ເປີດສາກທາງການ ຊຽງຂວາງ ພາຣາເກມ ຄັ້ງທີ lll ມີການຊີງໄຊ 135 ຫຼຽນຄຳ ຈາກ 123 ລາຍການ

89

ເປີດສາກຂຶ້ນຢ່າງເປັນທາງການ ງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫຼື ຊຽງຂວາງ ພາຣາ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນຕອນເຊົ້າວັນທີ 14 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ເຊິ່ງມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ເຂົ້າຮວ່ມ, ໃນນັ້ນມີຄະນະນຳ, ຄູຝຶກ ແລະ ຜູ້ຊ່ວຍ 434 ຄົນ ສ່ວນນັກກິລາ 272 ຄົນ ລວມທັງໝົດ 706 ຄົນ ມີການຊີງໄຊທັງໝົດ 135 ຫຼຽນຄຳ ຈາກ 123 ລາຍການ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍພະນະທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງສປປ ລາວ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ສສກ ພ້ອມພາກສ່ວນທີ່ກ່ຽວຂ້ອງ, ບັນດາທ່ານແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດ, ບັນດາຄະນະນຳນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກກິລາ ແລະ ມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ຜ່ານບົດລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາ ຊຽງຂວາງ ພາຣາ ເກມ ແມ່ນການແຂ່ງຂັນກິລາ ຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂື້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫາກໍາກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ. ພ້ອມທັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນໃນລະດັບອາຊຽນພາຣາເກມ ຄັ້ງທີ XII ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ມີຄວາມຮູ້ສຶກປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມໃນພິທີເປີດການແຂ່ງຂັນກິລາຄົນພິການຄັ້ງນີ້ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຫ້າງຫາກະກຽມຄວາມພ້ອມຮອບດ້ານຂອງແຂວງເຈົ້າພາບ, ກໍຄື ສສກ ແລະ ຄະນະຮັບຜິດຊອບຈັດງານ, ຊົມເຊີຍຕໍ່ທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງຂໍປະກາດເປີດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ນັບແຕ່ເວລານີ້ເປັນຕົ້ນໄປ.

ສໍາລັບ ການແຂ່ງຂັນກິລາຄົນພິການແຫ່ງຊາດຂຶ້ນຢ່າງຕໍ່ເນື່ອງ ຜ່ານມາໄດ້ຈັດງານດັ່ງກ່າວຂຶ້ນ 2 ຄັ້ງ, ຄັ້ງທີ I ປີ 2012 ຈັດຂື້ນທີ່ແຂວງຫຼວງພະບາງ, ຄັ້ງທີ II ປີ 2015 ຈັດຂື້ນທີ່ແຂວງອຸດົມໄຊ ແລະ ຄັ້ງທີ III ປີ 2023, ຂະນະທີ່ ຊຽງຂວາງ ພາຣາ ເກມ ມີການຊີງໄຊທັງໝົດ 7 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບັອດເຊຍ, ກິລາບານເຕະ, ແຂ່ງຂັນທັງໝົດ 123 ລາຍການ, ຊິງຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 135 ຫຼຽນ.

ສ່ວນ ສະຖານທີ່ແຂ່ງຂັນໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ເດິ່ນບານເຕະ ນ້ຳມັນເຊື້ອໄຟ, ເດິ່ນຮົ່ມໂຮງຮຽນພອນສະຫວັນ, ສະໂມສອນພະແນກແຜນການ ແລະ ການລົງທຶນ, ສ່ວນກິລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ທີ່ນະຄອນຫຼວງວຽງຈັນ. ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງ ເຂົ້າຮວ່ມ.
ຮູບ-ຂ່າວ: ສົງການ ພັນແພງດີ; ຮຽບຮຽງ: Larh Creators