ບົດສໍາພາດແບບເປີດໃຈຄັ້ງທໍາອິດ ຕໍ່ກັບທີມຂ່າວບັນເທີງເສດຖະກິດການຄ້າຂອງນ້ອງ ອິນທິລາ ຄຸນພະຈັນສີ ຫຼື ຊື່ຫຼິ້ນ ໂນລາ ນາງສາວທ່ອງທ່ຽວລາວ ປະຈໍາປີ 2023 ຜູ້ທີ່ມີຄວາມພ້ອມໃນການເປັນຕົວແທນຂອງແມ່ຍິງລາວບັນດາເຜົ່າ ເຜີຍແຜ່ວັດທະນະທໍາ ໂດຍສະເພາະກໍແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ອຸດົມສົມບູນຢູ່ທົ່ວທຸກແຂວງ ຂອງລາວເຮົາ ໃຫ້ແກ່ສາກົນໄດ້ຮັບຮູ້ ວ່າລາວກໍມີສະຖານທີ່ທ່ອງທ່ຽວທີ່ເປັນສິ່ງເອກອ້າງ, ມີເອກະລັກທີ່ບໍ່ຄືໃຜ ພ້ອມນີ້, ຍັງມີຫຼາກຫຼາຍສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກ ແລະ ມົນສະເໜ່ຂອງແຕ່ລະແຂວງອີກດ້ວຍ.
ປັດຈຸບັນນີ້ ໂນລາ ອາຍຸ 21ປີ ແຕ່ຄວາມສາມາດແມ່ນບໍ່ໜ້ອຍເລີຍ ແລະ ຕອນນີ້ແມ່ນກຳລັງສຶກສາທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດປີທີ 2 ນັ້ນເອງ.
ແນ່ນອນວ່າຫຼາຍຄົນກໍຈະຢາກຮູ້ເຖິງຄວາມຮູ້ສຶກຂອງນ້ອງ ຫຼັງຈາກທີ່ຮູ້ວ່າຕົນເອງໄດ້ຮັບຕຳແໜ່ງ ເຊິ່ງນ້ອງກໍບອກວ່າ: ຕົນເອງຮູ້ສຶກດີໃຈ ແລະ ເປັນກຽດຫຼາຍທີ່ສຸດ ເຊິ່ງບໍ່ຄິດວ່າຕົນເອງຈະໄດ້ເປັນນາງສາວທ່ອງທ່ຽວລາວ 2023 ແລະ ໃນເມື່ອນ້ອງໄດ້ຮັບຕຳແໜ່ງອັນຊົງກຽດນີ້ແລ້ວ ນ້ອງກໍຈະປະຕິບັດຕໍ່ໜ້າທີ່ວຽກງານຂອງຕົນເອງໃຫ້ດີທີ່ສຸດ.
ເປົ້າໝາຍຂອງນ້ອງເອງ ພາຍຫຼັງໄດ້ຮັບຕໍາແໜ່ງນາງສາວທ່ອງທ່ຽວລາວ 2023 ສິ່ງທໍາອິດເລີຍຄືນ້ອງຢາກປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນຊ່ວຍດ້ານໂຄສະນາການທ່ອງທ່ຽວ, ສ້າງຄວາມເຂັ້ມແຂງໃຫ້ວຽກງານທ່ອງທ່ຽວ ທີ່ສາມາດບໍລິການທ່ອງທ່ຽວໃຫ້ໄດ້ມາດຕະຖານ, ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ໃນເວລາທີ່ມີນັກທ່ອງທ່ຽວເຂົ້າມາຈາກທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມສະຖານທີ່ທ່ອງທ່ຽວອັນສວຍສົດງົດງາມຂອງລາວ ເພາະນ້ອງເຊື່ອວ່າຖ້າກິດຈະການທ່ອງທ່ຽວເກີດຂຶ້ນຫຼາຍ ຈະສາມາດສ້າງວຽກເຮັດງານທໍາໃຫ້ໄວໜຸ່ມມີວຽກເຮັດງານທໍາ, ມີອາຊີບ ແລະ ມີລາຍຮັບໃຫ້ຫຼາຍຂຶ້ນຢ່າງແນ່ນອນ
ສໍາລັບນ້ອງເອງແມ່ນເດີນສາຍປະກວດມາແລ້ວ ແລະ ເຄີຍຜ່ານເວທີການປະກວດມານັ້ນກໍຄື ນ້ອງເອງເຄີຍຜ່ານການປະກວດນາງສາວລາວ 2020 ແລະ ເຄີຍປະກວດ Face of Laos 2022, ພ້ອມນີ້ຜົນງານໃນວົງການບັນເທີງແມ່ນເຄີຍຮ່ວມງາມກັບ Una studio ຄືຮູບເງົາສັ້ນ ເລື່ອງ “ ບັງບົດ ” ອີກດ້ວຍ.
ເຫດຜົນທີ່ເຮັດໃຫ້ນ້ອງເລືອກເຂົ້າປະກວດໃນເວທີ ນາງສາວທ່ອງທ່ຽວລາວໃນປີນີ້ ຍ້ອນວ່ານ້ອງສົນໃຈທາງດ້ານແຫຼ່ງທ່ອງທ່ຽວຂອງປະເທດລາວ ແຕ່ລະສະຖານທີ່ທ່ອງທ່ຽວແຕ່ເໜືອຮອດໃຕ້ນັ້ນມີຄວາມສວຍງາມ ແລະ ເອກະລັກທີ່ແຕກຕ່າງກັນ ຈຶ່ງເຮັດໃຫ້ນ້ອງຫຼົງຮັກ ແລະ ຢາກເຜີຍແຜ່, ແນະນຳ ໃຫ້ທຸກຄົນໄດ້ຮູ້ເຖິງຄວາມສວຍງາມທາງດ້ານແຫຼ່ງທ່ອງທ່ຽວຂອງປະເທດລາວເຮົາໃຫ້ຫຼາຍຂຶ້ນ.
ສຸດທ້າຍນີ້, ນ້ອງເອງຂໍຝາກຕິດຕາມຜົນງານຂອງນ້ອງໃນຕໍ່ໆໄປດ້ວຍ ຜ່ານທາງ FB: Nola khounphachansy ແລະ FB: Miss Tourism Laos ແລະ ຍັງມີຜົນງານຊີຣີໄວໆນີ້ຖ້າຕິດຕາມທາງ FB: Ciinze9 TV ຂອບໃຈ.
ວ້າວ! ບໍ່ທໍາມະດາອີ່ຫຼີສໍາລັບນາງສາວທ່ອງທ່ຽວລາວ 2023 ເວົ້າໄດ້ວ່າຄວາມສາມາດຄົບເຄື່ອງ; ສະນັ້ນ ທີມຂ່າວບັນເທີງຕ້ອງຂໍຝາກຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງຕະຫຼາດໄປດ້ວຍ.