ພາບທີ່ສຸດປະທັບໃຈ ຖືກຕ້ອນຮັບກັບບ້ານຢ່າງອົບອຸ່ນ “ ໂນລາ ນາງສາວທ່ອງທ່ຽວລາວ 2023 ”

89

ໜ້າປະທັບໃຈແບບສຸດໆ ເມື່ອແມ່ຍິງລາວສາວແຂວງອຸດົມໄຊ ໄດ້ໄປສ້າງຊື່ສຽງ ແລະ ນໍາຄວາມພາກພູມໃຈມາໃຫ້ຊາວແຂວງອຸດົມໄຊ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ພີ່ນ້ອງ ແລະ ການນໍາ ລວມໄປເຖິງກອງເຊຍຈາກຊາວແຂວງອຸດົມໄຊ ໃນຖານະທີ່ນ້ອງໄດ້ໄປສ້າງຊື່ສຽງ ແລະ ຄວ້າຕໍາແໜ່ງອັນມີຄຸນຄ່າທີ່ສຸດຂອງ ໂນລາ ອິນທິລາ ຄຸນພະຈັນສີ ນາງສາວທ່ອງທ່ຽວລາວ 2023 ນັ້ນເອງ.

ຫຼັງຈາກທີ່ນ້ອງໄດ້ເດີນທາງກັບເຖິງບ້ານທີ່ແຂວງອຸດົມໄຊ ກໍໄດ້ມີການຕ້ອນຮັບຢ່າງອົບອຸ່ນເຊິ່ງນ້ອງກໍໄດ້ສະແດງຄວາມຮູ້ສຶກວ່າ: “ ຂໍຂອບໃຈຊາວອຸດົມໄຊທຸກໆຄົນ ໂດຍສະເພາະຂະບວນກອງເຊຍ ແລະ ທີມງານຄະນະບໍລິຫານງານຊາວໜຸ່ມແຂວງ ທີ່ຕ້ອນຮັບໂນລາກັບບ້ານຢ່າງອົບອຸ່ນໃນຄັ້ງນີ້ ”.

ສໍາລັບໂນລາ ນາງສາວທ່ອງທ່ຽວລາວໃນປີນີ້ ແມ່ນຜູ້ທີ່ສົນໃຈ ແລະ ຫຼົງໄຫຼທາງດ້ານແຫຼ່ງທ່ອງທ່ຽວຂອງປະເທດລາວ ແຕ່ລະສະຖານທີ່ທ່ອງທ່ຽວຕັ້ງແຕ່ເໜືອຕະຫຼອດໃຕ້ ທີ່ມີຄວາມສວຍງາມ ແລະ ເອກະລັກທີ່ແຕກຕ່າງກັນ ເປັນຜູ້ທີ່ຫຼົງຮັກ ແລະ ຢາກເຜີຍແຜ່, ແນະນຳ ໃຫ້ທຸກຄົນໄດ້ຮູ້ເຖິງຄວາມສວຍງາມທາງດ້ານແຫຼ່ງທ່ອງທ່ຽວຂອງປະເທດລາວເຮົາໃຫ້ຫຼາຍຂຶ້ນ.

ປັດຈຸບັນສາວງາມຈາກ ແຂວງອຸດົມໄຊຄົນນີ້ ອາຍຸພຽງແຕ່ 21 ປີເທົ່ານັ້ນ ເຊິ່ງວ່າອາຍຸນ້ອຍແຕ່ຄວາມສາມາດແມ່ນບໍ່ນ້ອຍເລີຍ ເພາະສໍາລັບນ້ອງເອງແມ່ນເດີນສາຍປະກວດມາ ແລະ ເຄີຍຜ່ານເວທີການປະກວດມາຫຼາຍເວທີແລ້ວ ບໍ່ວ່າຈະເປັນ ການປະກວດນາງສາວລາວ 2020 ແລະ ການປະກວດ Face of Laos 2022, ພ້ອມນີ້ຜົນງານໃນວົງການບັນເທີງແມ່ນເຄີຍຮ່ວມງາມກັບ Una studio ຄືເປັນຜົນງານຮູບເງົາສັ້ນ ເລື່ອງ “ ບັງບົດ ” ເຊິ່ງໃນໄວໆນີ້ກໍຈະມີຜົນງານຊີຣີອອກມາໃຫ້ໄດ້ຕິດຕາມຮັບຊົມດ້ວຍ.
ຕອນນີ້ແມ່ນກຳລັງສຶກສາທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ປີທີ 2.

ພ້ອມນີ້ ໂນລາ ຍັງເປັນຜູ້ທີ່ຕັ້ງເປົ້າໝາຍໄວ້ຢ່າງຊັດເຈນ ຄືຫຼັງຈາກຮັບຕໍາແໜ່ງນາງສາວທ່ອງທ່ຽວລາວ 2023 ນ້ອງຢາກປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນຊ່ວຍດ້ານໂຄສະນາການທ່ອງທ່ຽວ, ສ້າງ ຄວາມເຂັ້ມແຂງໃຫ້ວຽກງານທ່ອງທ່ຽວ ທີ່ສາມາດບໍລິການທ່ອງທ່ຽວໃຫ້ໄດ້ມາດຕະຖານ, ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວໃນເວລາທີ່ມີນັກທ່ອງທ່ຽວເຂົ້າມາຈາກທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມສະຖານທີ່ທ່ອງທ່ຽວອັນສວຍສົດງົດງາມຂອງລາວ ເພາະນ້ອງເຊື່ອວ່າຖ້າກິດຈະການທ່ອງທ່ຽວເກີດຂຶ້ນຫຼາຍ ຈະສາມາດສ້າງວຽກເຮັດງານທໍາໃຫ້ໄວໜຸ່ມມີວຽກເຮັດງານທໍາ, ມີອາຊີບ ແລະ ມີລາຍຮັບໃຫ້ຫຼາຍຂຶ້ນຢ່າງແນ່ນອນ.

ສຸດທ້າຍນີ້, ທີມຂ່າວບັນເທີງຕ້ອງຂໍຝາກຕິດຕາມຜົນງານຂອງນ້ອງໃນຕໍ່ໆໄປດ້ວຍ ຜ່ານທາງ FB: Nola khoun phachansy ແລະ FB: Miss Tourism Laos ແລະ ຍັງມີຜົນງານຊີຣີໄວໆນີ້ຖ້າຕິດຕາມທາງກັນໄດ້ເລີຍຜ່ານທາງ FB: Ciinze9 TV ນັ້ນເອງ.