ມູນຄ່າການຄ້າ ຈີນ – RCEP ເພີ່ມຂຶ້ນ 7,5%

41

ສຳນັກຂ່າວ CRI ລາຍງານວ່າ ເຈົ້າໜ້າທີ່ກະຊວງການຄ້າຂອງຈີນ ເປີດເຜີຍວ່າ: ການປະຕິບັດສັນຍາການຮ່ວມມືດ້ານເສດຖະກິດລະດັບພູມີພາກ( RCEP ) ໄດ້ເປີດກວ້າງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປ ຈີນ ກັບສະມາຊິກ RCEP ໄດ້ປະສົບຜົນສຳເລັດຢ່າງຕັ້ງໜ້າ. ຂະນະທີ່ຍອດມູນຄ່າການຄ້າ ຂາເຂົ້າ – ຂາອອກ ລະຫວ່າງ ສປ ຈີນ ກັບບັນດາປະເທດສະມາຊິກ RCEP ໃນປີ 2022 ໄດ້ບັນລຸເຖິງ 12.950 ຕື້ຢວນ ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2021, ກວມເອົາ 30,8% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງ ສປ ຈີນ.

ໃນປີ 2022, ການລົງທຶນໂດຍກົງທີ່ບໍ່ແມ່ນຂະແໜງການທະນາຄານຂອງ ສປ ຈີນ ຕໍ່ສະມາຊິກ RCEP ໄດ້ບັນລຸ 17,96 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 18,9%, ສປ ຈີນ ໄດ້ດຶງດູດການລົງທຶນຈາກບັນດາສະມາຊິກ RCEP ມີມູນຄ່າເຖິງ 23,53 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 23,1%, ຈັງຫວະການເຕີບໂຕດ້ານການລົງທຶນ ລະຫວ່າງ ສອງຝ່າຍລ້ວນແຕ່ສູງກວ່າລະດັບທົ່ວໄປ.