ທຳລາຍສວນຝິ່ນກວ່າໜຶ່ງເຮັກຕ່າຢູ່ຍອດອູ

39

ເພື່ອປະຕິບັດຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 1997/ປກສ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການເພີ້ມທະວີສະກັດກັ້ນ ຕ້ານຢາເສບຕິດ, ການປູກຝິ່ນ, ກັນຊາ ແລະ ການລັກລອບຊື້-ຂາຍຢາເສບຕິດ, ອິງຕາມແຈ້ງການຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ສະບັບເລກທີ 052/ຫກຄສ ລົງວັນທີ 18 ມັງກອນ 2023 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ໃຫ້ປາກົດຜົນເປັນຈິງ.

May be an image of 2 people, people standing and outdoors

ໃນຕອນບ່າຍຂອງວັນທີ 13 ກຸມພາ 2023 ນີ້ ພະແນກກວດກາ ແລະ ຄວບຄຸມຢາເສບຕິດກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຜົ້ງສາລີ ຈຶ່ງໄດ້ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຍອດອູ ແລະ ພາກສ່ວນທີ່ກ່ຽວຂ້ອງລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານພານ ເມືອງ ຍອດອູ ແຂວງຜົ້ງສາລີ ໂດຍການນຳພາຂອງທ່ານ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ.

May be an image of 2 people, flower and outdoors

ການລົງທຳລາຍສວນຝິ່ນດັ່ງກ່າວແມ່ນໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ໄດ້ມີປະຊາຊົນຢູ່ພາຍໃນເມືອງຍັງມີການລັກລອບປູກຝິ່ນເປັນຈຳນວນຫຼວງຫຼາຍ ດັ່ງນັ້ນເຈົ້າໜ້າທີ່ຈິ່ງໄດ້ລົງກວດກາແຫຼ່ງຂ່າວດັ່ງກ່າວເຫັນວ່າມີມູນຄວາມຈິງ ຈື່ງໄດ້ສົມທົບກຳລັງລົງກວດກາພື້ນທີ່ເປົ້າໝາຍຕົວຈິງ ພົບວ່າຍັງມີພໍ່ແມ່ປະຊາຊົນຈຳນວນໜື່ງຍັງລັກລອບປູກຝິ່ນຈຳນວນ 3 ຕອນ ມີເນື້ອທີ 1,1 ເຮັກຕາ ຈື່ງໄດ້ພ້ອມກັນລົງທຳລາຍດ້ວຍວິທີການ ໃຊ້ໄມ້ຟາດ, ພ້າຖາງຕົ້ນ, ດອກ, ໝາກ ແລະ ຫຼົກຕົ້ນຖິ່ມ ເພື່ອບໍ່ໃຫ້ເຈົ້າຂອງເກັບກູ້ຜົນຜະລິດ ແລະ ໝາກຝິ່ນໄປເປັນແນວພັນ ພ້ອມທັງສຶກສາອົບຮົມ, ກ່າວເຕືອນແລະ ຊີ້ແຈງຜົນຮ້າຍ, ໄພອັນຕະລາຍຂອງຢາຝິ່ນໃຫ້ພໍ່ແມ່ປະຊາຊົນທີ່ລັກລອບປູກໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ.

May be an image of flower, tree and nature

ຢາຝິ່ນເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຢາບ້າ, ເຮໂລອິນ ແລະ ເປັນສ່ວນປະສົມໃນການຜະລິດສານເສບຕິດປະເພດອື່ນໆທີ່ຜິດກົດໝາຍ ແລະ ເກືອດຫ້າມໃນ ສປປ ລາວ.

May be an image of 9 people, people standing, tree and outdoors