ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນ ຕວັກກີ ເພີ່ມເປັນ 76 ຄົນ

21

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການຂອງ ຕວັກກີ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວ ເພີ່ມຂຶ້ນເປັນ 76 ຄົນແລ້ວ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກ 400 ກວ່າຄົນ, ນອກຈາກນີ້ຍັງມີປະຊາຊົນຕິດຢູ່ໃຕ້ຊາກຫັກພັງ, ຫຼັງອາຄານ ແລະ ທີ່ຢູ່ອາໄສຫັກພັງລົງມາ, ຂະນະທີ່ເຈົ້າໜ້າທີ່ກູ້ໄພກຳລັງເລັ່ງຊ່ວຍເຫຼືອ.

อาจเป็นรูปภาพของ 3 คน

ສູນວິໄຈທໍລະນີວິທະຍາ ສະຫະລັດອາເມຣິກາ ( USGS ) ລາຍງານວ່າ: ເຫດແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນໃນເວລາປະມານ 4:00 ໂມງຂອງວັນທີ 6 ກຸມພາ 2023 ວັດແທກແຮງສັ່ນສະເທືອນໄດ້ 7,8 ຣິກເຕີ, ເລິກລົງໄປໃຕ້ດິນປະມານ 10 ກິໂລແມັດ ໂດຍມີຈຸດສູນກາງຢູ່ເຂດເມືອງກາຊີອັນເຕັບ ຂອງຕວັກກີ ໃກ້ຊາຍແດນຊີເຣຍ.

อาจเป็นรูปภาพของ 1 คน และ กลางแจ้ง

ທັງນີ້, ແຜ່ນດິນໄຫວຄັ້ງນີ້ ໄດ້ເຮັດໃຫ້ອາຄານ 34 ແຫ່ງຫັກພັງລົງມາ, ແຮງສັ່ນສະເທືອນຮັບຮູ້ໄກເຖິງ ຊີເຣຍ, ເອຢິບ, ໄຊປຣັສ ແລະ ອິດສະຣາແອນ. ປະທານາທິບໍດີຂອງຕວັກກີ ໄດ້ອອກມາສະແດງ ຄວາມເສຍໃຈຕໍ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ, ພ້ອມທັງສັ່ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເລັ່ງຊ່ວຍເຫຼືອປະຊາຊົນໃຫ້ໄວເທົ່າທີ່ຈະໄວໄດ້.