ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ລົງທຶນພັດທະນາເຂດໄປແລ້ວ 1,3 ຕື້ໂດລາ

154

ມາຮອດປັດຈຸບັນ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ລົງທຶນພັດທະນາເຂດໄປແລ້ວທັງໝົດ 1,3 ຕື້ໂດລາສະຫະລັດ. ໃນນີ້, ລົງທຶນໃນໂຄງລ່າງພື້ນຖານປະມານ 600 ລ້ານໂດລາ ແລະ ມູນຄ່າການລົງທຶນຂອງວິສາຫະກິດຢູ່ໃນເຂດ ປະມານ 700 ລ້ານໂດລາ.

ວັນທີ 15 ກຸມພາ 2023 ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ), ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບໂດຍ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ທ່ານ ຊົງ ຈູນ ຜູ້ອຳນວຍການ ບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຂຽງຄຳ ພຸດຈັນທະວົງສາ ຮອງຜູ້ອຳນວຍການ ບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ ໄດ້ລາຍງານຫຍໍ້ກ່ຽວກັບການພັດທະນາເຂດກວມລວມໄຊເຊດຖາ ວ່າ: ສະພາບການພັດທະນາເຂດພັດທະນາກວມລວມໄຊເຊດຖາ ມາຮອດປັດຈຸບັນເຂດພັດທະນາໄດ້ສຳເລັດການພັດທະນາໄລຍະທີໜຶ່ງ ສຳເລັດການກໍ່ສ້າງໂຄງລ່າງພື້ນຖານເປັນຕົ້ນ: ຖະໜົນຫົນທາງ, ນໍ້າປະປາ, ໄຟຟ້າ, ການສື່ສານ, ຫ້ອງການພາສີ ແລະ ສິ່ງອໍານວຍຄວາມສະດວກອື່ນໆ, ປັດຈຸບັນເຂດພັດທະນາກຳລັງສຸມໃສ່ກໍ່ສ້າງເຂດການຄ້າການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ນະຄອນຫຼວງວຽງຈັນຂອງໄລຍະທີສອງ ເພື່ອເປັນການປັບປຸງສິ່ງອຳນວຍຄວາມສະດວກຂອງໂຄງລ່າງພື້ນຖານ ເຊິ່ງມາຮອດປັດຈຸບັນເຂດພັດທະນາໄດ້ມີການລົງທຶນໄປແລ້ວທັງໝົດ 1,3 ຕື້ໂດລາສະຫະລັດ. ໃນນີ້, ລົງທຶນໃນໂຄງລ່າງພື້ນຖານປະມານ 600 ລ້ານໂດລາສະຫະລັດ ແລະ ມູນຄ່າການລົງທຶນຂອງວິສາຫະກິດທີ່ລົງທຶນຢູ່ໃນເຂດ ມີປະມານ 700 ລ້ານໂດລາສະຫະລັດ.

ສະພາບການດຶງດູດການລົງທຶນ: ປັດຈຸບັນເຂດພັດທະນາກວມລວມໄຊເຊດຖາ ມີຫົວໜ່ວຍວິສາຫະກິດທີ່ໄດ້ເຊັນສັນຍາທັງໝົດ 120 ບໍລິສັດ, ໃນນີ້ມີ 60 ບໍລິສັດ ທີ່ໄດ້ເລີ່ມທໍາການຜະລິດແລ້ວ, 60 ບໍລິສັດ ແມ່ນກໍາລັງກະກຽມເບື້ອງຕົ້ນ ແລະ ກຳລັງດຳເນີນການກໍ່ສ້າງ ເຊິ່ງເປັນນັກລົງທຶນທີ່ມາຈາກ 7 ປະເທດ ແລະ ພື້ນທີ່ເຊັ່ນ: ປະເທດຈີນ, ໄທ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ, ລາວ ແລະ ສະຫະລັດອາເມລິກາ ລວມມີບໍລິສັດທີ່ສຳຄັນຄື: ສຳນັກງານໃຫຍ່ຂອງບໍລິສັດທາງລົດໄຟ ລາວ-ຈີນ, ກຸ່ມບໍລິສັດຄວາມຫວັງໃໝ່ ເປັນໂຮງງານຜະລິດຫົວອາຫານທີ່ໃຫຍ່ ແລະ ມີຄຸນະພາບ, ກຸ່ມບໍລິສັດ ໂຮຢາ ເປັນບໍລິສັດທີ່ໃຫຍ່ ແລະ ມີຊື່ສຽງຂອງປະເທດຍີ່ປຸ່ນ ເຊິ່ງຈະນຳໃຊ້ແຮງງານ ປະມານ 4.500 ຄົນ, ບໍລິສັດ ເປໂຕຼເຄມີລາວ ເປັນໂຮງງານກັ່ນນໍ້າມັນ ແຫ່ງທໍາອິດ ທີ່ມາຕັ້ງຢູ່ ສປປ ລາວ, ບໍລິສັດ ເປ້ເຕີເຄື່ອງນຸ່ງຫົ່ມ (ລາວ) ຈຳກັດ ເປັນໂຮງງານຜະລິດເຄື່ອງນຸ່ງຫົ່ມທີ່ນຳໃຊ້ເຕັກໂນໂລຊີສູງ, ມີການຮ່ວມມືກັບ ແບຣນດັງດັງລະດັບສາກົນຫຼາຍແບຣນ ຕ້ອງການນຳໃຊ້ແຮງງານລາວ 1.000 ກວ່າຄົນ ແລະ ບໍລິສັດ ອື່ນໆ.

ເຂດການລົງທຶນຂອງວິສາຫະກິດກວມເອົາການຜະລິດຜະລິດຕະພັນເອເລັກໂຕຼນິກ, ຜະລິດຕະພັນອຸປະກອນໄຟຟ້າ, ຜະລິດຕະພັນຢາ, ພະລັງສະອາດ, ການປຸງແຕ່ງຜະລິດຕະພັນກະສິກຳ, ການແປຮູບເຄື່ອງນຸ່ງຮົມ, ເຄື່ອງໂລຫະ, ການຂົນສົ່ງ ແລະ ສາງສິນຄ້າ ລວມທັງໝົດແປດຂະແໜງການ. ພາຍຫຼັງທີ່ບັນດາບໍລິສັດທັງໝົດກ່າວມາໃນຂ້າງເທິງນີ້ໄດ້ລົງມືທຳການຜະລິດຈະສາມາດສ້າງມູນຄ່າຜະລິດຕະພັນທັງໝົດ 1,8 ຕື້ໂດລາ, ສາມາດສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 10.000 ກວ່າຄົນ.

ທ່ານ ທະນົງໄຊ ຄຸດໄພທູນ ໄດ້ກ່າວວ່າ: ສະພາບລວມການພັດທະນາເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ປະກອບມີເຂດເສດຖະກິດພິເສດ ແຫ່ງ 5 ທີ່ຂຶ້ນກັບການບໍລິຫານຄຸ້ມຄອງ ຕາມກົນໄກບໍລິການປະຕູດຽວ ຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງໃນໄລຍະຜ່ານມາ ຄະນະຄຸມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ການບໍລິຫານຄຸ້ມຄອງຕາມກົນໄກ, ນິຕິກຳຂອງເຂດເສດຖະກິດພິເສດ ຊຶ່ງໄດ້ເຮັດໃຫ້ການພັດທະນາ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນວຽກງານດຶງດູດການລົງທຶນ, ການພັດທະນາພຶ້ນຖານໂຄງລ່າງ, ການສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຊີ, ການປະກອບສ່ວນພັນທະເຂົ້າງົບປະມານຂອງລັດ, ການຜະລິດສິນຄ້າທົດແທນການນໍາເຂົ້າອື່ນໆ.

ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ທັງ 5 ເຂດ ປັດຈຸບັນໄດ້ມີບໍລິສັດເຂົ້າມາຈົດທະບຽນລົງທຶນທັງໝົດ 176 ບໍລິສັດ, ມີທຶນຈົດທະບຽນ 889 ລ້ານໂດລາ, ແຜນລົງທຶນທັງໝົດປະມານ 5,7 ຕື້ໂດລາ ແລະ ມີມູນຄ່າການລົງທຶນຕົວຈິງ 2,8 ຕື້ໂດລາສະຫະລັດ, ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 227 ຕື້ກີບ; ສ້າງວຽກເຮັດງານທຳໄດ້ 6.296 ຄົນ, ໃນນັ້ນ. ແຮງງານລາວ 5.203 ຄົນ ແລະ ແຮງງານຕ່າງປະເທດ 1.073 ຄົນ; ມີການນຳເຂົ້າ-ສົ່ງອອກ ມູນຄ່າ 3,87 ຕື້ໂດລາ

ຂ່າວ-ພາບ: ສັນຕິ