ເມືອງນາຊາຍທອງ ກຽມເປີດງານຕະຫຼາດນັດວາງສະແດງສິນຄ້າ 10 ກຸມພານີ້ ຄາດຈະມີຫ້າງຮ້ານເຂົ້າຮ່ວມ 300 ກວ່າຮ້ານ

360

ເມືອງນາຊາຍທອງ ກຽມພ້ອມຈັດງານຕະຫຼາດນັດ, ວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ປະຈຳປີ 2023 ເຊິ່ງຈັດໃຫຍ່ຍາວ 7 ວັນ, ຄາດຈະມີຫ້າງຮ້ານເຂົ້າຮ່ວມ 300 ກວ່າຮ້ານ ແລະ ສິນຄ້າທີ່ຈະນໍາມາຂາຍ, ວາງສະແດງ ມີມູນຄ່າລວມ ປະມານ 8 ຕື້ກວ່າກີບ.

ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໃຫ້ສຳພາດໃນວັນທີ 7 ກຸມພາ 2023 ວ່າ: ງານຕະຫຼາດນັດ, ວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ເມືອງນາຊາຍທອງ ປະຈຳປີ 2023 ຈະໄດ້ຈັດຂຶ້ນ 7 ວັນ ໃນລະຫວ່າງວັນທີ 10-16 ກຸມນີ້ ພາຍຫຼັງບໍ່ໄດ້ຈັດງານມາເປັນເວລາ 2 ປີ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ການຈັດງານຄັ້ງນີ້ ແມ່ນເປັນຄັ້ງທີ 26 ນັບແຕ່ປີ 1996 ເປັນຕົ້ນມາ ເຊິ່ງຈັດຕັ້ງປະຕິບັດເປັນປະເພນີມາ ແລະ ໃນແຕ່ລະປີໄດ້ມີຊາວກະສິກອນ, ຊາວຊ່າງຫັດຖະກຳ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ຊາວຄ້າຂາຍພາຍໃນເມືອງ ແລະ ຕ່າງບ້ານຕ່າງເມືອງຕ່າງແຂວງເຂົ້າຮ່ວມເປັນຂະບວນການ ເປັນຈໍານວນຫຼວງຫຼາຍ ແລະ ມີຜົນສຳເລັດເປັນຢ່າງດີເລື້ອຍໆມາ ໂດຍເຫັນໄດ້ຈາກແຕ່ກ່ອນການຜະລິດແບບທຳມະຊາດ ບົດຮຽນບໍ່ທັນມີຫຼາຍ, ເຕັກນິກກໍບໍ່ທັນສູງ, ບໍ່ມີຕະຫຼາດຮອງຮັບ,

ຮູບປະກອບງານປີຜ່ານມາ

ປັດຈຸບັນການຜະລິດກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ແມ່ນໄດ້ມີບົດຮຽນໃໝ່ ໄດ້ນໍາໃຊ້ເຕັກນິກທີ່ທັນສະໄໝເຂົ້າໃນການຜະລິດ ຈຶ່ງເຮັດໃຫ້ຜົນຜະລິດເພີ່ມຂຶ້ນຫຼາຍເທົ່າຕົວ ແລະ ຕະຫຼາດກໍສາມາຮອງຮັບໄດ້ຢ່າງກວ້ງຂວາງກວ່າແຕ່ກ່ອນ. ສະນັ້ນ, ງານວາງສະແດງສິນຄ້າ ປະຈຳປີ 2023 ຈຶ່ງເປັນການກະຕຸກຊຸກຍູ້ ການຜະລິດຂອງຜູ້ປະກອບການຕ່າງໆແບບຮອບດ້ານໃຫ້ຂະຫຍາຍຕົວ ໂດຍໃຫ້ຕິດພັນກັບການຂະຫຍາຍຕະຫຼາດພາຍໃນ ແລະ ພາຍນອກ ທັງເປັນການຕອບສະໜອງນະໂຍບາຍຂອງເມືອງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນ ກໍຄືຊາວກະສິກອນ ແລະ ກໍເປັນການເພີ່ມລາຍຮັບເຂົ້າເມືອງນັບມື້ນັບສູງຂຶ້ນ.

ຮູບປະກອບງານປີຜ່ານມາ

ທ່ານ ພູວອນ ພົງລາດແກ້ວ ໃຫ້ຮູ້ຕື່ມວ່າ: ງານຕະຫຼາດນັດ, ວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ເມືອງນາຊາຍທອງ ຄັ້ງທີ 26 ປະຈຳປີ 2023 ໄດ້ກຳນົດຈັດ 7 ມື້ 7 ຄືນ ໂດຍເລີ່ມແຕ່ວັນທີ 10-16 ກຸມພາ, ເປີດງານ ວັນທີ 10 ກຸມພາ ເວລາ 15:30 ໂມງ ແລະ ປິດວັນທີ 16 ກຸມພາ ເວລາ 16:00 ໂມງ, ສະຖານທີ່ ບ້ານແຈ້ງສະຫວ່າງ ກຸ່ມບ້ານ ອີ່ໄລ ເມືອງນາຊາຍທອງ ເຊິ່ງຄາດໝາຍ ຜູ້ເຂົ້າຮ່ວງານ ວາງສະແດງ ແລະ ຂາຍສິນຄ້າຄອບຄົວຕົວແບບ, ຄອບຕົວທຳການຜະລິດ, ໜໍ່ແໜງການຜະລະດເປັນສິນຄ້າ ແລະ ສິນຄ້າໂອດອບ 54 ຫົວໜ່ວຍ ມີ 79 ຮ້ານ ແລະ ບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການຕ່າງໆ ທົ່ວໄປ 269 ຮ້ານ ( ລວມ 348 ຮ້ານ ) ແລະ ສິນຄ້າທີ່ຈະນໍາມາຂາຍ ແລະ ວາງສະແດງ ມີມູນຄ່າລວມ ປະມານ 8 ຕື້ກວ່າກີບ ທຽບໃສປີ ຜ່ານມາເພີ່ມຂຶ້ນ 6% ແລະ ມູນຄ່າສິນຄ້າໜູນວຽນພາຍໃນງານ ຄາດຄະນເນ 7 ຕື້ກວ່າກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 8%.

ຮູບງານປິຜ່ານມາ

ຂໍເຊີນຊວນພໍ່ຄ້າແມ່ຄ້າ, ພໍ່ແມ່ປະຊາຊົນເມືອງນາຊາຍທອງ, ບັນດາເມືອງອ້ອມຂ້າງ ແລະ ຕ່າງແຂວງ ຮ່ວມທ່ຽວຊົມງານຕະຫຼາດນັດດັ່ງກ່າວ ເຊິ່ງຈັດຂຶ້ນທີ່ບ້ານແຈ້ງສະຫວ່າງ ກຸ່ມບ້ານ ອີ່ໄລ ເມືອງນາຊາຍທອງ ເລີ່ມແຕ່ວັນທີ 10-16 ກຸມພາ 2023

ຂ່າວ-ພາບ: ສັນຕິ