JDB ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາປີ 2022 ແລະ ແຜນການ KPI ປະຈໍາສົກປີ 2023

41

ໃນວັນທີ 28 ກຸມພາ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ທະນາຄານຮ່ວມພັດທະນາ ( JDB ) ໄດ້ຈັດພິທີສະຫຼຸບຜົນງານ ປະຈໍາປີ 2022 ແລະ ສືບຕໍ່ແຜນການປີ 2023 ໃຫ້ບັນລຸເປົ້າໝາຍ KPI ໂດຍການເປັນປະທານຂອງ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ມີຄະນະສະພາບໍລິຫານ, ຄະນະຜູ້ບໍລິຫານລະດັບສູງ ຕະຫຼອດເຖິງຫົວໜ້າໜ່ວຍບໍລິການ ແລະ ພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 8 people, people standing and indoor
ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາປີ ປີ 2022 ແລະ ຜ່ານແຜນການ KPI ປະຈໍາປີ 2023 ເຊິ່ງທ່ານໄດ້ກ່າວວ່າ: ໃນໄລຍະໜຶ່ງປີທີ່ຜ່ານມາ ພວກເຮົາໄດ້ຮັບຜົນກະທົບຈາກການປັບຕົວຂຶ້ນ – ລົງຂອງລາຄາສິນຄ້າ ແລະ ຄ່າຄອງຊີບແພງຂຶ້ນ, ເຮັດໃຫ້ອັດຕາແລກປ່ຽນເໜັງຕີງ, ການນໍາເຂົ້າ – ສົ່ງອອກສິນຄ້າຍັງຂາດດຸນງົບປະມານ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ ປະຈໍາປີ 2022 ຂອງທະນາຄານຮ່ວມພັດທະນາເຊັ່ນກັນ, ອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ລູກຄ້າ – ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ.

May be an image of one or more people, people standing and indoor
ແຕ່ກໍຍັງເປັນໂອກາດອັນດີ ສໍາລັບ JDB ສາມາດບັນລຸເປົ້າໝາຍ KPI ທີ່ຕັ້ງໄວ້ໃນປີ 2022 ເຊັ່ນ: ການລະດົມແຫຼ່ງທຶນ ( ສະກຸນເງິນກີບ, ບາດ, ໂດລາ ແລະ ຢວນ ) ປະຕິບັດໄດ້ທັງໝົດໄດ້ລື່ນຄາດໝາຍ 179%, ທຽບໃສ່ປີ 2021. ໃນນັ້ນ, ເງິນຝາກລູກຄ້າທົ່ວໄປລື່ນຄາດໝາຍ 162% ແລະ ໄດ້ນໍາໃຊ້ແຫຼ່ງທຶນປ່ອຍສິນເຊື່ອບໍ່ເກີນ 75% ຂອງແຫຼ່ງທຶນ, ສ້າງກໍາໄລກ່ອນອາກອນກໍາໄລເພີ່ມຂຶ້ນ 123% ແລະ ໄດ້ມອບພັນທະອາກອນໃຫ້ກະຊວງການເງິນ ຈໍານວນ 67.291.396.098 ກີບ, ໄດ້ວາງແຜນການ KPI ປະຈໍາປີ 2023 ຈະຕ້ອງຂຸດຄົ້ນຊອກຫາແຫຼ່ງລາຍຮັບເພີ່ມຈາກຜະລິດຕະພັນອື່ນໆທີ່ມີຢູ່ໃນປັດຈຸບັນ.

May be an image of 5 people, people standing and indoor
ການລະດົມແຫຼ່ງທຶນ ຕ້ອງຕິດພັນກັບການປ່ອຍເງິນກູ້ ແລະ ຕິດພັນກັນກັບການເປີດບັນຊີເງິນຝາກຂອງລູກຄ້າແຕ່ລະລາຍສັນຍາ ແລະ ຢູ່ໜ່ວຍບໍລິການຕາມແຜນ KPI ທີ່ວາງໄວ້. ສ່ວນວຽກງານຈັດຕັ້ງ – ພະນັກງານຕ້ອງສ້າງຄວາມສາມັກຄີກັນເປັນປຶກແຜ່ນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານທຸກລະດັບໃຫ້ເຂັ້ມແຂງ.

May be an image of 9 people and people standing
ໃນກອງປະຊຸມ ຍັງໄດ້ຍ້ອງຍໍຊົມເຊີຍໜ່ວຍບໍລິການທີ່ມີຜົນງານດີເດັ່ນ: ໄດ້ຮັບລາງວັນໂລ້ຄໍາ ຈໍານວນ 6 ລາງວັນ, ໂລ້ເງິນ 3 ລາງວັນ, ໂລ້ຟ້າ 3 ລາງວັນ ເປັນລາງວັນປະເພດລວມໝູ່ ທີ່ບັນລຸເປົ້າໝາຍ KPI ແຕ່ລະດ້ານ, ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າວຽກງານຂອງທະນາຄານຮ່ວມພັດທະນາ ໃຫ້ມີກຳລັງໃຈ ແລະ ຕັ້ງໜ້າປະຕິບັດວຽກງານໃຫ້ດີ ກວ່າເກົ່າ.

May be an image of 1 person and standing
ຕອນທ້າຍຂອງກອງປະຊຸມ, ກໍໄດ້ຮັບຟັງການໂອ້ລົມຈາກ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ທ່ານໄດ້ຍ້ອງຍໍຊົມເຊີຍຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ມີຜົນງານດີເດັ່ນທີ່ສາມາດບັນລຸເປົ້າໝາຍ KPI ທີ່ວາງໄວ້ ແລະ ໃຫ້ທິດຊີ້ນໍາເພື່ອປັບປຸງວຽກງານທີ່ຄົງຄ້າງໃຫ້ດີຂຶ້ນ ກວ່າເກົ່າ. ໃນໄລຍະຜ່ານມາ, ທະນາຄານຮ່ວມພັດທະນາ ໄດ້ປ່ອຍສິນເຊື່ອເຂົ້າໃນການສ້າງເສດຖະກິດ – ສັງຄົມ ກໍຄືການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດເຮົາ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດມາ.

May be an image of one or more people, people standing and indoor
ໃນຕອນແລງຂອງວັນດຽວກັນ ກໍໄດ້ມີງານລ້ຽງຊົມເຊີຍຜົນສໍາເລັດການດໍາເນີນທຸລະກິດປະຈໍາປີ 2022 ເຊິ່ງໃຫ້ກຽດເຂົ້າຮ່ວມງານລ້ຽງດັ່ງກ່າວ ໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍລູກຄ້າຈໍານວນໜຶ່ງ.
ໃນພິທີໄດ້ມີການຈັບສະຫຼາກມອບລາງວັນ ເປັນລົດ Lexus LX 570 ໃຫ້ລູກຄ້າຜູ້ໂຊກດີທີ່ຝາກປະຈໍາຕາມເງື່ອນໄຂ ເພື່ອເປັນການຄືນກໍາໄລໃຫ້ລູກຄ້າ.

May be an image of 12 people, people standing and indoor

ສ່ວນແຜນການປີ 2023 JDB ຕ້ອງໄດ້ອອກແຮງສູ້ຊົນສ້າງຜົນກໍາໄລໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເປັນການປະກອບສ່ວນມອບພັນທະອາກອນໃຫ້ພັກ – ລັດຖະບານ ເພື່ອສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ ເຕີບໃຫຍ່ໄປພ້ອມກັນ ”.