ການເກັບກູ້ຜົນຜະລິດຂອງ ອູແກຣນ ຈະບັນລຸເກືອບ 50 ລ້ານໂຕນ

19

ສຳນັກຂ່າວ ຊິນຫົວ ລາຍງານວ່າ ກະຊວງເສດຖະກິດ ຂອງ ອູແກຣນ ລະບຸວ່າ: ອູ   ແກຣນ ຈະເກັບກ່ຽວທັນຍາພືດ ໄດ້ປະມານ 49,5 ລ້ານໂຕນ ໃນປີ 2023 ຜົນຜະລິດດັ່ງກ່າວຈະຊ່ວຍໃຫ້ ອູແກຣນ ຕອບສະໜອງຄວາມຕ້ອງການທັນຍາພືດທັງພາຍໃນ ແລະ ຕ່າງປະເທດຢ່າງເຕັມຮູບແບບ.

อาจเป็นรูปภาพของ กลางแจ้ง

ປັດຈຸບັນຍັງບໍ່ມີຄວາມຈຳເປັນໃນການຈຳກັດການສົ່ງອອກສິນຄ້າກະສິກຳຈາກອູ ແກຣນແຕ່ຢ່າງໃດ. ຂະນະທີ່ ຊາວກະສິກອນ ອູແກຣນ ເກັບກ່ຽວທັນຍາພືດ ແລະ ພືດຕະກູນຖົ່ວ ລວມທັງໝົດ 52,6 ລ້ານໂຕນ ໃນປີ 2022 ຈາກພື້ນທີ່ປູກຝັງ 96% ເມື່ອນັບມາຮອດທ້າຍເດືອນມັງກອນທີ່ຜ່ານມາ.

อาจเป็นรูปภาพของ กลางแจ้ง

ທັງນີ້ ອູແກຣນ ເປັນປະເທດ ທີ່ຜະລິດແປ້ງສາລີ, ສາລີ ແລະ ນ້ຳມັນ ດອກຕາເວັນ ລາຍໃຫຍ່ ຂອງໂລກ ມາເປັນເວລາຫຼາຍປີແລ້ວ ໂດຍຜົນຜະລິດທັນຍາພືດຂອງປະເທດໃນປີ 2021 ບັນລຸເຖິງ 84 ລ້ານໂຕນ ເພີ່ມຂຶ້ນ 28,5% ເມື່ອທຽບໃສ່ປີຕໍ່ປີ ແລະ ສົ່ງອອກທັນຍາພືດ ປະມານ 26,3 ລ້ານໂຕນ ໃນປີ 2022 ຫຼຸດລົງ 30,8% ຈາກປີ2021.