ທ່ານ ງາມປະສົງ ເມືອງມະນີ ຮັບໜ້າທີ່ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງຜູ້ໃໝ່

0
278

ປະຕິບັດຕາມການຮັບຮອງບັນດາຕຳແໜ່ງພະນັກງານການນຳຂັ້ນສູງຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດໃນຄັ້ງຜ່ານມາ  ຊຶ່ງຕອນເຊົ້າວັນທີ 6 ກຸມພາ 2023 ນີ້ໄດ້ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ ແລະ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ພະນັກງານຫລັກແຫລ່ງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

May be an image of 12 people, people standing and text
ໂອກາດດັ່ງກ່າວ,ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ມີຄຳເຫັນໂອ້ລົມວ່າ: ການປ່ຽນແທນໜ້າທີ່ຕຳແໜ່ງ ຂອງການນຳແຕ່ລະຂັ້ນ ແມ່ນເປັນເລື່ອງປົກກະຕິ ສຳລັບພັກ-ລັດເຮົາ, ເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງ ການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ບໍ່ວ່າພະນັກງານຂັ້ນໃດ ຈະແມ່ນພະນັກງານການນຳຂັ້ນສູງ, ຂັ້ນກາງ ແລະ ພະນັກງານລັດຖະກອນທົ່ວໄປ ໃນເມື່ອມີຄວາມຮຽກຮ້ອງຕ້ອງການຂອງພັກ-ລັດແລ້ວ ກໍຕ້ອງໄດ້ປະຕິບັດ ຕາມການມອບໝາຍຂອງການຈັດຕັ້ງ.

May be an image of 11 people and people standing
ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສະຫາຍ ລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກ ງານຫລັກແຫລ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານ ສຶກສາອົບຮົມນຳພາແນວຄິດຂອງພະນັກງານ ສະມາຊິກພັກ ຢູ່ແຕ່ລະກົມ, ກອງ, ພະແນກການ ແລະ ວິສາຫະກິດທີ່ຂຶ້ນກັບກະຊວງ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການປ່ຽນແປງດັ່ງກ່າວ ບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ, ອັນໃດເປັນຜົນສຳເລັດ ທີ່ພວກສະຫາຍພ້ອມກັນນຳ ພາ ຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ບັນດາສະຫາຍພ້ອມພາກັນ ປັບປຸງ, ແກ້ໄຂ.

No description available.

ເອົາໃຈໃສ່ເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນ ໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນຄະນະພັກ, ຄະນະນຳ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍ; ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ຂອງກະຊວງ ໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫລັກເປັນແຫລ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ ສະມາຊິກພັກ; ສິ່ງສຳຄັນ ຕ້ອງເອົາໃຈໃສ່ ໂດຍມີລະບອບ, ແບບແຜນ ວິທີເຮັດວຽກ, ລະບອບປະຊຸມປຶກສາຫາລື ສ່ອງແສງລາຍງານ ພາຍຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານ ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ.

LEAVE A REPLY

Please enter your comment!
Please enter your name here