ການປູກມັນດ້າງ

140

 

ມັນດ້າງ ເປັນພືດຊະນິດໜຶ່ງທີ່ມີລັກຊະນະເປັນເຄືອທີ່ປູກເພື່ອຮັບປະທານສ່ວນຫົວ ແລະ ໃບ, ສາມາດປູກໄດ້ຕະຫຼອດທັງປີ. ພັນຂອງມັນດ້າງຈະເປັນພັນເນື້ອສີຂາວ, ມ່ວງ ເພາະວ່າມີລົດຊາດແຊບດີ ແລະ ເປັນທີ່ຕ້ອງການຂອງຕະຫຼາດ.

1. ລະດູການປູກ: ສາມາດປູກໄດ້ຕະຫຼອດທັງປີ, ຈະເລີນເຕີບໂຕໄດ້ດີໃນໄລຍະທີ່ມີອາກາດຂ້ອນຂ້າງຮ້ອນ ແລະ ເປັນພືດທີ່ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ, ການປູກໃນລະດູແລ້ງໃຫ້ຜົນຜະລິດສູງກວ່າການປູກໃນລະດູຝົນ ແລະ ອາຍຸການເກັບກຽ່ວ ກໍ່ສັ້ນກວ່າ 1 ເດືອນ.

2. ການເລືອກພື້ນທີ່ ແລະ ການກຽມດິນປູກ: 1. ຖ້າເປັນເນື້ອທີ່ນາຄວນເລືອກບ່ອນສູງ ແລະ ລະບາຍນໍ້າໄດ້ດີ; 2. ຖ້າເປັນໄປໄດ້ບໍ່ຄວນປູກມັນດ້າງກ່ອນ ຫາກມີຄວາມຈໍາເປັນຕ້ອງປູກຊໍ້າທີ່ເກົ່າຕ້ອງກໍາຈັດແມງໃນດິນກ່ອນ; 3. ສຳລັບບ່ອນຮາບພຽງທົ່ວໆໄປນັ້ນສ່ວນຫຼາຍຈະປູກໄດ້ສະເພາະລະດູຝົນ, ບ່ອນທີ່ມີເຂດຊົນລະປະທານຈະສາມາດປູກມັນດ້າງໄດ້ຕະຫຼອດປີ.

3. ການກຽມດິນ: ຄວນໄຖໃຫ້ເລິກປະມານ 25 – 30 ຊັງຕີແມັດ; ຕາກດິນໄວ້ 7 – 10 ວັນ ແລະ ພວນດິນ 1 – 2 ຄັ້ງ ເພື່ອກຳຈັດວັດສະພືດ, ປັບລະດັບເນື້ອທີ່ປູກໃຫ້ລຽບສະໝໍ່າສະເໝີກັນ, ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກປະສົມດິນ, ຝຸ່ນໃຫ້ເຂົ້າກັນ; ເມື່ອກຽມດິນແລ້ວກໍ່ຍົກເປັນຮ່ອງໄລຍະຫ່າງກັນ 75-100 ຊັງຕີແມັດ. ຍົກເປັນຮ່ອງຮູບສາມລ່ຽມແລ້ວປູກຢູ່ເທິງສັນຮ່ອງນັ້ນເລີຍ.

4. ການກຽມພັນປູກ ການໃຊ້ລຳຕົ້ນ ຫຼື ເຄືອປູກ, ໃຊ້ລຳຕົ້ນທີ່ແກ່ຫຼັງຈາກເກັບກ່ຽວແລ້ວ ໂດຍຕັດເຄືອໃຫ້ຍາວປະມານ 25 – 30 ຊັງຕີແມັດ ຫຼື ມີຂໍ້ປະມານ 6 – 8 ຂໍ້ ການໃຊ້ເຄືອປູກນີ້ນິຍົມໃຊ້ ສ່ວນຍອດຫຼາຍ ກວ່າສ່ວນອື່ນໆ ເພາະຈະເລີນເຕີບໂຕ ແລະ ອອກຮາກໄວ.


5. ການປູກ: ຝັງເຮັດມູມງ່ຽງໂດຍໃຊ້ສຽມສັບເທິງສັນຮ່ອງ, ວາງເຄືອມັນເທິງຮອຍສັບ, ເຮັດມູມປະມານ 45 ອົງສາ ໃຫ້ສ່ວນປາຍໂພ່ຂຶ້ນໜ້າດິນ 3 – 4 ໃບ.

6. ການໃຫ້ນໍ້າ: ຖ້າຫາກປູກໃນລະດູແລ້ງການໃຫ້ນໍ້າເປັນສິ່ງທີ່ຈຳເປັນ ໄລຍະທຳອິດ 10 – 15 ວັນຕໍ່ຄັ້ງ ແລະ ໄລຍະຫຼັງ 20 – 30 ວັນ/ຄັ້ງ ໂດຍປ່ອຍໃຫ້ນໍ້າໄຫຼເຂົ້າຕາມຮ່ອງໃນແປງປູກ, ໃຫ້ລະດັບນໍ້າສູງ 2/3 ຂອງຮ່ອງ, ປ່ອຍນໍ້າປະໄວ້ໃນຮ່ອງ 1 ຄືນ, ແລ້ວໃນຕອນເຊົ້າໃຫ້ຮີບປ່ອຍນໍ້າອອກ.

7. ການພວນດິນ ແລະ ກຳຈັດວັດສະພືດການກຳຈັດວັດສະພືດຈະຕ້ອງເຮັດໂດຍໄວທີ່ສຸດ ຖ້າເນື້ອທີ່ປູກມີຂະໜາດນ້ອຍ, ໃຫ້ພວນດິນໃສ່ເບື້ອງຕົ້ນຫຼັງຈາກປູກໄດ້ 1 ເດືອນ.

8. ການໃສ່ຝຸ່ນ: ຖ້າມີຝຸ່ນຄອກ ຫຼື ຝຸ່ນໝັກ ຄວນໃສ່ຫຼັງຈາກໄຖຕາກດິນໄວ້. ໃສ່ຝຸ່ນສູດ 13:13:13, ອັດຕາໃສ່ 50-80 ກິໂລກຣາມ/ໄລ່. ໂດຍແບ່ງໃສ່ 2 ຄັ້ງ; ຄັ້ງທີ1: ໃສ່ຮອງກົ້ນຂຸມ; ຄັ້ງທີ2: ໃສ່ຫຼັງຈາກປູກໄດ້ 45 ວັນ ການໃສ່ຄວນເຈາະຮູເປັນຂຸມລະຫວ່າງໄລຍະຫ່າງປູກມັນດ້າງແລ້ວກໍຢອດຝຸ່ນລົງ.


9. ການຕັດແຕ່ງເຄື່ອມັນດ້າງ: ເມື່ອມັນດ້າງຈະເລີນເຕີບໂຕ ( ອາຍຸ 2-3 ເດືອນຫຼັງປູກ ) ມັນຈະຖອດຍອດອອກໄປນອກແປງ ເຮັດໃຫ້ຂໍ້ຕິດກັບດິນເກີດຮາກຢັ່ງລົງດິນ ແລະ ເກີດຫົວໄດ້ ເຊິ່ງຈະເຮັດໃຫ້ສ່ວນຫົວທີ່ເກີດຈາກສ່ວນທີ່ຝັງດິນຢູ່ກ່ອນແລ້ວຈະເລີນເຕີບໂຕບໍ່ເຕັມທີ່. ດັ່ງນັ້ນ, ຄວນຕອນ ຫຼື ຕັດອອກ.

10. ການເກັບກ່ຽວ: ຂຶ້ນກັບແນວພັນຂອງມັນດ້າງ ໂດຍທົ່ວໄປຈະເກັບກ່ຽວໄດ້ເມື່ອອາຍຸ 90 – 150 ວັນ ຫຼັງປູກ; ຖ້າບໍ່ຮູ້ອາຍຸການເກັບກ່ຽວທີ່ແນ່ນອນຂອງມັນດ້າງ, ໃຫ້ສັງເກດເບິ່ງໜ້າດິນບໍລິເວນເຫງົ້າຕົ້ນ ຖ້າຮອຍດິນແຕກແຍກ ແລະ ເບິ່ງເຫັນຫົວມັນດ້າງສະແດງວ່າມັນດ້າງເລີ່ມແກ່ ສາມາດເກັບກ່ຽວໄດ້; ສຸ່ມຂູດຂຶ້ນມາເບິ່ງປະມານ 2 – 3 ຕົ້ນ ແລະ ໃຊ້ມີດຕັດຫົວມັນດ້າງເບິ່ງ ຖ້າແກ່ຈະມີຢາງໄຫຼຊືມອອກ ແລະ ຈະແຫ້ງໄປຢ່າງໄວ.