ອູແກຣນ ຂາດດຸນການຄ້າ ເພີ່ມຂຶ້ນກວ່າ 2 ເທົ່າ

30

ສຳນັກຂ່າວ ຊິນຫົວ ລາຍງານໂດຍອ້າງຂໍ້ມູນຈາກສູນສະຖິຕິຂອງ ອູແກຣນ ລະບຸວ່າ: ໃນປີ 2022 ອູແກຣນ ຂາດດຸນການຄ້າ ປະມານ 11,1 ຕື້ໂດລາສະຫະລັດ ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ເມື່ອທຽບໃສ່ປີ 2021.

ไม่มีคำอธิบายรูปภาพ

ລາຍງານລະບຸວ່າ: ການສົ່ງອອກຂອງອູແກຣນ ໃນປີ 2022 ບັນລຸ 44,1 ຕື້ໂດລາສະຫະລັດ ຫຼຸດລົງ 35,1% ເມື່ອທຽບໃສ່ປີ 2021. ສ່ວນການນໍາເຂົ້າລວມ ຫຼຸດລົງ 24,1% ສູ່ລະດັບ 55,2 ຕື້ໂດລາສະຫະລັດ. ໃນນັ້ນ ການສົ່ງອອກໂລຫະ, ກຸ່ມເຫຼັກ ແລະ ທັນຍາພືດ ຫຼຸດລົງຫຼາຍທີ່ສຸດ ເມື່ອທຽບໃສ່ໃນໄລຍະເວລາດຽວກັນຂອງປີ 2021 ຫຼຸດລົງ 67,5% ແລະ 26,2% ຕາມລຳດັບ.

ไม่มีคำอธิบายรูปภาพ