ເປີດໂຕຫ້ອງຂາຍລົດ ຢາຕິ ຢູ່ສູນການຄ້າວຽງຈັນເຊັນເຕີ

25

ໃນວັນທີ 28 ມັງກອນ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີພິທີເປີດໂຕຫ້ອງຂາຍລົດ YADEA ( ຢາຕິ ) ເຂົ້າຮ່ວມມີ ທ່ານ ຫວັງ ເຫວີຍຄຸນ ຜູ້ອໍານວຍການ ບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈຳກັດ, ທ່ານ ກົວ ຈັນ ຫຍິງ ຜູ້ອໍານວຍການບໍລິສັດ YADEA ( ຢາຕິ ) ປະຈຳລາວ, ທ່ານ ຊູປໍຣ ຫົວໜ້າຄະນະບໍລິຫານ ຝ່າຍພັດທະນາທຸລະກິດສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສໍານັກງານ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ.

ການເປີດໂຕຫ້ອງຂາຍຄັ້ງນີ້ ເພື່ອເພີ່ມຄວາມສະດວກສະບາຍໃຫ້ລູກຄ້າໄດ້ເຂົ້າເຖິງ ການບໍລິການລົດ, ສໍາລັບລົດຈັກໄຟຟ້າຢາຕິ ຮັບປະກັນໂຄງລົດ 10 ປີ, ມໍເຕີ້ 5 ປີ, ແບັດເຕີຣີ 3 ປີ ເຮັດໃຫ້ລູກຄ້າມີການເດີນທາງທີ່ສະດວກສະບາຍ, ນີ້ກໍແມ່ນເປົ້າໝາຍທີ່ພະຍາຍາມມາຕະຫຼອດ ແລະ ພ້ອມທີ່ຈະນໍາເອົາຄຸນນະພາບສິນຄ້າທີ່ດີທີ່ສຸດ.
ການບໍລິການທີ່ໃສ່ໃຈທີ່ສຸດ ເປັນທາງເລືອກທີ່ໜ້າເຊື່ອຖືມາໃຫ້ລູກຄ້າໄດ້ຊົມໃຊ້.
ສໍາລັບລູກຄ້າທ່ານໃດຈັບຈອງເປັນເຈົ້າຂອງ ຫຼື ຊື້ພາຍໃນງານ ຮັບສ່ວນຫຼຸດທັນທີ 5% ( ພ້ອມຮັບຂອງລາງວັນຂອງແຖມອື່ນໆອີກຢ່າງຫຼວງຫຼາຍ ).

ໃນປັດຈຸບັນມີການພັດທະນາຢ່າງກ້າວກະໂດດໃນທົ່ວໂລກກ່ຽວກັບພະລັງງານສີຂຽວ; ຢາຕິ ໄດ້ເປັນຍີ່ຫໍ້ 1 ທີ່ນໍາໜ້າໃນດ້ານນີ້ ເຊິ່ງສູນທົດລອງໃຫຍ່ທັງໝົດ 2 ແຫ່ງ, ສູນຄົ້ນຄວ້າ 6 ແຫ່ງໃນທົ່ວໂລກ ກວມເອົານັກວິທະຍາສາດ ກວ່າ 1.000 ຄົນ ພ້ອມເປັນເຈົ້າຂອງ 1.300 ລິຂະສິດ, ເປັນເຈົ້າທໍາອິດໃນວົງການທີ່ສາມາດສ້າງ Graphene Battery ຜ່ານການພັດທະນາ 4 ປັດໄຈຫຼັກ ຄື: ແບັດເຕີຣີ, ມໍເຕີ້ໄຟຟ້າ, ການສາກ, ການຄວບຄຸມໄຟຟ້າ ໄດ້ເຮັດໃຫ້ສິນຄ້າຫຼາຍລຸ້ນຂອງ ຢາຕິ ສາມາດແລ່ນໄດ້ເຖິງ 200 ກິໂລແມັດຕໍ່ການສາກ 1 ຄັ້ງ.