ຄະນະສະເພາະກິດຈັດສັນ ເມືອງຫາດຊາຍຟອງ ລົງຈັດຕັ້ງຮື້ຖອນປ້າຍໂຄສະນາ ແລະ ຮ້ານຄ້າ ທີ່ຜິດລະບຽບ

110

ໃນວັນທີ 6 ກຸມພາ 2023 ນີ້ ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງສາຍຫຼັກ ຢູ່ຂອບເຂດ ສະເພາະ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງຈັດຕັ້ງກວດກາປະຕິບັດໃຫ້ຄຳແນະນຳຕັກ ຕັກເຕືອນຕໍ່ບັນດາຜູ້ປະກອບການທຸລະກິດທີ່ໄດ້ມີການປຸກສ້າງອາຄານຮ້ານຄ້າຕໍ່ເຕີມເທີບເງີບ ແລະ ນຳເຄື່ອຂອງວາງ ຂາຍຢູ່ໃກ້ກັບແຄມທາງລວມທັງມີການຕິດຕັ້ງປ້າຍໂຄສະນາຕ່າງໆ ລຽບຕາມທາງຫຼວງ ນັບຕັ້ງແຕ່ເຂດບ້ານຫາດຊາຍ ຂາວລຽບຕາມຖະໜົນທ່າເດື່ອລົງໄປ ອັນໄດ້ສ້າງພາບພົດທີ່ບໍ່ເປັນລະບຽບຖືກຕ້ອງ ແລະ ສ້າງຄວາມບໍ່ຈົບງາມໃຫ້ກັບ ຖະໜົນຫົນທາງທີ່ເປັນຂອງສາທາລະນະ  ໂດຍສະເພາະໃນເຂດມີເປັນຊຸມຊົນ ຢູ່ພາຍໃນຂອບເຂດຂອງເມືອງຫາດຊາຍ ຟອງ ແມ່ນປາກົດໃຫ້ເຫັນວ່າຍັງມີຈຳນວນບໍ່ໜ້ອຍທີ່ໄດ້ລະເມີດຕໍ່ລະບຽບການ  ນອກຈາກນັ້ນແລ້ວກໍ່ຈະເປັນການ ສ້າງຄວາມຫຍຸ້ງຍາກສັບສົນໃຫ້ກັບການສັນຈອນໄປມາຂອງລົດລາພາຫະນະ ແລະ  ອາດກໍ່ໃຫ້ ເກີດອຸບະຕິດເຫດຕາມ ມາ  ຮ້າຍແຮງກວ່ານັ້ນກໍ່ຄືການສູນເສຍ ວັດຖຸ  ຊັບສິນ ທີ່ເປັນຂອງລວມ ແລະ ຂອງ ບຸກຄົນ ອີກດ້ວຍ

ດັ່ງນັ້ນ, ຄະນະສະເພາະກິດເພື່ອຈັດສັນຄວາມບໍ່ເປັນລະບຽບຕາມແຄມທາງ ເມືອງຫາດຊາຍຟອງ ຈື່ງໄດ້ສືບຕໍ່ລົງປະຕິ ໜ້າທີ່ ຕາມການຊີ້ນຳຂອງຂັ້ນເທີງ ເພື່ອຂໍການຮ່ວມມື ແລະ ເຫັນໃຈ ນຳພາກສ່ວນຜູ້ປະກອບການໃຫ້ ປະຕິບັດຕາມລະບຽບຄຳສັ່ງຂອງຂັ້ນເທີງ ໂດຍທຳການຮື້ຖອນອອກບັນດາຮ້ານຄ້າ ແລະ ປ້າຍໂຄສະນາອື່ນໆທີ່ບໍ່ຖືກ ຕ້ອງ ຕາມຄຳສັ່ງ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ຊາບ  ກໍ່ຄືທິດຊີ້ນຳຂອງເຈົ້າເມືອງ ຫາດຊາຍຟອງ  ເພືຶ່ອຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ແລະ ຊານເມືອງ ແນໃສ່ເພື່ອ ໃຫ້ປະ ຕິບັດກົດໝາຍວ່າດ້ວຍຜັງເມືອງ ກົດໝາຍວ່າດ້ວຍທາງຫຼວງແຫ່ງຊາດ ກົດໝາຍວ່າດ້ວຍ ການຄ້າ ກົດໝາຍວ່າດ້ວຍວັດ ທະນະທຳ ແລະ ທ່ອງທ່ຽວ ທັງເປັນການຍົກສູງບົດບາດຂອງນະຄອນຫຼວງວຽງຈັນ ໃຫ້ສົມເປັນເມືອງຫຼວງຂອງປະເທດ ໂດຍຕົວຈິງແລ້ວການກຳນົດຂອບເຂດສະຫງວນຂອງທາງຫຼວງແລ້ວແມ່ນ ໄດ້ກຳນົດເອົາເບື້ອງລະ 20 ແມັດເຊີ່ງ ແທກຈາກໃຈກາງທາງອອກໄປ  ທັງນີ້ກໍ່ເພື່ອພ້ອມກັນປະຕິບັດຕາມລະບຽບການ ຂອງແຕ່ລະຂະແໜງການ ໃຫ້ສອດ ຄ່ອງກັບກົດໝາຍ ແລະ ນະໂຍບາຍສ້າງເມືອງໜ້າຢູ່ ມີຄວາມເປັນເອກະພາບ ຮັບປະກັນຄວາມສະຫງົບ ສາມັກຄີ ມູນເຊື້ອສີວິໄລ ມີຄວາມສະດວກ ແລະ ປອດໄພ  ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວກໍ່ເຫັນວ່າ ທາງດ້ານຜູ້ປະ ກອບການ ແມ່ນເຫັນໄດ້ໃຫ້ຄວາມສຳຄັນ ແລະ ມີການຮ່ວມມືກັບຄະນະຈັດສັນເປັນຢ່າງດີ ມີຄວາມເຂົ້າໃຈເຊີ່ງກັນ ແລະ ກັນ ນອກນັ້ນກໍ່ຍັງໃຫ້ການຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໃຫ້ການຮ່ວມມືໂດຍສະເພາະທາງດ້ານຜູ້ປະກອບການຕະຫຼາດ ສົມຫວັງ 8 Km ທີ່ມີຄວາມຕື່ນຕົວ  ປະຕິບັດຕາມແຈ້ງການ  ພ້ອມນີ້ຍັງໄດ້ຈັດສັນມ້າງສີ່ງກີດຂວາງອອກຈາກຂອບ ເຂດພື້ນ ທີ່ຂອງ ທາງຫຼວງ ເພື່ອເປັນແບບຢ່າງ ແລະ  ເປັນເຈົ້າການໃນ ການຈັດຕັ້ງປະຕິບັດຕາມລະບຽບຢ່າງເຄັ່ງຄັດ

ສ່ວນໃນຕໍ່ໜ້າ ຄະນະຈັດສັນດັ່ງກ່າວກໍ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມໜ້າທີ່ເພື່ອກວດກາຄືນວ່າສະຖານທີ່ໃດທີ່ ຍັງລະເມີດລະບຽບຕາມແຄມທາງຫຼວງກໍ່ຈະນຳມາສຶກສາອົບຮົມ ແລະ ສັ່ງໃຫ້ຮື້ຖອນສີ່ງກີດຂາວງໂດຍທັນທີ  ທັງນີ້ກໍ່ເພື່ອແນໃສ່ຊຸກຍູ້ໃຫ້ທຸກຄົນຊ່ວຍກັນປະກອບສ່ວນເຂົ້າໃນວຽກງານສ້າງສາ ພັດທະນາບ້ານເມືອງ ເຮັດໃຫ້ເມືອງ ຫາດຊາຍຟອງ ມີຄວາມຈົບງາມເປັນລະບຽບຮຽບຮ້ອຍດີຂື້ນເທື່ອລະກ້າວ