ເຟດ ປັບຂຶ້ນອັດຕາດອກເບ້ຍເປັນຄັ້ງທີ 8

76

ທ່ານ ເຈີໂຣມ ພາເວລ ປະທານທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ໄດ້ປະກາດປັບຂຶ້ນອັດຕາດອກເບ້ຍອີກ 0,25% ເຊິ່ງການປັບຂຶ້ນຄັ້ງນີ້ ເປັນຄັ້ງທີ 8 ເຖິງວ່າອັດຕາເງິນເຟີ້ໄດ້ຜ່ອນຄາຍລົງແລ້ວ ແຕ່ກໍຍັງຢູ່ໃນລະດັບສູງ ຈຶ່ງຈຳເປັນຕ້ອງປັບຂຶ້ນຕໍ່ໄປອີກ.

อาจเป็นรูปภาพของ 1 คน และ กำลังยืน

ທ່ານ ພາວເວລ ກ່າວວ່າ: ເຟດ ຮູ້ດີວ່າອັດຕາເງິນເຟີ້ໄດ້ຜ່ອນຄາຍລົງແລ້ວ ເຊິ່ງເປັນສັນຍານວ່າ ອາດຈະໃກ້ເຖິງຈຸດສິ້ນສຸດຂອງການປັບຂຶ້ນອັດຕາດອກເບ້ຍ ແຕ່ປະທານເຟດຢ້ຳວ່າ ຈະມີການປັບຂຶ້ນອັດຕາດອກເບ້ຍຕໍ່ເນື່ອງ ແລະ ເໝາະສົມ ແຕ່ນັກວິເຄາະຄາດວ່າຈະເປັນການປັບຂຶ້ນພຽງເລັກໜ້ອຍເທົ່ານັ້ນ ເນື່ອງຈາກວ່າອັດຕາຄ່າຈ້າງສຳລັບແຮງງານໃນສະຫະລັດເຕີບໂຕຊ້າລົງໃນໄລຍະໄຕມາດສຸດທ້າຍຂອງປີຜ່ານມາ ເຊິ່ງຖືວ່າເປັນການສະລໍຕົວຄັ້ງທີ 3 ຕິດຕໍ່ກັນ ເຊິ່ງເຮັດໃຫ້ເຟດໝັ້ນໃຈວ່າ ການເພີ່ມຂຶ້ນຂອງຄ່າຈ້າງຈະບໍ່ເລັ່ງໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ.

อาจเป็นรูปภาพของ 1 คน, กำลังยืน และ ข้อความพูดว่า "PARD OF GOVER"

ທ່ານ ພາວເວລ ຢ້ຳວ່າ: ການຕໍ່ສູ້ກັບບັນຫາເງິນເຟີ້ຍັງບໍ່ຢຸດຕິລົງ ແລະ ພວກເຮົາຕ້ອງການຫຼັກຖານເພື່ອໃຫ້ໝັ້ນໃຈວ່າອັດຕາເງິນເຟີ້ ຈະຢູ່ໃນເສັ້ນທາງຂາລົງຢ່າງຕໍ່ເນື່ອງ, ຂະນະນີ້ຍັງໄວເກີນໄປທີ່ຈະປະກາດວ່າ ການຕໍ່ສູ້ກັບອັດຕາເງິນເຟີ້ປະສົບຜົນສຳເລັດແລ້ວ. ດັ່ງນັ້ນ ເຟດ ຈະຕ້ອງຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອໃຫ້ໝັ້ນໃຈວ່າ ອັດຕາເງິນເຟີ້ຈະຄ່ອຍໆຫຼຸດລົງສູ່ຈຸດຕ່ຳສຸດຕາມຄວາມຫວັງຂອງເຟດ.