ສິງກະໂປ – ມາເລເຊຍ ລົງນາມເອກະສານການຮ່ວມມື 3 ສະບັບ

29

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ ມາເລເຊຍ ແລະ ສິງກະໂປ ໄດ້ລົງນາມເອກະສານ ຮ່ວມມື 3 ສະບັບ ລວມມີ: ຂໍ້ຕົກລົງຮ່ວມມື ກ່ຽວກັບເສດຖະກິດດີຈີຕອນ, ການຮ່ວມມື ກ່ຽວກັບເສດຖະກິດສີຂຽວ, ບົດບັນທຶກຊ່ວຍຈຳ ກ່ຽວກັບຄວາມໝັ້ນຄົງທາງອິນເຕີເນັດ ແລະ ປົກປ້ອງຂໍ້ມູນສ່ວນຕົວ.

ການລົງນາມດັ່ງກ່າວ ມີຂຶ້ນ ໃນຂະນະທີ່ ທ່ານ ອັນວາ ອີບຣາຮິມ ( Anwar Ibrahim ) ນາຍົກ ລັດຖະມົນຕີ ມາເລເຊຍ ໄດ້ພົບປະກັບ ທ່ານ ຫຼີ ຊຽນລຸງ ( Lee Hsien Loong ) ນາຍົກລັດຖະມົນຕີສິງກະໂປ ໃນໂອກາດເດີນທາງຢ້ຽມຢາມສິງກະໂປ ຢ່າງເປັນທາງການ ເມື່ອບໍ່ດົນມານີ້.

ຈາກນັ້ນ ທັງສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບກັນ ສືບຕໍ່ຜັນຂະຫຍາຍບັນດາມາດຕະການ ເພື່ອສົ່ງເສີມການຮ່ວມມືທີ່ແທດຈິງໃຫ້ຄົບຊຸດ, ມີປະສິດທິຜົນກວ່າເກົ່າ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຂຸດຄົ້ນຄວາມສາມາດບົ່ມຊ້ອນ ເພື່ອການຮ່ວມມືໃນຂົງເຂດໃໝ່ ໂດຍສະເພາະ ການສ້າງລະບົບຊຳລະເອເລັກໂຕຣນິກຂ້າມຊາຍແດນ, ພັດທະນາບັນດາມາດຖານເຕັກໂນໂລຊີ ກ່ຽວກັບພະລັງງານໃໝ່ ແລະ ພະລັງງານຜະລິດຄືນໃໝ່, ຊຸກຍູ້ພື້ນຖານເສດຖະກິດກາກບອນຕ່ຳ ແລະ ເພີ່ມການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອພັດທະນາການຮ່ວມມືຂຶ້ນສູ່ລະດັບໃໝ່.