ແຈ້ງພາສີ ດ້ວຍລະບົບເອເລັກໂຕຣນິກ (NSWA+) ເລີ່ມເປີດນຳໃຊ້ແລ້ວຢູ່ດ່ານພາສີສາກົນທ່າບົກ-ທ່ານາແລ້ງ

96

ພິທີເປີດການນໍາໃຊ້ການແຈ້ງພາສີ ດ້ວຍລະບົບເອເລັກໂຕຣນິກ (NSWA+) ແລະ ເປີດການນໍາໃຊ້ລະບົບການ ຊໍາລະຜ່ານ FinLink ຫຼື ລະບົບການຊໍາລະສະສາງແບບລວມສູນ,ໄດ້ຈັດຂຶ້ນໃນວັນທີ 02 ກຸມພາ 2023 ນີ້, ທີ່ດ່ານພາສີສາກົນທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ, ມີຮອງຫົວໜ້າຫ້ອງການກະຊວງ, ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ປະ ທານບໍລິສັດຜູ້ພັດທະນາ AIF, ພ້ອມດ້ວຍໜ່ວຍງານກ່ຽວຂ້ອງພາກລັດ, ພາກເອກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 6 people, people standing, people sitting and indoor
ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ໄດ້ລາຍງານກ່ຽວກັບການນໍາໃຊ້ການແຈ້ງພາສີ ດ້ວຍລະບົບເອເລັກໂຕຣນິກ (NSWA+) ແມ່ນອີງຕາມທິດສ້າງບາດກ້າວບຸກທະລຸເພື່ອໃຫ້ສຳເລັດຕາມຄາດໝາຍ, ຫັນການຄຸ້ມຄອງວຽກງານພາສີໃຫ້ລວມສູນ ແລະ ກ້າວໄປສູ່ດີຈີຕ໋ອນ, ຮັບປະກັນຄວາມສະດວກ, ວ່ອ

ງໄວ, ໂປ່ງໃສ, ສາ ມາດກວດສອບໄດ້.

May be an image of 1 person and standing

ລະບົບ NSWA+ ແມ່ນການເຊື່ອມຕໍ່ລະບົບ ASYCUDA ເຂົ້າກັບລະບົບແຈ້ງພາສີປະຕູດຽວແຫ່ງຊາດໃຫ້ເປັນອັນດຽວກັນ ແລະ ລວມສູນເພື່ອໃຫ້ຜູ້ປະກອບການ, ຕົວແທນຊິບປິ້ງ ແລະ ເຈົ້າໜ້າທີ່ພາສີໄດ້ນຳໃຊ້ໃນຈຸດດຽວ,ເຮັດໃຫ້ຂັ້ນຕອນ ຫຼື ເວລາໃນການປ້ອນຂໍ້ມູນຂອງສິນຄ້າ, ເຄື່ອງຂອງລົງໃນລະບົບຂອງຜູ້ປະກອບການຫຼຸດລົງ, ຊ່ວຍຫຼຸດຂັ້ນຕອນ, ຄ່າໃຊ້ຈ່າຍໃນການເດີນທາງ, ຢຸດການນໍາໃຊ້ເຈ້ຍໃນການແຈ້ງເສຍພາສີ ແລະ ຜູ້ບໍລິການແຈ້ງພາສີສາມາດແຈ້ງພາສີດ້ວຍຕົນເອງຢູ່ຫ້ອງການ, ສໍານັກງານຂອງຕົນໂດຍບໍ່ຈໍາເປັນຕ້ອງເດີນທາງເຂົ້າມາດ່ານເພື່ອແຈ້ງ ແລະ ພິມໃບແຈ້ງພາສີເປັນລາຍລະອຽດອອກຈາກລະບົບເພື່ອຍື່ນຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານອີກຕໍ່ໄປ, ຊຶ່ງໄດ້ທົດທອງຈັດຕັ້ງປະຕິບັດຢູ່ດ່ານພາສີສາກົນທ່າບົກ-ທ່ານາແລ້ງ ແລະ ໄດ້ຈະຜັນຂະຫຍາຍໄປລົງສູ່ບັນດາດ່ານສາກົນ, ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະໃນຂອບເຂດທົ່ວປະເທດ ແລະ ກ້າວສູ່ການເຊື່ອມໂຍງກັບລະບົບປະຕູດຽວອາຊຽນ (ASW).

May be an image of 11 people and people standing

ປັດຈຸບັນໄດ້ມີຫຼາຍກວ່າ 150 ບໍລິສັດເຂົ້າມາລົງທະບຽນລາຍເຊັນເອເລັກໂຕຼນິກ, ເພື່ອກະກຽມໃນການຈັດຕັ້ງປະຕິບັດນຳໃຊ້ລະບົບການແຈ້ງພາສີເອເລັກໂຕຼນິກລະບົບດັ່ງກ່າວ. ທັງນີ້, ເພື່ອເປັນການຍົກລະດັບມາດຕະຖານການບໍລິ ການຂອງຂະແໜງການລັດ, ເພີ່ມທະວີການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ນັບມື້ນັບສູງຂຶ້ນ, ອຳນວຍຄວາມສະດວກ,ໃຫ້ແກ່ບໍລິສັດຜູ້ນຳເຂົ້າ-ສົ່ງອອກ, ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ພາສີ.

May be an image of 7 people and people standing
ໃນພິທີດັ່ງກ່າວ, ທ່ານ ປອ ວິໄລທອງ ສຸດທະວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ຍັງໄດ້ລາຍງານກ່ຽວກັບການເປີດນໍາໃຊ້ລະບົບການຊໍາລະ FinLink ຫຼື ລະບົບການຊໍາລະສະສາງແບບລວມສູນ, ຊຶ່ງໃນໄລຍະຜ່ານມາກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ໄດ້ສົມທົບກັບບັນດາກົມກ່ຽວຂ້ອງ, ເພື່ອພັດ ທະນາລະບົບເຊື່ອມຕໍ່ຮັບໃຊ້ວຽກງານເກັບລາຍຮັບງົບປະມານແຫ່ງລັດຜ່ານທະນາຄານທຸລະກິດ, ການພັດທະນາລະບົບທີ່ຜ່ານມາຍັງບໍ່ທັນລວມສູນເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ, ເຊື່ອມຕໍ່, ສະຫຼຸບລາຍງານໃຫ້ທັນສະພາບການ.

May be an image of 3 people, people standing and indoor

ກະຊວງການເງິນຈຶ່ງໄດ້ພັດທະນາລະບົບຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການແບບລວມສູນ (ລະບົບ FINLINK), ຊຶ່ງແມ່ນໜຶ່ງໃນໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ (ດິຈິຕ໋ອນ), ລະບົບ FINLINK ເປັນລະບົບໃຈກາງລວມສູນການເຊື່ອມຕໍ່ລະຫວ່າງລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍພາຍໃນຂອງກະຊວງການເງິນ ແລະ ເຊື່ອມຕໍ່ຫາລະບົບຊຳລະສະສາງຂອງທະນາຄານແຫ່ງສປປ ລາວ (ລະບົບ LAPASS/LapNET), ສາມາດຮອງຮັບ ການຊໍາລະຜ່ານທະນາຄານທຸລະກິດທັງໝົດ (ທີ່ເປັນສາມັກຊິກຂອງ LapNET) ໃນຂອບເຂດທົ່ວປະເທດເປັນຕົ້ນ: ການຊໍາລະພາສີ-ອາກອນໃນການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ, ຄ່າທຳນຽມ ແລະ ຄ່າບໍລິການທັງໝົດຢູ່ດ່ານສາກົນ.ປັດຈຸບັນການພັດທະນາສຳເລັດ ແລະໄດ້ເປີດນໍາໃຊ້ລະບົບການຊໍາລະສະສາງແບບລວມສູນ, ສະເພາະການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງຜ່ານແດນ, ການຊໍາລະພາສີ–ອາກອນ, ຄ່າທໍານຽມຄ່າບໍລິການທັງໝົດຢູ່ດ່ານພາສີສາກົນທ່າບົກ-ທ່ານາແລ້ງຕ້ອງຊໍາລະຜ່ານລະບົບ FINLINK.

May be an image of 8 people and people standing

ພາຍໃນງານດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະຍັງໄດ້ຢ້ຽມຊົມການນຳໃຊ້ລະບົບ NSWA+, ການແຈ້ງພາສີແບບລາຍລະອຽດ, ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ແລະ ການຊໍາລະຜ່ານ FinLink ນໍາອີກດ້ວຍ.