ບີເອັນເຄ ແຄັບປີລາວ ຈະສະໜອງເງິນກູ້ດອກເບ້ຍຕໍ່າ ໃຫ້ແຮງງານລາວທີ່ຢາກໄປເຮັດວຽກຢູ່ ສ.ເກົາຫຼີ

44

ແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ຕາມລະດູການ ນັບມື້ມີຈຳນວນຫຼາຍຂຶ້ນ ແລະ ຫຼາຍຄົນກໍໃຫ້ຄວາມສົນໃຈເຊິ່ງຜ່ານມາຄວາມຫຍຸ້ງຍາກຂອງແຮງງານລາວໃນການຈະໄປເຮັດວຽກຢູ່ຕ່າງປະເທດກໍຄືຕົ້ນທຶນຄ່າໃຊ້ຈ່າຍຕ່າງໆ. ດັ່ງນັ້ນ, ເພື່ອເປັນທາງເລືອກໃໝ່ໃຫ້ກັບແຮງງານດັ່ງກ່າວ ໃນວັນທີ 3 ກຸມພາ 2023 ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ສະຖາບັນການເງິນຈຸລະພາກບໍ່ຮັບຝາກເງິນ ບີເອັນເຄ ແຄັບປີລາວ ຈຳກັດ ໄດ້ຈັດພິທີເຊັນສັນຍາ ໃນການສະໜອງເງິນກູ້ດດອກເບ້ຍຕໍ່າ ໃຫ້ກັບແຮງງານລາວ. ທີ່ກະຊວງແຮງງານ ແລະ ສະຫັວດດີການ ສັງຄົມ (ຫຼັງໃໝ່).

May be an image of 13 people, people standing and indoor
ຕາງໜ້າກະຊວງ ຮສສ ລົງນາມໂດຍທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ຝ່າຍສະຖາບັນ ລົງນາມໂດຍທ່ານ ຮັນ ຊິກ ໂກ ຜູ້ອຳນວຍການສະຖາບັນການເງິນຈຸລະພາກບໍ່ຮັບຝາກເງິນ ບີເອັນເຄ ແຄັບປີລາວ ຈຳກັດ, ມີທ່ານ ນາງ ນິລັນດອນ ແກ້ວມະນີສີ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

May be an image of 11 people and people standing
ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ກ່າວບາງຕອນວ່າ: ການຈັດສົ່ງແຮງງານໄປເຮັດວຽກທີ່ປະເທດ ສ.ເກົາຫຼີ ແມ່ນກຳລັງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າອອກແຮງງານລາວເປັນຈຳນວນຫຼວງຫຼາຍ. ປະຈຸບັນ ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ,ສປປ ລາວດຳເນີນການຈັດສົ່ງໃນ 2 ລະບົບຄື ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ໃນລະບົບ (EPS) ຫຼື ລະບົບການອະນຸຍາດຈ້າງງານແມ່ນການຈັດສົ່ງໄປເຮັດວຽກໃນໂຮງຈັກໂຮງງານອຸດສາຫະກຳຂະໜາດນ້ອຍ ແລະ ກາງ ໄລຍະການເຮັດວຽກ 3 ປີ ແລະ ສາມາດຕໍ່ໄດ້ອີກ 1 ປີ 10 ເດືອນ ແລະ ການຈັດສົ່ງແຮງງານຕາມລະດູການ Seasonal Worker (SW) ແມ່ນເປັນການຈັດສົ່ງໄປເຮັດວຽກໃນຂົງເຂດກະສິກຳເປັນສ່ວນໃຫຍ່ ໄລຍະສັ້ນ 5 ເດືອນ ຊຶ່ງຄ່າໃຊ້ຈ່າຍໃນການໄປເຮັດວຽກຢູ່ ສ ເກົາຫຼີ ທັງໝົດ ເຊັ່ນ: ຄ່າຮຽນພາສາເກົາຫຼີ, ຄ່າລົງທະບຽນສອບເສັງ, ຄາປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານເປັນຜູ້ຮັບຜິດຊອບເອງທັງໝົດ.

May be an image of 1 person, standing, sitting and indoor
ໂດຍຜ່ານການຈັດຕັ້ງປະຕິບັດວຽກງານການຈັດສົ່ງແຮງງານລາວໄປເຮັດວຽກທີ່ຕ່າງປະເທດມາໄລຍະໜຶ່ງ ສະເພາະການຈັດສົ່ງແຮງງານລາວໄປເຮັດວຽກທີ່ ສ.ເກົາຫຼີ ສາມາດຕີລາຄາໄດ້ບາງບັນຫາສຳຄັນເປັນຕົ້ນ:ຜູ້ອອກແຮງງານລາວສ່ວນໃຫຍ່ເປັນຜູ້ທີ່ອາໄສຢູ່ເຂດຊົນນະບົດ, ເປັນຜູ້ທຸກຍາກ ແລະ ບໍ່ມີເອກະສານທາງການທີ່ສົມບູນ ເຮັດໃຫ້ການເຂົ້າເຖິງແຫຼ່ງທຶນ ເພື່ອດຳເນີນເອກະສານຂໍກູ້ຢືມເງິນຈາກສະຖາບັນການເງິນ ແມ່ນບໍ່ສາມາດເຮັດໄດ້ ຫຼື ມີຄວາມຫຍຸ້ງຍາກ, ເຮັດໃຫ້ແຮງງານຈຳນວນບໍ່ໜ້ອຍທີ່ສອບເສັງພາສາເກົາຫລີຜ່ານ ແຕ່ບໍ່ສາມາດເດີນທາງໄປເຮັດວຽກ ທີ່ສ.ເກົາຫຼີ ໄດ້ ຍ້ອນການຂາດເງິນທຶນ ເຮັດໃຫ້ເຂົາເຈົ້າເສຍໂອກາດໃນການພັດທະນາທັກສະ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ ຈາກການໄປເຮັດວຽກທີ່ຕ່າງປະເທດ. ນອກຈາກນີ້ ແຮງງານບາງຈຳນວນ ມີການກູ້ຢືມເງິນນອກລະບົບທີ່ມີດອກເບ້ຍສູງ ເຮັດໃຫ້ຜູ້ແຮງງານເຫຼົ່ານັ້ນຕົກຢູ່ໃນຄວາມສ່ຽງຂອງການຖືກເອົາລັດ, ເອົາປຽບ.

May be an image of 4 people, people standing and text
ອີກບັນຫາໜຶ່ງ ແມ່ນຄວາມເຂົ້າໃຈຂອງແຮງງານ ກ່ຽວກັບວຽກງານການເງິນຍັງມີໜ້ອຍເຊັ່ນ: ການເປີດບັນຊີກ່ອນການເດີນທາງໄປເຮັດວຽກ, ການໂອນເງິນກັບບ້ານຜ່ານລະບົບທະນາຄານ ແລະ ອື່ນໆ ສ້າງທຶນດອກເບ້ຍຕໍ່າທີ່ມີຄວາມສະດວກ ເພື່ອດຳເນີນເອກະສານເດີນທາງໄປເຮັດວຽກຕ່າງປະເທດຢ່າງຖືກຕ້ອງ,ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນເຮັດໃຫ້ແຮງງານສາມາດເກັບເງິນເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ແລະ ຄອບຄົວ ໃຫ້ດີຂຶ້ນເທື່ອລະກ້າວ.

May be an image of 10 people and people standing
ທ່ານ ຮັນ ຊິກ ໂກ ເປັນຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ບີເອັນເຄແຄັບປີໂຕລາວ ຈຳກັດ ກ່າວບາງຕອນວ່າ: ທາງບໍລິສັດເຫັນໄດ້ເຖິງຄວາມຫຍຸ້ງຍາກຂອງແຮງງານລາວ ຜູ້ທີ່ມີເຈດນຳນົງໃນການໂອນເງິນຄ່າແຮງງານຂອງຕົນມາແກ້ໄຂບັນຫາຄອບຄົວທີ່ ສປປ ລາວ ແລະ ລັດຖະບານ ກໍ່ບໍ່ສາມາດເກັບກຳຂໍ້ມູນການໂອນເງິນກັບບ້ານຂອງແຮງງານໄດ້ເຮັດໃຫ້ການວາງນະໂຍບາຍພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ຍັງຂາດຂໍ້ມູນທີ່ເປັນບ່ອນອີງໄດ້. ສະນັ້ນ ການຮ່ວມມືກັບ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ບີເອັນເຄ ແຄັບປີໂຕລາວ ຈຳກັດ ໃນຄັ້ງນີ້ ຈະເປັນບາດກ້າວໃໝ່ ໃນການພັດທະນາວຽກງານແຮງງານຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍສະເພາະການສ້າງທາງເລືອກໃໝ່ໃຫ້ແກ່ແຮງງານລາວ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ.

May be an image of 1 person and indoor

ເຊິ່ງສະຖາບັນການເງິນຈຸພາກ ທີ່ບໍ່ຮັບເງິນຝາກ ບີເອັນເຄ ແຄັບປີໂຕລາວ ໄດ້ໃຫ້ການສະໜັບສະໜູນດ້ານການເງິນດອກເບ້ຍຕ່ຳ ໃຫ້ ແກ່ແຮງງານຕາມລະດູການ ມາແລ້ວຫຼາຍຮ້ອຍຄົນ ແລະ ຍັງຈະຂະຫຍາຍນະໂຍບາຍໃນການສະໜອງເງີນກູ້ໃຫ້ແກ່ ແຮງງານຕ່າງໆ ຢ່າງຕໍ່ເນື່ອງໂດຍຜ່ານການເຊັນບົດບັນທຶກຂໍ້ຕົກລົງ ກັບ ກະຊວງແຮງງານ ແລະ ສະວຫັດດີການສັງຄົມ.