ລັດຖະມົນຕີກະຊວງການເງິນ ຜູ້ໃໝ່ ຂຶ້ນຮັບໜ້າທີ່ຢ່າງເປັນທາງການ

116

ໃນວັນທີ 03 ກຸມພາ 2023, ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ລະຫວ່າງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ ຮອງລັດຖະມົນຕີ, ອະດີດການນໍາກະຊວງການເງິນ ແລະ ບັນດາຫົວໜ້າກົມຮອງກົມອ້ອມ ຂ້າງກະຊວງການເງິນເຂົ້າຮ່ວມ.

May be an image of 2 people, people standing and flower

ໃນພິທີ, ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍຕ່າງໆ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງຂອງກະຊວງການເງິນ ເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ເຊິ່ງໄດ້ຕົກລົງຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ ແລະ ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນຜູ້ໃໝ່.

May be an image of 15 people and people standing

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດໂອ້ລົມວ່າ: ການຊັບຊ້ອນໜ້າທີ່ຕໍາແໜ່ງລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນແມ່ນເປັນເລື່ອງປົກກະຕິ ເພືື່ອສ້າງເງື່ອນໄຂໃຫ້ພະນັກງານນໍາພາ-ຄຸ້ມຄອງ ຍຸດທະສາດຂອງພັກ-ລັດ ໃຫ້ມີປະສົບການເຮັດວຽກຕົວຈິງ ຈາກການປະຕິບັດພຶດຕິກໍາຕົວຈິງ, ການລົງໄປທ້ອງຖິ່ນເປັນຜູ້ນໍາສູງສຸດຢູ່ຂັ້ນທ້ອງຖິ່ນ ກໍ່ເພື່ອໄປເອົາປະສົບການ.

May be an image of 1 person and standing

ພ້ອມນັ້ນທ່ານຍັງເນັ້ນທ່ານລັດຖະມົນຕີຜູ້ໃໝ່ ສືບຕໍ່ນໍາພາຈັດຕັ້ງປະຕິບັດວຽກງານການເງິນ ໃຫ້ມີຜົນສໍາເລັດ ແລະ ປັບປຸງແກ້ໄຂບັນຫາຄົງຄ້າງໃນສະພາບປັດຈຸບັນ ທີ່ເສດຖະກິດມີຄວາມຫຍຸ້ງຍາກ ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ມີຄວາມທັນສະໄໝ ຄົ້ນຄວ້ານະໂຍບາຍຟື້ນຟູເສດຖະກິດ ແລະ ອື່ນໆ.