ມາສເຕີ 7 ເອັຟຊີ ແຕ່ງຕັ້ງຄູ່ຝຶກຄົນໃໝ່ຊາວໄທປະສົບການຍິ່ງໃຫຍ່ ພ້ອມຕັ້ງເປົ້າແຊັມລາວລີກ 2023

40

ສະໂມສອນ MASTER 7 FC ຈັດພິທີເປີດຕົວ ຄູຝຶກຄົນໃໝ່ຢ່າງເປັນທາງການໃນຕອນແລງຂອງວັນທີ 3 ກຸມພາ 2023 ແມ່ນ ທ່ານ ວຸດທິວັດ ແດງສະເໝີກຽດ ( วุฒิวัฒน์ แดงเสมอเกียรติ์ ຫຼື Voottivat DAENGSAMERKIAT ) ຄູຝຶກສັນຊາດໄທ ຂື້ນເປັນຫົວໜ້າຄູຝຶກ ຄົນໃໝ່ ພ້ອມຕັ້ງເປົ້າຄວ້າແຊັມການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2023 ທີ່ຈະເປີດສາກຂຶ້ນໃນວັນທີ 18 ກຸມພາ 2023.

ກ່ອນໜ້ານີ້ ມາສເຕີ 7 ເອັຟຊີ ແຕ່ງຕັ້ງ ທ່ານ ຈັນດາລາພອນ ລຽບວິໄຊ ເປັນຫົວໜ້າຄູຝຶກຊາວລາວ ຄຸມທີມ ແລະ ກໍພາມາສເຕີ 7 ເອັຟຊີ ລົງສະໜາມ 18 ນັດຊະນະ 9, ສະເໝີ 6 ແລະ ເສຍ 3 ນັດ ມີ 33 ຄະແນນຄວ້າອັນດັບ 2 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ໂດຍຕາມຫຼັງທີມແຊັມຢ່າງ ຊ້າງນ້ອຍ ເອັຟຊີ 11 ຄະແນນ ແລະ ພາທີມຄວ້າອັນດັບ 2 ບານເຕະຊີງຂັນ ສຕລ ຫຼື LFF LAO FORD CUP 2022 ກ່ອນໝົດສັນຍາ.

ຈົນຫຼ້າສຸດ ມາສເຕີ 7 ເອັຟຊີ ເມື່ອວັນທີ 3 ກຸມພາ 2023 ທີ່ບໍລິສັດ ມາສເຕີ 7 ( ບ້ານດົງຄໍາຊ້າງ ) ໄດ້ມີພິທີເປີດຕົວຄູຝຶກຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ 7 ເອັຟຊີ ແລະ ທ່ານ ວຸດທິວັດ ແດງສະເໝີກຽດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ 7 ເອັຟຊີ ກ່າວວ່າ: ປັດຈຸບັນ ມາສເຕີ 7 ເອັຟຊີ ກໍກໍາລັງຂຸ້ນຂ້ຽວກຽມທີມລ່າແຊັມ ເປບຊີ ລາວລີກ 1 ຕໍ່ ຫຼັງ 2 ລະດູການທີ່ຜ່ານມາຍາດໄດ້ຮອງແຊັມ ແລະ ແນ່ນອນປີນີ້ແມ່ນຕັ້ງເປົ້າລ່າແຊັມອີກຄັ້ງໜຶ່ງ ພິເສດປີນີ້ພວກເຮົາໄດ້ດຶງຄູຝຶກທີ່ມີປະສົບການສູງ ແລະ ປະສົບຜົນສໍາເລັດໃນວົງການບານເຕະ ໄທ ມາຊ່ວຍໃນການພັດທະນານັກເຕະລາວ, ພັດທະນາສະໂມສອນ ແລະ ພັດທະນາວົງການບານເຕະລາວ ໃຫ້ຍິ່ງໆຂຶ້ນ.

ຂະນະທີ່ ທ່ານ ວຸດທິວັດ ແດງສະເໝີກຽດ ຫົວໜ້າຄູຝຶກຄົນໃໝ່ຂອງ ມາສເຕີ 7 ເອັຟຊີ ກ່າວວ່າ: ສໍາລັບປະສົບການຂອງຕົວເອງເຄີຍຄຸມທີມຊາດໄທ ແລະ ສະໂມສອນໃນລີກສູງສຸດຂອງປະເທດໄທ ກໍສາມາດພາທີມຄວ້າແຊ້ມມາລີກສູງສຸດມາໄດ້ໃນສະໄໝນັ້ນ, ແນ່ນອນການທີ່ເລືອກມາຄຸມ ມາສເຕີ 7 ເອັຟຊີ ກໍເປັນຢູ່ໃນເສັ້ນທາງ ແລະ ແນວຄິດ ລວມເຖິງຍຸດທະສາດໃນທາງດຽວກັນ ໂດຍສະເພາະແມ່ນການພັດທະນານັກເຕະໜຸ່ມນ້ອຍ, ພັດທະນາທີມ ແລະ ພັດທະນາວົງການບານເຕະລາວ.

ສໍາລັບ ຜົນງານຂອງ ທ່ານ ວຸດທິວັດ ແດງສະເໝີກຽດ ໂດດເດັ່ນທີ່ສຸດຄື:
– ປີ 1981 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 16 ປີ.
– ປີ1982 ເຮັດໜ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 19 ປີ.
– ປີ1982 – 1989 ເຮັດໜ້າທີ່ໃນການຄຸມທີມຊາດໄທ ຊຸດໃຫຍ່.
-ປີ 1992 – 1993 ນໍາພາສະໂມສອນ Krung Thai Bank ຄວ້າແຊັມ DIVISION 2 King’s Cup Winner (1993).

-ປີ 1998 – 1999 ນໍາພາສະໂມສອນ Krung Thai Bank FC ຄວ້າແຊັມ DIVISION 1 Champion (1999).
– ປີ 2003 – 2005 ນໍາພາສະໂມສອນ Krung Thai Bank FC ຄວ້າແຊັມ Thai Premier League ( 2 ປີຊ້ອນ ) ແລະ King’s Cup Winner ( 2 ປີຊ້ອນ ).
– ພາທີມຄວ້າສິດເຂົ້າຮ່ວມ AFC Champion League 2004
– ພາທີມຄວ້າສິດເຂົ້າຮ່ວມ AFC Champion League 2005.
– ປີ 2009 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 12 ປີ ແລະ 14 ປີ

ສໍາລັບ ລາວລີກ 2023 ມີ 9 ສະໂມສອນເຂົ້າຮ່ວມຊີງໄຊ ຈະເປີດສາກຢ່າງເປັນທາງການໃນວັນທີ 18 ກຸມພາ 2023