ເດືອນນີ້ລັດຖະບານຈະແກ້ບັນຫາອັດຕາແລກປ່ຽນ ແລະເງິນເຟີ້ໃຫ້ຮັດກຸມຂຶ້ນຕື່ມ

60

ຂໍ້ມູນເປີດເຜີຍໃນກອງປະຊຸມລັດຖະບານປະຈຳເດືອນ ມັງກອນ 2023 ໜຶ່ງຈຸດສຸມສຳຄັນຄືການບໍລິຫານຈັດການບັນຫາອັດຕາ ແລກປ່ຽນ ແລະເງິນເຟີ້ໃນລາວໃຫ້ມີການປ່ຽນແປງທີ່ຊັດເຈນຂຶ້ນ ອັນສຳຄັນໃຫ້ຫຍັບເຂົ້າໃກ້ແຜນພັດທະນາເສດຖະກິດຂອງລັດຖະບານທີ່ຕັ້ງເປົ້າໄວ້ປີນີ້ຈະໃຫ້ຕົວເລກເງິນເຟີ້ບໍ່ເກີນ 9%.

May be an image of 1 person and standing

ຊຶ່ງກອງປະຊຸມໄດ້ວາງຄາດໝາຍວ່າ ໃນເດືອນກຸມພາ 2023 ນີ້ ຕ້ອງສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ.

May be an image of 8 people, people standing, people sitting and indoor

ສະເໜີໃຫ້ແຕ່ລະກະຊວງແບ່ງຄວາມຮັບຜິດຊອບພາຍໃນຂອງຕົນ ໃຫ້ລະອຽດ; ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມ ແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

May be an image of 1 person and standing

ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ ກໍ່ສ້າງຮາກຖານການ ເມືອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ; ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນໂດຍໄວ ໃນນັ້ນ, ສຸມໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ, ຊຸກຍູ້ສ້າງໃຫ້ມີຖານລາຍຮັບໃໝ່, ຍູ້ແຮງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນທຸກຂົງເຂດ, ສືບຕໍ່ປະຕິບັດບັນດານິຕິກໍາທີ່ລັດຖະ ບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານລັດ ການປະຢັດ ແລະ ຕ້ານການຟູມເຟືອຍ. ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ລວມທັງ ສຸມໃສ່ແກ້ໄຂບັນຫາການລົງທຶນຂອງລັດ ໃຫ້ມີປະສິດທິຜົນສູງຂຶ້ນ.

May be an image of 9 people, people sitting and indoor

ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ ຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ ສືບຕໍ່ຈັດສັນແຫລ່ງທຶນ ແລະ ສົ່ງເສີມ ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດແຂ່ງ ຂັນໃນຕະຫລາດແບບຍືນຍົງ; ສືບຕໍ່ຊອກຫາ ແລະ ຈັດສັນແຫລ່ງທຶນ ໄວ້ເພື່ອແກ້ໄຂໜີ້ສິນ ໃຫ້ທັນເວ ລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້.