ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ຕວັກກີ – ຊີເຣຍ ເພີ່ມຂຶ້ນເປັນ 4.300 ຄົນ ຄາດຍອດອາດເພີ່ມຂຶ້ນອີກ 8 ເທົ່າ

35

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ກຸມພາ 2023 ວ່າ ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວທາງພາກໃຕ້ຂອງຕວັກກີ ຕິດກັບຊາຍແດນຊີເຣຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 4.300 ຄົນ, ຂະນະທີ່ອົງການອະນາໄມໂລກ (WHO) ຄາດວ່າ ຍອດຜູ້ເສຍຊີວິດອາດເພີ່ມຂຶ້ນເຖິງ 8 ເທົ່າ ຈາກຕົວເລກປັດຈຸບັນ.

อาจเป็นรูปภาพของ 3 คน และ กลางแจ้ง

ປັດຈຸບັນທີມກູ້ໄພກຳລັງເລັ່ງຂຸດຄົ້ນຊາກຫັກພັງຂອງອາຄານບ້ານເຮືອນ ເພື່ອຊອກຫາຜູ້ທີ່ອາດຈະລອດຊີວິດ ທ່າມກາງອາກາດທີ່ໜາວເຢັນ ແລະ ມີຫິມະຕົກລົງມາຢ່າງຕໍ່ເນື່ອງ, ຂະນະທີ່ນານາປະເທດກໍໄດ້ສົ່ງມອບ ຄວາມຊ່ວຍເຫຼືອ ເພື່ອສະໜັບສະໜູນການກູ້ໄພໃນຄັ້ງນີ້ ເຊິ່ງມີທັງການສົ່ງຜູ້ຊ່ຽວຊານ, ທີມກູ້ໄພ ພ້ອມໝາດົມກິ່ນ ແລະ ອຸປະກອນຮັບໃຊ້ທີ່ຈຳເປັນເຂົ້າໄປຊ່ວຍທັງຕວັກກີ ແລະ ຊີເຣຍ ເພື່ອເລັ່ງຊ່ວຍເຫຼືອຜູ້ທີ່ລອດຊີວິດຈາກເຫດການຄັ້ງນີ້.

อาจเป็นรูปภาพของ 4 คน, ผู้คนกำลังยืน และ กลางแจ้ง

ທັງນີ້, ເຫດແຜ່ນດິນໄຫວດັ່ງກ່າວ ເກີດຂຶ້ນຕອນເຊົ້າມືດຂອງວັນທີ 6 ກຸມພາ 2023 ທີ່ບໍລິເວນຊາຍແດນຕວັກກີ – ຊີເຣຍ ວັດແຮງສັ່ນສະເທືອນໄດ້ 7,8 ຣິກເຕີ, ຫຼັງຈາກນັ້ນ 12 ຊົ່ວໂມງຕໍ່ມາ ເກີດແຜ່ນດິນໄຫວຂຶ້ນອີກວັດແຮງສັ່ນສະເທືອນ 7,5 ຣິກເຕີ ກ່ອນຈະເກີດອາຟເຕີຊ໊ອກຂຶ້ນຢ່າງຕໍ່ເນື່ອງໃນບໍລິເວນດັ່ງກ່າວ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດ ແລະ ບາດເຈັບທັງຢູ່ໃນຕວັກກີ ແລະ ຊີເຣຍເພີ່ມຂຶ້ນຢ່າງໄວວາ.

ຜູ້ຊ່ຽວຊານດ້ານສະຖານະການສຸກເສີນຂອງອົງການອະນາໄມໂລກເຕືອນວ່າ ຈຳນວນຜູ້ເສຍຊີວິດມີທ່າອ່ຽງວ່າຈະເພີ່ມຂຶ້ນເຖິງ 8 ເທົ່າ ເນື່ອງຈາກເຫດການເຊັ່ນນີ້ເກີດຂຶ້ນ ພວກເຮົາມັກຈະເຫັນຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຕະຫຼອດໄລຍະ 1 ອາທິດທຳອິດຂອງການກູ້ໄພ.