ມາສເຕີ 7 ເປີດຕົວຜູ້ສະໜັບສະໜູນຫຼັກ ອີຊູຊຸ ແລະ ຜູ້ສະໜັບສະໜູນອື່ນໆ ກຽມລ່າແຊັມ ລາວລີກ 1

81

ສະໂມສອນ ມາສເຕີ 7 ເອັຟຊີ ເປີດຕົວຜູ້ສະໜັບສະໜູນຫຼັກຢ່າງ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ( Isuzu Lao Services ) ແລະ ຜູ້ຮ່ວມສະໜັບສະໜູນອືື່ນໆ ເພື່ອກຽມພ້ອມລຸຍການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ທີ່ຈະເປີດສາກຂຶ້ນຢ່າງເປັນທາງການ ໃນທ້າຍອາທິດນີ້.

ເມື່ອວັນທີ 15 ກຸມພາ 2023 ທີ່ສູນບໍລິຫານ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ທີ່ບ້ານໜອງບຶກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນລະຫວ່າງ ສະໂມສອນ ມາສເຕີ 7 ເອັຟຊີ ກັບ ຜູ້ສະໜັບສະໜູນ ໃຫ້ກຽດເຊັນສັນຍາໂດຍ ທ່ານ ໜູພອນ ພົມພະຈັນ ປະທານສະໂມສອນ ມາສເຕີ 7 ກັບ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານແລະອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດຜູ້ດຽວ ລວມເຖິງເຊັນສັນຍາກັບຕາງໜ້າຈາກ WOW, ເປເລ່ ຟິດເນັດ, ນໍ້າດື່ມ ໄດ້ເດຍລີ, ກະທິງແດງ, ສະປອນເຊີ ແລະ ອື່ນໆ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ໜູພອນ ພົມພະຈັນ ປະທານສະໂມສອນ ມາສເຕີ 7 ເອັຟຊີ ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ທາງ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ແລະ ຜູ້ສະໜັບສະໜູນອື່ນໄດ້ຮ່ວມເດີນທາງອີກຄັ້ງໜຶ່ງ ເຊິ່ງມັນປຽບເໝືອນຂໍ້ຕົກລົງໜຶ່ງທີ່ພວກຈະກ້າວເດີນນໍາກັນ, ສູ້ໄປນໍາກັນ, ໃຫ້ກໍາລັງໃຈກັນ ແລະ ຊະນະ ຫຼື ເສຍໄປນໍາກັນ ເຊິ່ງປີ 2022 ທີ່ຜ່ານມາພວກເຮົາສາມາດຍາດໄດ້ຮອງແຊັມ, ແນ່ນອນປີນີ້ພວກເຮົາຈະສ້າງຜົນງານໃຫ້ດີທີ່ສຸດ ແລະ ສະໂລແກນປີ 2023 ຂອງພວກເຮົາ “ together we can do it ຫຼື ເຮົາຮ່ວມກັນ ເຮົາເຮັດໄດ້ ”.

ຂະນະທີ່ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານແລະອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດຜູ້ດຽວ ກ່າວວ່າ: ການເຕະບານສິ່ງສໍາຄັນແມ່ນການຫຼິ້ນເປັນທີມເວີກ ເພາະວ່າການຈະໄດ້ແຊັມມາໄດ້ ທຸກຄົນພາຍໃນ ຄະນະນໍາ, ຄູຝຶກ ແລະ ນັກເຕະ ຕ້ອງເປັນຈິດໜຶ່ງໃຈດຽວກັນ ໂດຍສະເພາະ 11 ຄົນທີ່ຢູ່ໃນສະໜາມຕ້ອງຮ່ວມໃຈກັນເປັນຈິດໜຶ່ງໃຈດຽວກັນ ເພື່ອຊະນະຄູ່ແຂ່ງໃຫ້ໄດ້. ເພາະສະນັ້ນພວກເຮົາຂໍຝາກຄວາມຫວັງໃຫ້ກັບທຸກຄົນເຮັດໃຫ້ດີທີ່ສຸດ ເພື່ອຫວັງຍາດແຊັມມາໄດ້ໃຫ້ ແລະ ແນ່ນອນພວກເຮົາພ້ອມສະໜັບສະໜູນ ລວມເຖິງກ້າວເດີນໄປນໍາ.

ສໍາລັບ ມາສເຕີ 7 ເອັຟຊີ ລະດູການ 2022 ລົງສະໜາມໄປ 18 ນັດຊະກນະ 9, ສະເໝີ 6 ແລະ ເສຍ 3 ນັດມີ 33 ຄະແນນຄວ້າອັນດັບ 2 ໄປຄອງ ໂດຍຕາມຫຼັງ ຊ້າງນ້ອຍ ເອັຟຊີ ແຊັມເປບຊີ ລາວລີກ 1 ລະດູການ 2022 ຢູ່ 10 ຄະແນນ, ແນ່ນອນລະດູການ 2023 ຈະເປັນລະດູການແກ້ມິື ແລະ ປີນີ້ມີ 8 ສະໂມສອນເຂົ້າຮ່ວມແຂ່ງຂັນຄື: ຊ້າງນ້ອຍ ເອັຟຊີ, ມາສເຕີ 7 ເອັຟຊີ, ເອສະຣາ ເອັຟຊີ, ກອງທັບ ເອັຟຊີ, ຫຼວງພະບາງ, ວຽງຈັນ ເອັຟຊີ, ຈໍາປາສັກ ເອັຟຊີ ແລະ ຫຼວງນໍ້າທາ ຢູໄນເຕັດ.

ຕາຕະລາງແຂ່ງຂັນຂອງ ມາສເຕີ 7 ເອັຟຊີ ຈະລົງສະໜາມນັດທໍາອິດດ້ວຍການເປີດບ້ານຮັບການມາຢາມຂອງ ຈໍາປາສັກ ເອັຟຊີ ໃນເວລາ 16:00 ໂມງຂອງວັນທີ 19 ກຸມພາ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.
ຂ່າວ-ຮູບ: Larh Creators