ເຈົ້າແຂວງສະຫວັນນະເຂດຄົນໃໝ່ ເຂົ້າຮັບໜ້າທີ່ຢ່າງເປັນທາງການ

232

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ  ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 6 ກຸມພາ 2023 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພະນັກງານນຳພາຄຸ້ມຄອງແຂວງສະຫວັນນະເຂດ ເຂົ້າຮ່ວມ.

May be an image of 5 people and people standing
ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍລິຫານພັກແຂວງ, ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ແລະ ຍົກຍ້າຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ.

ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ  ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່).

May be an image of 4 people
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ກໍໄດ້ມີຄຳເຫັນວ່າ: ການສັບປ່ຽນໜ້າທີ່ ຂອງພະນັກງານການນຳແຕ່ລະຂັ້ນ ແມ່ນວຽກງານປົກກະຕິ ທີ່ພວກເຮົາເຄີຍປະຕິບັດມາ, ແມ່ນຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ, ທັງເປັນຫລັກການ ແລະ ລະບຽບການຂອງພັກເຮົາ. ພ້ອມນີ້, ທ່ານ ຮອງປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງສືບຕໍ່ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ຖືວຽກງານການເມືອງ-ແນວຄິດ ເປັນສະໜາມຮົບ, ເປັນວຽກແຖວໜ້າ ຕ້ອງເຮັດກ່ອນ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ.

May be an image of 2 people and people standing

ຕ້ອງມີການຫັນປ່ຽນວິທີເຮັດວຽກງານການ ເມືອງ-ແນວຄິດ ດ້ວຍຫລາຍຮູບຫລາຍວິທີ ໂດຍສອດຄ່ອງກັບ ແຕ່ລະກຸ່ມເປົ້າໝາຍ, ຢ່າງນິ້ມນວນ, ຈັບອົກຈັບໃຈ, ແຫລມຄົມ ແລະ ທັນການກວ່າເກົ່າ, ເຮັດໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ, ເປັນເອກະພາບ ແລະ ເປັນເຈົ້າການຕື່ນຕົວປະຕິ ບັດແນວທາງນະໂຍບາຍຂອງພັກ, ລະບຽກົດໝາຍຂອງລັດ ມີທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື້ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມອຸ່ນອ່ຽນທຳມາຫາກິນ, ມີຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ.

May be an image of 1 person

ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງເປັນຕົ້ນ ຍູ້ແຮງຂະບວນການຜະລິດເປັນສິນຄ້າ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ ແລະ ຍາວນານຂອງແຂວງ, ຊຸກຍູ້ສົ່ງເສີມການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການ ຢ່າງແຂງ ແຮງກວ້າງຂວາງ, ເອົາໃຈໃສ່ຊີ້ນຳແກ້ໄຂສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ; ບັນດາພະແນກການຂອງແຂວງ, ບັນດາເມືອງ ຕ້ອງສືບຕໍ່ເພິ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ.