ສຳນັກຂ່າວຕ່າງປະເທດລາຍງານວ່າ ກຸ່ມ ຈີ7, ສະຫະພາບເອີຣົບ ( ອີຢູ ) ແລະ ອົດສະຕຣາລີ ໄດ້ປະກາດກຳນົດເພດານລາຄາຜະລິດຕະພັນນ້ຳມັນຂອງຣັດເຊຍ ຫວັງຈຳກັດລາຍໄດ້ຂອງຣັດເຊຍ ໂດຍມີຜົນນັບແຕ່ວັນທີ 5 ກຸມພາ 2023 ເປັນຕົ້ນໄປ.

ທັງນີ້ ກຸ່ມຈີ 7, ສະຫະພາບເອີຣົບ ແລະ ອົດສະຕຣາລີ ໄດ້ກຳນົດເພດານລາຄາຜະລິດຕະພັນນ້ຳມັນຂອງຣັດເຊຍ ຢູ່ທີ່ 100 ໂດລາສະຫະລັດຕໍ່ບາເຣວ ສຳລັບນ້ຳມັນກາຊວນ ແລະ ຜະລິດຕະພັນນ້ຳມັນອື່ນໆ, ນອກຈາກນີ້ ຍັງກຳນົດເພດານລາຄານ້ຳມັນໜັກ ( Heavy Oil ) ແລະ ຜະລິດຕະພັນນ້ຳມັນອື່ນໆຢູ່ທີ່ 45 ໂດລາຕໍ່ບາເຣວ. ທັງນີ້, ກຸ່ມຈີ 7 ໄດ້ກຳນົດເພດານລາຄານ້ຳມັນຂອງຣັດເຊຍ ຢູ່ທີ່ 60 ໂດລາຕໍ່ບາເຣວ ເມື່ອເດືອນທັນວາຜ່ານມາ, ກ່ອນຈະປຶກສາຫາລືກັບ ອີຢູ ແລະ ອົດສະຕຣາລີ ເພື່ອຮ່ວມກັນກຳນົດລາຄານ້ຳມັນຈາກ ຣັດເຊຍ ໃນຄັ້ງນີ້.
