022 ເສດຖະກິດຍີ່ປຸ່ນ ຂະຫຍາຍຕົວທີ່ລະດັບ 1,1% ເຊິ່ງຖືວ່າຊ້າລົງເມື່ອທຽບໃສ່ປີ 2021 ທີ່ຂະຫຍາຍຕົວ 2,1%, ສ່ວນໄຕມາດທຳອິດຂອງປີ 2023 ຄາດວ່າຈະສືບຕໍ່ຂະຫຍາຍຕົວຊ້າລົງອີກ ເນື່ອງຈາກການຊົມໃຊ້ພາຍໃນ ແລະ ຕະຫຼາດສົ່ງອອກອ່ອນແອລົງ.

อาจเป็นรูปภาพของ 3 คน และ ถนน

ລັດຖະບານຍີ່ປຸ່ນ ຖະແຫຼງວ່າ: ລວມຍອດຜະລິດຕະພັນພາຍໃນຂອງຍີ່ປຸ່ນ ໃນປີ 2022 ຜ່ານມາຢູ່ທີ່ລະດັບ 546 ລ້ານລ້ານເຢນ ຫຼື ປະມານ 4,1 ລ້ານລ້ານໂດລາສະຫະລັດ ຂະຫຍາຍຕົວ 1,1% ເມື່ອທຽບໃສ່ປີ 2021 ໂດຍໄດ້ຮັບແຮງຍູ້ຈາກອຸປະສົງຂອງພາກເອກະຊົນ, ການບໍລິໂພກພາຍໃນເພີ່ມຂຶ້ນ ຫຼັງຈາກທີ່ລັດຖະບານຜ່ອນຜັນມາດຕະການຄວບຄຸມໂຄວິດ.

อาจเป็นรูปภาพของ 7 คน, ผู้คนกำลังเดิน, ผู้คนกำลังยืน และ ถนน

ແນວໃດກໍຕາມ, ນັບແຕ່ເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ – ອູແກຣນ ໄດ້ເຮັດໃຫ້ລາຄາພະລັງງານເພີ່ມສູງຂຶ້ນ ການສົ່ງອອກຫຼຸດລົງ, ໃນຂະນະທີ່ຄ່າຂອງເງິນເຢນອ່ອນຄ່າລົງ ເຮັດໃຫ້ຕົ້ນທຶນການນຳເຂົ້າສູງຂຶ້ນ, ທ່ານ Shunichi Suzuki ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນ ກ່າວວ່າ: ເສດຖະກິດຂອງຍີ່ປຸ່ນ ຄ່ອຍໆຟື້ນຈາກຜົນກະທົບໂຄວິດ – 19 ເນື່ອງຈາກລັດຖະບານ ໄດ້ອອກມາດຕະການຫຼາຍຢ່າງ ເພື່ອກະຕຸ້ນເສດຖະກິດ ແຕ່ເມື່ອທົ່ວໂລກຍັງຄຸມເຂັ້ມນະໂຍບາຍການເງິນຢ່າງຕໍ່ເນື່ອງ, ດັ່ງນັ້ນ ການສະລໍຕົວຂອງເສດຖະກິດທົ່ວໂລກ ຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວເສດຖະກິດຍີ່ປຸ່ນຊ້າລົງ.