ຟີລິບປິນ ວິກິດຫົວຫອມ ລາຄາແພງກວ່າຊີ້ນ

41

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານສະຖິຕິຟີລິບປິນເປີດເຜີຍວ່າ: ຟີລິບປິນ ກຳລັງປະເຊີນກັບພາວະຂາດແຄນຫົວຫອມ ( ຫົວຜັກບົ່ວແດງ ) ຢ່າງຮຸນແຮງ ເຮັດໃຫ້ລາຄາເພີ່ມຂຶ້ນສູງເຖິງ 700 ເປໂຊ ຫຼື 12,8 ໂດລາສະຫະລັດຕໍ່ກິໂລກຣາມ ໃນເດືອນທັນວາຜ່ານມາ.

ไม่มีคำอธิบายรูปภาพ

ທັງນີ້, ລາຄາຫົວຫອມໃນຟີລິບປິນ ສູງກວ່າລາຄາຊີ້ນສັດ ແລະ ສູງກວ່າແຮງງານຂັ້ນຕ່ຳລາຍວັນຂອງປະເທດ ເຊິ່ງບົ່ງຊີ້ວ່າ ຟີລິບປິນ ກຳລັງປະເຊີນກັບວິກິດຄ່າຄອງຊີບຢ່າງໜັກໜ່ວງ. ສະຖານະການດັ່ງກ່າວສະທ້ອນໃຫ້ເຫັນວ່າ ຫົວຫອມ ເຊິ່ງເປັນວັດຖຸດິບຫຼັກໃນການປຸງແຕ່ງອາຫານຂອງຊາວຟີລິບປິນ ໄດ້ກາຍເປັນຄ່າຄອງຊີບທີ່ສູງຂຶ້ນ, ໃນຂະນະທີ່ອັດຕາເງິນເຟີ້ຂອງຟີລິບປິນ ກໍເພີ່ມຂຶ້ນສູ່ຈຸດສູງສຸດຄັ້ງໃໝ່ໃນຮອບ 14 ປີ ເມື່ອເດືອນທັນວາຜ່ານມາ, ເນື່ອງຈາກລາຄາສິນຄ້າ ແລະ ບໍລິການເກືອບທຸກຢ່າງເພີ່ມຂຶ້ນສູງ.

อาจเป็นรูปภาพของ อาหาร