ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ດາວວົງ ພອນແກ້ວ(ຜູ້ເກົ່າ) ກັບ ທ່ານໂພໄຊ ໄຊຍະສອນ(ຜູ້ໃໝ່)

223

ພິທີມອບ-ຮັບ ຕຳແໜ່ງເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່  ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ກຸມພາ 2023 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ   ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ເກົ່າ) ກັບ ທ່ານ  ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ໃໝ່).

ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າສໍານັກງານນາຍົກລັດຖະມົນຕີ, ບັນດາ ທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນທີ່ຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໃນພິທີທ່ານ  ວີສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ຄຳສັ່ງຂອງກົມການເມືອງສູນກາງພັກ, ລັດຖະດໍາລັດຂອງປະທານປະເທດ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງການນຳຂັ້ນສູງຢູ່ກະຊວງພະລັງງານ ແລະ ບໍ່ແຮ່ .

ໃນນີ້ໄດ້ຕົກລົງຍົກຍ້າຍ ທ່ານ  ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ. ຍົກຍ້າຍ, ແຕ່ງຕັ້ງ ສະຫາຍ ປອ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສາລະວັນ ມາຮັບໜ້າທີ່ໃໝ່ເປັນເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່.

ຫຼັງຈາກນັ້ນ, ກໍມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.


ຕອນທ້າຍຂອງພິທີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະ2ປີຜ່ານມານີ້ພາຍໃຕ້ການນຳພາຂອງ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ເກົ່າ ຊຶ່ງໄດ້ພ້ອມກັບໝູ່ຄະນະ ແລະ ພະນັກງານ, ລັດຖະກອນ, ກຳມະກອນ ບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ, ຜ່ານຜ່າຄວາມຫຍຸ້ງຍາກເຮັດສຳເລັດໜ້າທີ່ການເມືອງອັນມີກຽດຂອງພວກສະຫາຍ.

ພ້ອມກັນນີ້, ທ່ານ ໄດ້ຊີ້ໃຫ້ເຫັນວ່າ: ການຍົກຍ້າຍ, ສັບຊ້ອນບ່ອນປະຈຳການຂອງການນຳຂັ້ນສູງ ແມ່ນກົດເກນ, ຂໍ້ກໍານົດ ແລະ ກົດລະບຽບຂອງພັກເຮົາທີ່ໄດ້ຈັດຕັ້ງປະຕິບັດເປັນປະຈໍາ ແລະ ປົກກະຕິ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ ທ່ານ ທີ່ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດຫຼ້ອນໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້. ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຕາມນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດຢ່າງເຄັ່ງຄັດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ນໍາພາການເຄື່ອນໄຫວວຽກງານຫຼັກການຂອງພັກຢ່າງເຂັ້ມງວດ.