ກາສີ ອອກແຮງງານລວມໜຶ່ງແບບຢ່າງທີ່ບ່ອນອື່ນຄວນຖອດຖອນບົດຮຽນ

132

ເປັນເລື່ອງລາວທີ່ໜ້າຍິນດີ ແລະຊື່ນຊົມສຳລັບ ການອອກແຮງງານລວມຂອງຊາວເມືອງກາສີ ແຂວງວຽງຈັນທີ່ຕ້ອງໃຊ້ເວລາໃນການລວມພົນມາເຮັດແນວທີ່ເປັນປະໂຫຍດແກ່ຊຸມຊົນ.

May be an image of 12 people, people standing and railroad
ໃນຕອນເຊົ້າຂອງວັນທີ 2 ກຸມພາ 2023 ນີ້, ເມືອງກາສີ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ ຂຶ້ນຢູ່ທີ່ຂົວຂ້າມລະຫວ່າງບ້ານວຽງແກ້ວຫາບ້ານນາໂພ.

May be an image of 8 people, people standing, tree and outdoors

ການອອກແຮງງານຄັ້ງນີ້ ນຳພາໂດຍ ທ່ານ ຄຳອ້ວນ ສຸວັນທອງ ຮອງເຈົ້າເມືອງໆກາສີ, ມີບັນດາທ່ານຄະນະປະຈໍາ-ກຳມະການພັກເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນຫ້ອງການອ້ອມຂ້າງເມືອງ, ມີທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

May be an image of 11 people, people standing and outdoors

ການສ້າງຂະບວນອອກແຮງງານລວມໃນຄັ້ງນີ້ແມ່ນໄດ້ພ້ອມກັນນຳເອົາໄມ້ມາສ້ອມແປງຂົວດັ່ງກ່າວທີ່ເປ່ເພບໍ່ສາມາດທຽວໄປມາໄດ້ ໃຫ້ກັບຄືນມາໃຊ້ໄດ້ຄືເກົ່າ ແລະດີກວ່າເກົ່າ ເພື່ອຄວາມສະດວກສະບາຍຂອງຊຸມຊົນທ້ອງຖິ່ນ.

May be an image of 3 people, people standing and outdoors

ອັນສຳຄັນກວ່ານັ້ນແມ່ນ ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງອຳນາດການປົກຄອງເມືອງ, ພະນັກງານ-ລັດຖະກອນຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ມີຄວາມໃກ້ຊິດລຶ້ງເຄີຍກັນຫຼາຍຂຶ້ນ.

May be an image of 10 people, people standing and outdoors