ສາວງາມຜູ້ສ້າງແຮງບັນດານໃຈແກ່ໃຜຫຼາຍໆຄົນໃນຮອບຂ້າມປີຢ່າງສາວປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2023 ເຂົ້າຮ່ວມງານເປີດໂຕລົດໃໝ່ BMW The New X7 ໃນວັນທີ 10 ກຸມພາ 2023 ຜ່ານມາ.

ການມາຮ່ວມງານເປີດໂຕລົດລຸ້ນໃໝ່ລ່າສຸດຂອງ BMW The New X7 ເຫັນແລ້ວລະມຸນໄປທຸກຢ່າງສາວງາມຄູ່ລົດຫຼູ ທີ່ມີຄວາມງົດງາມ, ແຂງແກ່ນ, ທົນທານມີພະລັງ ແລະ ມີຄວາມສະໜຸກສະໜານໃນການຂັບຂີ່.

ສຳລັບ THE X7 ຕຳນານແຫ່ງຜູ້ນຳ ຕະກູນ X ຮູບໂສມໃໝ່ ທີ່ມາພ້ອມການອອກແບບກະຈັງໜ້າ ແລະ ໜ້າຈໍແບບໂຄ້ງ ແບບໃໝ່ ໃຫ້ກິ່ນອາຍຂອງຄວາມດຸດັນ ແລະ ຫລູຫລາກວ່າເດີມ.
ຄວາມງາມຢູ່ກັບຄວາມຫຼຽບຫຼູຂອງລົດບອກເລີຍລົງໂຕສຸດໆ

ງາມອັດທະຍາໄສດີແບບນີ້ບໍ່ແປກເລີຍທີ່ມີແຟນນາງງາມຮັກທົ່ວບ້ານທົ່ວເມືອງ
