ເປີດງານຜະລິດຕະພັນລາວ 2023 ມີຜູ້ປະກອບການທົ່ວປະເທດເຂົ້າຮ່ວມ 140 ກວ່າບໍລິສັດ

114

ເປີດຢ່າງເປັນທາງການ ງານຜະລິດຕະພັນລາວ 2023 ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມ 147 ບໍລິສັດ ແລະ ມີທັງໝົດ 221 ຫ້ອງວາງສະແດງ ເຊິ່ງເປີດແຕ່ມື້ນີ້ຮອດວັນທີ 19 ກຸມພານີ້ ທ່ານສາມາດໄປທ່ຽວຊົມ ແລະ ຫາເລືອກຊື້ສິນຄ້າພາຍໃນງານໄດ້.

ພິທີເປີດງານ “ຜະລິດຕະພັນລາວ Made in Laos 2023” ຢ່າງເປັນທາງການ ຈັດຂຶ້ນໃນຕອນແລງວັນທີ 15 ກຸມພາ 2023 ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ” ເຂົ້າຮ່ວມເປີດງານໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍບັນດາຂະແໜງການ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ກ່າວວ່າ: ງານຜະລິດຕະພັນລາວ ແມ່ນໄດ້ຈັດຂຶ້ນຄັ້ງທໍາອິດໃນປີ 2011 ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຊີ້ນໍາຢ່າງໃກ້ຊິດຈາກລັດຖະບານ ໂດຍສະເພາະແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງຈຸດປະສົງແມ່ນເພື່ອເປັນການສ້າງກິດຈະກຳໜຶ່ງຂອງພາກທຸລະກິດ ປະກອບສ່ວນໃນການສ້າງເວທີໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ພ້ອມທັງເອື້ອອໍານວຍ, ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມດຽວກັນນັ້ນ ກໍເພື່ອເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນລາວ ແລະ ເປັນການຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຄືດັ່ງຫົວຂໍ້ຫຼັກຂອງງານ “ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ” ໂດຍເປົ້າໝາຍໂດຍລວມກໍເພື່ອໃຫ້ພາກທຸລະກິດສາມາດເປັນກໍາລັງແຮງໜຶ່ງປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ທ່ານ ນາງ ຈັນທະຈອນ ວົງໄຊ ໃຫ້ຮູ້ຕື່ມວ່າ: ງານປີນີ້ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ ໄດ້ເປັນຄູ່ຮ່ວມຫຼັກຂອງງານ ແລະ ຮັບຜິດຊອບຕົບແຕ່ງພາວິນລຽນທີ່ເປັນເອກະລັກສະເພາະຂອງແຂວງຈຳປາສັກ (ຫຼື ເອີ້ນວ່າ ສະເໜ່ເມືອງລາວ) ເພື່ອນໍາສະເຫນີຮີດຄອງປະເພນີທາງດ້ານວັດທະນາທໍາ, ຜະລິດຕະພັນສິນຄ້າ ແລະ ການບໍລິການທີ່ເປັນທ່າແຮງ ທີ່ສະແດງໃຫ້ເຫັນເຖິງຜົນງານທີ່ໂດນເດັ່ນພາຍໃນແຂວງຈໍາປາສັກ ໂດຍສະເພາະແມ່ນສະຖານທີ່ທີ່ເປັນເອກະລັກສະເພາະທີ່ເອກອ້າງຂອງ ແຂວງ ກໍຄືຂອງ ສປປ ລາວ (ວັດພູຈໍາປາສັກ) ມາຈັດວາງສະແດງໃນຄັ້ງນີ້, ພ້ອມດຽວກັນນັ້ນ ສຄອຊ ກໍໄດ້ເຊື້ອເຊີນບັນດາສະພາການຄ້າ ແລະ ອຸດສາຫະກຳແຂວງ, ນະຄອນຫຼວງ ແລະ ກຸ່ມສະມາຄົມທຸລະກິດ ທີ່ຂຶ້ນກັບ ສຄອຊ ລະດົມຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຈາກປະເທດທີ່ມີການລົງທືນອັນດັບຕົ້ນໆ ໃນ ສປປ ລາວ ຄື: ປະເທດຈີນ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ງານຜະລິດຕະພັນລາວ 2023 ໄດ້ເລີ່ມເປີດແຕ່ວັນທີ 10 ກຸມພາ 2023 ເປັນຕົ້ນມາ ແລະ ຈະປິດໃນ ວັນທີ 19 ກຸມພາ 2023 ລວມທັງໝົດ 10 ວັນ ແລະ ໄດ້ເຮັດພິທີເປີດຢ່າງເປັນທາງການໃນມື້ນີ້ ໂດຍມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມໝົດມີ 147 ບໍລິສັດ ຈາກ 18 ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ມີ 221 ຫ້ອງວາງສະແດງສິນຄ້າ, ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ມາຈາກຫຼາຍຂະແໜງການເຊັ່ນ: ຜະລິດຕະພັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ຫັດຖະກໍາແຜ່ນແພ, ຫັດຖະກໍາໄມ້ປ່ອງ, ເຄື່ອງປະດັບ, ໄມ້ແກະສະຫຼັກ, ເຟີນີເຈີ້, ກະສິກຳ, ອຸດສາຫະກຳ, ອຸດສາຫະກໍາປຸງແຕ່ງ, ເຄື່ອງດື່ມ ແລະ ອາຫານ, ຮູບພາບ ສິນລະປະວັດທະນາທຳ, ການບໍລິການ, ໄອທີ ແລະ ອື່ນໆ.

ທ່ານ ຄໍາອຸ້ຍ ບົວລະພາ ຜູ້ຈັດການໂຄງການປູກມອນລ້ຽງມ້ອນ ບ້ານແກ້ວກູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ໜຶ່ງໃນຜູ້ປະກອບການທີ່ຮ່ວມວາງສະແດງສິນຄ້າໃຫ້ສໍາພາດວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດຫຼາຍທີ່ໄດ້ຖືກເຊີນມາຮ່ວມວາງສະແດງໃນງານນີ້ ແລະ ໃນແຕ່ລະປີພວກເຮົາກໍໄດ້ມາເຂົ້າຮ່ວມ ສໍາລັບປີນີ້ເລີ່ມແຕ່ມື້ເປີດງານເປັນຕົ້ນມາ ລາຍໄດ້ຈາກການຂາຍສິນຄ້າສະເລ່ຍປະມານ 5-6 ລ້ານກີບ ແລະ ໄດ້ຂາຍດີ ແມ່ນວັນເສົາ-ອາທິດ ແລະ ຕອນແລງຫຼັງເລີກການ ມີທັງລູກເກົ່າຫຼາຍຄົນທີ່ມາຊ່ວຍອຸດໜູນສິນຄ້າຂອງເຮົາ.