ເບິ່ງໝາກຜົນ 10 ປີແຫ່ງການເຂົ້າເປັນສະມາຊິກອົງການການຄ້າໂລກ ຂອງ ສປປ ລາວ

109

ມາຮອດວັນທີ 2 ກຸມພາ 2023 ນີ້ແມ່ນຄົບຮອບ 10 ປີແລ້ວທີ່ສປປ ລາວເຮົາ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ພາຍຫຼັງທີ່ໃຊ້ເວລາເຈລະຈາຍາວນານເຖິງ 15 ປີແຕ່ປີ 1997 ເປັນຕົ້ນມາ ແລະລາວເຮົາໄດ້ເຂົ້າເປັນສະມາຊິກອັນດັບທີ 158.

No photo description available.
ເພື່ອທົບທວນຄືນໝາກຜົນ 10 ປີ ທີ່ ສປປ ລາວ ຍາດມາໄດ້ພາຍຫຼັງການເຂົ້າເປັນສະມາຊິກ ອຄລ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສະເຫຼີມສະຫຼອງການເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ຂຶ້ນໃນວັນທີ 2 ກຸມພາ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ແລະ ກ່າວເປີດໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Xiangchen Zhang , ຮອງຜູ້ອໍານວຍການໃຫຍ່ ອຄລ ແລະ ທ່ານ Li Fei, ຜູ້ຊ່ວຍ ລັດຖະມົນຕີກະຊວງການຄ້າ ສປ ຈີນ ມີບັນດາລັດຖະມົນຕີທີ່ຮັບຜິດຊອບຊີ້ນຳວຽກຂົງເຂດເສດຖະກິດເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກຈາກປະເທດ: ຊູດັງ, ຕິມໍເລັດສະເຕ ແລະ ວານູອາຕູ, ສະມາຊິກ ອຄລ ແລະ ປະເທດທີ່ກຳລັງສະໝັກເຂົ້າເປັນສະມາຊິກ ອຄລ ເຂົ້າຮ່ວມ.

May be an image of 13 people, people standing and indoor
ທ່ານ ມະໄລທອງ ກົມມະສິດ ຕາງໜ້າລັດຖະບານ ສປປ ລາວ ໄດ້ກ່າວວ່າ: ການເຂົ້າເປັນສະມາຊິກ ອຄລ ຖືເປັນໜຶ່ງໃນເຫດການປະຫວັດສາດຂອງຊາດ ແລະ ປະຊາຊົນລາວ ເພາະເປັນບາດກ້າວສໍາຄັນ ແລະ ຢັ້ງຢືນເຖິງຄວາມກ້າວໜ້າ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການເຊື່ອມໂຍງກັບເສດຖະກິດຂອງ ສປປ ລາວ ເຂົ້າກັບພາກພື້ນ ແລະ ສາກົນ, ການເຂົ້າເປັນສະມາຊິກ ອຄລ ໄດ້ສະແດງໃຫ້ສາກົນຮັບຮູ້ເຖິງຄວາມມຸ້ງໝັ້ນ ແລະ ສະເໜີຕົ້ນສະເໝີປາຍ ໃນແນວທາງປ່ຽນແປງໃໝ່ຂອງ ສປປ ລາວ ທີ່ຍາມໃດກໍຢືດໝັ້ນ ແລະ ເສີມຂະຫຍາຍການຮ່ວມມືກັບເພື່ອນມິດສາກົນ ເພື່ອພັດທະນາຕົນເອງ, ຍົກສູງລະດັບຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ ແລະ ນໍາພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາເທື່ອລະກ້າວ.

May be an image of 1 person, standing and flower
ກອງປະຊຸມຄັ້ງສຳຄັນນີ້ ຈັດຂຶ້ນເພື່ອທົບທວນຄືນໝາກຜົນ 10 ປີ ທີ່ ສປປ ລາວ ຍາດມາໄດ້ພາຍຫຼັງການເຂົ້າເປັນສະມາຊິກ ອຄລ; ພ້ອມດຽວກັນ ຍັງເປັນເວທີສົນທະນາແລກປ່ຽນຄໍາຄິດຄໍາເຫັນ ລະຫວ່າງພາກລັດ ແລະ ທຸລະກິດ ລວມທັງອົງການຈັດຕັ້ງສາກົນ ກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ໃນການກຳນົດນະໂຍບາຍການຄ້າ, ສ້າງເງື່ອນໄຂ ແລະ ສິ່ງແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການດຳເນີນທຸລະກິດ ແລະ ສົ່ງເສີມການຄ້າ.

May be an image of 8 people, people standing and indoor
ໝາກຜົນ 10 ປີ ຂອງການເຂົ້າເປັນສະມາຊິກ ອຄລ ທີ່ດໍາເນີນໄປຄຽງຄູ່ກັບການປັບປຸງບັນດານິຕິກຳໃຫ້ມີຄວາມໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະ ແມ່ນໄດ້ເຮັດໃຫ້ຫຼາຍຕົວຊີ້ວັດຂອງການພັດທະນາເສດຖະກິດ ໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນ:

No photo description available.

ລວມຍອດຜະລິດຕະພັນພາຍໃນ, ລາຍຮັບສະເລ່ຍຕໍ່ຫົວຄົນ, ການລົງທຶນໂດຍກົງຈາກຕ່າງປະເທດ, ການຜະລິດພາຍໃນ, ການນໍາເຂົ້າ-ສົ່ງອອກ ແລະ ຕົວຊີ້ວັດອື່ນໆ ເຊັ່ນ: ອັດຕາການເພີ່ມຂຶ້ນຂອງ GDP ສະເລ່ຍແມ່ນ 7%-8%; ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນ 46% ໃນລະຫວ່າງປີ 2008 ແລະ 2021; ການສົ່ງອອກເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ, ການນຳເຂົ້າເພີ່ມຂຶ້ນຫຼາຍກວ່າ 3 ເທົ່າ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ແມ່ນມີທິດທາງຂະຫຍາຍຕົວໄປໃນທາງບວກ ຈາກ 0,28 ຕື້ໂດລາສະຫະລັດໃນປີ 2010 ມາເປັນ 0,97 ຕື້ໂດລາສະຫະລັດ ໃນປີ 2020 ຊຶ່ງເຮັດໃຫ້ ສປປ ລາວ ສາມາດເປັນສ່ວນໜຶ່ງຂອງຕ່ອງໂສ້ການຜະລິດແລະ ການສະໜອງຂອງພາກພື້ນ ແລະ ສາກົນ.

May be an image of 6 people, people standing, indoor and text that says 'MOFCOM MOFC MOFCOM SSpN MOFCOM MOFCOM MOF MOFCOM 中国 中 CHINA FCOM'
ໃນກອງປະຊຸມຍັງໄດ້ມີການເຜີຍແຜ່ບົດຄົ້ນຄວ້າຂອງກອງເລຂາ ອຄລ ກ່ຽວກັບຜົນຂອງການເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ຄົບຮອບ 10 ປີ ຊຶ່ງໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການປະກອບສ່ວນຂອງ ອຄລ ຕໍ່ເສດຖະກິດຂອງ ສປປ ລາວ ແລະ ປະເມີນຄືນຜົນປະໂຫຍດຂອງ ສປປ ລາວ ໃນລະບົບການຄ້າຫຼາຍຝ່າຍ ລວມທັງການປະກອບສ່ວນຂອງ ສປປ ລາວ ໃນ ອຄລ, ການຈັດຕັ້ງປະຕິບັດພັນທະ ແລະ ທິດທາງໃນອານາຄົດຂອງການເຊື່ອມໂຍງເສດຖະກິດກັບສາກົນຂອງ ສປປ ລາວ.

May be an image of 5 people, people standing and text